ຕອບສະໜອງຕາມຄວາມຮຽກຮ້ອງຕອ້ງການຂອງສັງຄົມ ທັງຫັນການຜະລິດສົ່ງອອກແບບວັດຖຸດິບມາເປັນການແປຮູບກ່ອນສົ່ງອອກ ປະຈຸບັນຢູ່ແຂວງຫຼວງພະບາງໄດ້ສ້າງສຳເລັດແລ້ວໂຮງງານຜະລິດແປ້ງມັນຕົ້ນຂະໜາດໃຫຍ່ທີ່ສາມາດຜະລິດໄດ້ 600 ໂຕນຕໍ່ວັນ.
ພິທີເປີດນຳໃຊ້ເປັນທາງການໄດ້ຈັດຂຶ້ນໃນວັນທີ 18 ພະຈິກ 2023 ຜ່ານມານີ້ ທີ່ບ້ານຫ້ວຍຫຼາເມືອງນານ ແຂວງຫຼວງພະບາງ ໂດຍມີທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍ ທ່ານເຈົ້າແຂວງຫຼວງພະບາງ, ແຂວງວຽງຈັນ, ແຂວງໄຊຍະບູລີ, ຮອງລັດຖະມົນຕີກະຊວງກ່ຽວຂ້ອງ ແລະແຂກຮັບເຊີນເຂົ້າຮ່ວມ.
ທ່ານ ສົມຊາຍ ດວງຈະເລີນ ຜູ້ອຳນວຍການບໍລິສັດ ແອວເອັສ ການຄ້າ ຂາອອກ-ຂາເຂົ້າ ຈໍາກັດ ໄດ້ລາຍງານວ່າ: ໂຮງງານຜະລິດແປ້ງມັນຕົ້ນຕັ້ງ ຢູ່ບ້ານຫ້ວຍຫຼາ, ເມືອງນານ ໄດ້ເລີ່ມຕົ້ນ ການກໍ່ສ້າງແຕ່ເດືອນ 06 ປີ 2022 ໃຊ້ເວລາກໍ່ສ້າງທັງໝົດ 14 ເດືອນຈຶ່ງສໍາເລັດ, ມີເນື້ອທີ່ທັງໝົດ: 61 ເຮັກຕາ ແບ່ງອອກເປັນ 3 ເຂດ ຄື: ເຂດທໍາການຜະລິດ ມີ ໂຮງງານຜະລິດແປ້ງມັນຕົ້ນ, ໂຮງຜະລິດອາຫານສັດ ແລະຝຸ່ນ, ເຂດບໍາບັດນໍ້າເສຍ ແລະຜະລິດໃບໂອແກັສ, ເຂດຫ້ອງການ ແລະຫໍພັກພະນັກງານ-ກຳມະກອນ, ໂຮງງານຜະລິດແປ້ງມັນຕົ້ນ ມີເຄື່ອງຈັກທຳການຜະລິດ ທີ່ທັນສະໄໝ 2 ສາຍການຜະລິດ ແຕ່ລະສາຍມີກໍາລັງການຜະລິດແປ້ງມັນຕົ້ນໄດ້ 300 ໂຕນ ຕໍ່ ມື້ ລວມ 600 ໂຕນ ຕໍ່ມື້, ທັງມີເຄື່ອງຈັກທຳການຜະລິດ ສິ່ງເສດເຫຼືອຂອງມັນຕົ້ນດິບເປັນອາຫານສັດ, ເປັນຝຸ່ນ ເພື່ອຈຳໜ່າຍ ແລະຜະລິດໄບໂອແກັສ ສະໜອງເປັນພະລັງງານໃຫ້ແກ່ເຄື່ອງຈັກທຳການຜະລິດແປ້ງມັນຕົ້ນ.
ສຳລັບໂຮງງານແຫ່ງນີ້ມີມູນຄ່າການລົງທຶນ ແລະກໍ່ສ້າງທັງໝົດປະມານ 500 ຕື້ກີບ, ໂຮງງານມີຄວາມຕ້ອງການມັນຕົ້ນດິບ ສະໜອງໃຫ້ການຜະລິດ 2.400 ໂຕນຕໍ່ມື້, ເຊີ່ງແຜນການການຜະລິດປີ 2023-2024 ຈະໃຫ້ບັນລຸ 108.000 ໂຕນ, ມີຄວາມຕ້ອງການມັນຕົ້ນດິບ ຈຳນວນ 432.000 ໂຕນ, ເຊີ່ງແປ້ງມັນຕົ້ນທີ່ຜະລິດສໍາເລັດ ແມ່ນມີຕະຫຼາດທີ່ຈະສົ່ງອອກໄປ ສປ ຈີນ ແລະປະເທດອື່ນໆ.
ໂອກາດນີ້ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ໄດ້ມີຄຳເຫັນສະແດງຄວາມຮູ້ບຸນຄຸນ ຢ່າງສູງທີ່ພັກ ແລະລັດຖະບານລາວ, ກໍ່ຄືບັນດາກະຊວງກ່ຽວຂ້ອງ ໄດ້ມີນະໂຍບາຍສົ່ງເສີມການກໍ່ສ້າງໂຮງງານ ຜະລິດແປ້ງມັນຕົ້ນ ຢູ່ເມືອງນານແຂວງຫຼວງພະບາງແຫ່ງນີ້ ຊຶ່ງເປັນໂຮງງານແຫ່ງທຳອິດ ແລະເປັນຫົວໜ່ວຍການຜະລິດທີ່ທັນສະໄໝ ເພື່ອປຸງແຕ່ງຜະລິດຕະພັນກະສິກຳເປັນສິນຄ້າສົ່ງອອກໄປຕ່າງປະເທດ ທີ່ໄດ້ມາດຕະຖານ, ເປັນການປະກອບສ່ວນເຮັດໃຫ້ການເຕີບໂຕເສດຖະກິດຂອງແຂວງບັນລຸຕາມແຜນທີ່ວາງໄວ້, ເປັນການສ້າງລາຍຮັບຕົວຈິງໃຫ້ແກ່ປະຊາຊົນບັນດາເຜົ່າ ແລະປະກອບສ່ວນ ເຂົ້າໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ສ້າງວຽກເຮັດງານທຳໃຫ້ປະຊາຊົນບັນດາເຜົ່າ ແລະສ້າງລາຍຮັບຕົວຈິງໃຫ້ແກ່ສັງຄົມ ແລະງົບປະມານລັດເພີ່ມຂຶ້ນ.
ໂອກາດນີ້ ໄດ້ມີການຕັດແຖບຜ້າ ແລະທ່ານນາຍົກລັກຖະມົນຕີ ໄດ້ໃຫ້ກຽດລັ່ນຄ້ອງ 9 ບາດເພື່ອເປີດໂຮງງານຢ່າງເປັນທາງການ, ຈາກນັ້ນ ຜູ້ເຂົ້າຮ່ວມ ໄດ້ຊົມການປ່ອຍຂະບວນລົດບັນທຸກສິນຄ້າແປ້ງມັນຕົ້ນ ອອກໄປຕ່າງປະເທດ ເປັນຄັ້ງປະຖົມມະເລີກ ທັງທ່ຽວຊົມພາຍໃນໂຮງງານຕື່ມອີກ.