TikTok ແລະ ບໍລິສັດແມ່ ByDance ຮ້ອງຟ້ອງລັດຖະບານ ສະຫະລັດອາເມຣິກາ

22

ວິທະຍຸກະຈ່າຍສຽງຫວຽດນາມລາຍງານວ່າ: TikTok ແລະ ບໍລິສັດແມ່ ByDance ຖືວ່າ ຄຳສັ່ງຫ້າມ TikTok ບໍ່ໃຫ້ເຄື່ອນໄຫວໃນບັນດາໂປຼແກຼມ ແລະ ເຄືອຂ່າຍຕ່າງໆຢູ່ ອາເມຣິກາ ແມ່ນໄປຝືນກັບເນື້ອໃນປັບປຸງສະບັບທຳອິດຂອງ ລັດຖະທຳມະນູນ ສະຫະລັດອາເມຣິກາ.
ວັນທີ 7 ພຶດສະພາ, TikTok ແລະ ບໍລິສັດແມ່ ByDance (ມີສຳນັກງານຕັ້ງຢູ່ ຈີນ) ໄດ້ຮ້ອງຟ້ອງລັດຖະບານສະຫະລັດ ອາເມຣິກາ ກ່ຽວກັບຮ່າງກົດໝາຍທີ່ອາດຈະຫ້າມ TikTok ເຄື່ອນໄຫວຢູ່ ອາເມຣິກາ.
ໃນໃບຮ້ອງຟ້ອງ, TikTok ແລະ ບໍລິສັດແມ່ ByDance ຖືວ່າ ຄຳສັ່ງຫ້າມ TikTok ບໍ່ໃຫ້ເຄື່ອນໄຫວໃນບັນດາໂປຼແກາມ ແລະ ເຄືອຂ່າຍຕ່າງໆຢູ່ ອາເມລິກາ ແມ່ນໄປຝືນກັບເນື້ອໃນປັບປຸງສະບັບທຳອິດຂອງ ລັດຖະທຳມະນູນ ສະຫະລັດອາເມລິກາ. ByDance ກໍປະຕິເສດບັນດາຄຳກ່າວຫາທີ່ໄຮ້ເຫດຜົນ ໂດຍຖືວ່າ TikTok ກໍ່ຄວາມສ່ຽງຕໍ່ຄວາມໝັ້ນຄົງແຫ່ງຊາດ ອາເມຣິກາ.
ໃນເນື້ອໃນໃບຮ້ອງຟ້ອງ, ByDance ຖືວ່າ ສະພາແຫ່ງຊາດ ອາເມຣິກາ ບໍ່ໄດ້ຍົກຫຼັກຖານໃດທີ່ຊີ້ໃຫ້ເຫັນວ່າ TikTok ອາດຈະກໍ່ຄວາມສ່ຽງຕໍ່ຄວາມປອດໄພດ້ານຂໍ້ມູນຂ່າວສານ ກໍຄື ກະຈາຍຂໍ້ມູນອອກສູ່ຕ່າງປະເທດ. ໃບຮ້ອງຟ້ອງກໍໃຫ້ຮູ້ວ່າ ເລື່ອງຂາຍ TikTok ແມ່ນບໍ່ມີຄວາມສອດຄ່ອງດ້ານການຄ້າ, ເຕັກໂນໂລຢີ ຫຼື ນິຕິກຳ.
ປັດຈຸບັນ, ທຳນຽບຂາວ ຍັງບໍ່ທັນມີຄຳວິຈານໃດຕໍ່ກັບໃບຮ້ອງຟ້ອງຂອງ TikTok ແລະ ByDance ເທື່ອ.