ຕົວເລກສົ່ງອອກຂອງຈີນ ຟື້ນຕົວເດືອນເມສາ ເພີ່ມຂຶ້ນ 1,5%

18

ຕົວເລກການຄ້າຂອງຈີນໃນເດືອນເມສາຟື້ນຕົວກັບມາເປັນບວກ ຫຼັງຫົດຕົວແຮງໃນເດືອນມີນາ ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມຕ້ອງການຂອງຕະຫຼາດທີ່ເພີ່ມຂຶ້ນ.
ສຳນັກຂ່າວຕ່າງປະເທດລາຍງານໂດຍອ້າງການຖະແຫຼງຂອງສຳນັກງານພາສີຈີນໃນວັນທີ 9 ພຶດສະພາວ່າ: ຕົວເລກສົ່ງອອກຂອງຈີນໃນເດືອນເມສາ 2024 ຂະຫຍາຍຕົວ1,5%ເມື່ອທຽບປີຕໍ່ປີ ເຊິ່ງພິກກັບມາເປັນບວກໄດ້ສຳເລັດ ຫລັງຈາກກ່ອນໜ້ານີ້ຫົດຕົວລົງເຖິງ7,5%ໃນເດືອນມີນາ, ສ່ວນດ້ານຕົວເລກນຳເຂົ້າຂະຫຍາຍຕົວ8,4%.
ໃນເດືອນເມສາ ຈີນເກີນດຸນການຄ້າ72,3ຕື້ໂດລາສະຫະລັດ ເພີ່ມຂຶ້ນຈາກ58,5ຕື້ໂດລາສະຫະລັດໃນເດືອນມີນາ ແຕ່ກໍຍັງຕໍ່າກວ່າທີ່ນັກວິເຄາະຄາດການໄວ້ເລັກໜ້ອຍ.
ສະຫະລັດອາເມຣິກາ ຍັງເປັນຄູ່ຄ້າລາຍໃຫຍ່ສຸດຂອງຈີນ ເຊິ່ງຈີນນຳເຂົ້າສິນຄ້້າເພີ່ມຂຶ້ນ 9%ໃນເດືອນເມສາ, ສ່ວນການສົ່ງອອກຫຼຸດລົງເກືອບ3%.
ຂະນະທີ່ອາຊຽນ ເຊິ່ງເປັນຄູ່ຄ້າລາຍໃຫຍ່ທີ່ສຸດຂອງຈີນໃນອາຊີ ຈີນສົ່ງອອກເພີ່ມຂຶ້ນ8% ແລະ ຍອດນຳເຂົ້າເພີ່ມຂຶ້ນ5%.
ສ່ວນການສົ່ງອອກຂອງຈີນໄປສະຫະພາບເອີຣົບຫຼຸດລົງ3,5% ແລະ ການນຳເຂົ້າເພີ່ມຂຶ້ນເກືອບ2,5%.