ແມ່ຍິງຍຸກໃໝ່ຢ່າຢຸດພັດທະນາຕົນເອງ

20

ນາງງາມຈັກກະວານລາວ ຮຽກຮ້ອງໃຫ້ແມ່ຍິງລາວ ຈົ່ງສຶກສາຮຽນຮູ້ໃຫ້ຫຼາຍໆ ແລະ ຢ່າຢຸດພັດທະນາຕົນເອງ.
ທ່ານ ນາງ ປ່າເຢັ້ງຊາ ລໍ່ ນາງງາມຈັກກະວານລາວ ຫຼື Miss Universe Laos 2022 ໃຫ້ສໍາພາດຕໍ່ສື່ມວນຊົນ ເນື່ອງໃນໂອກາດວັນແມ່ຍິງສາກົນ ຄົບຮອບ 114 ປີ ທີ່ໃກ້ຈະມາເຖິງ ວ່າ: ວັນແມ່ຍິງສາກົນ 8 ມີນາ ເປັນເຫດການ – ການເມືອງທີ່ສຳຄັນ, ເປັນຂີດໝາຍແຫ່ງໄຊຊະນະພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທໍາໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບ ປະຊາທິປະໄຕ ຄືກັນກັບຜູ້ຊາຍ.

ດັ່ງນັ້ນ, ເນື່ອງໃນວັນແມ່ຍິງສາກົນປີນີ້ຂໍຮຽກຮ້ອງແມ່ຍິງເຮົາທຸກຄົນ ບໍ່ວ່າຈະຢູ່ໄສກໍຕາມໃຫ້ພັດທະນາຕົນເອງຕະຫຼອດເວລາ ເຊິ່ງການພັດທະນາຕົນເອງນີ້ ລວມໄປເຖິງການສຶກສາ, ຄວາມຮູ້ – ຄວາມສາມາດ, ທັກສະຕ່າງໆໃນຊີວິດ ຢ່າຢຸດພັດທະນາຕົນເອງ. ຈົ່ງຮຽນໃຫ້ຫຼາຍ ຫາວຽກເຮັດງານທໍາທີ່ສາມາດລ້ຽງກຸ້ມຕົນເອງໄດ້ ເມື່ອໃດທີ່ເຮົາມີຄວາມຮູ້ຄວາມສາມາດລ້ຽງກຸ້ມຕົນເອງ.
ແມ່ຍິງເຜົ່າມົ້ງຈຳນວນບໍ່ໜ້ອຍ ທີ່ຍັງບໍ່ມີບົດບາດເທົ່າກັບເພດຊາຍ ກໍຍ້ອນບໍ່ໄດ້ເຂົ້າເຖິງການສຶກສາ ກໍເລີຍບໍ່ມີຄວາມເຂົ້າໃຈເລື່ອງບົດບາດຍິງ – ຊາຍ ເກີດການດ້ອຍຄ່າຕົນເອງ ຈຶ່ງບໍ່ຮູ້ວ່າການຮັກຕົນເອງຈະຕ້ອງຮັກແບບໃດ. ສະນັ້ນ, ຖ້າຫາກແມ່ຍິງເຮົາທຸກຄົນເຂົ້າເຖິງການສຶກສາ ມີ ຄວາມຮູ້, ຄວາມສາມາດ ມີວຽກເຮັດງານທໍາຫາລ້ຽງກຸ້ມຕົນເອງແລ້ວ ບົດບາດຍິງ – ຊາຍ ກໍຈະໄດ້ຮັບການພັດທະນາຂຶ້ນ.


ໃນນາມທີ່ປ່າເອງ ເຄີຍເປັນນາງງາມຈັກກະວານລາວ ປະຈໍາປີ 2022 ຢາກຝາກໃຫ້ແມ່ຍິງບໍ່ວ່າຈະສ້າງຄອບຄົວແລ້ວ ຫຼື ຍັງໂສດຢູ່ ຈົ່ງຮູ້ຢູ່ສະເໝີວ່າ ເຮົາກໍຄືຄົນທົ່ວໄປທີ່ບໍ່ທໍາມະດາ, ມີຄວາມສາມາດ ບໍ່ວ່າຈະເປັນທາງດ້ານ ຄວາມຮູ້, ຄວາມສາມາດຕ່າງໆ, ບົດບາດເທົ່າທຽມກັບຜູ້ຊາຍ ແຕ່ບໍ່ໄດ້ໝາຍຄວາມວ່າຈະຕ້ອງແຂງແກ່ນມີກ້າມຄືຜູ້ຊາຍ ແຕ່ເວົ້າເຖິງເລື່ອງຄວາມຮູ້, ຄວາມສາມາດ ເຂົ້າໃຈພາວະຄວາມເປັນຜູ້ນໍາຖືເປັນສິ່ງສໍາຄັນຫຼາຍ; ໃນໂອກາດທີ່ປ່າ ໄດ້ມາຮ່ວມງານມອບປຶ້ມຢູ່ຫໍສະໝຸດແຫ່ງຊາດຄັ້ງນີ້ ຢາກຝາກໃຫ້ທຸກຄົນຫັນມາອ່ານປຶ້ມຫຼາຍໆ ເພາະປ່າເອງ ກໍເຕີບໂຕ ແລະ ເຂົ້າໃຈຊີວິດຕ່າງໆມາຈາກການອ່ານປຶ້ມ ຄວາມຮູ້ທຸກຢ່າງແມ່ນລວມຢູ່ໃນປຶ້ມ, ຈົ່ງຮຽນຮູ້ ແລະ ພັດທະນາຕົນເອງຈາກປຶ້ມຕະຫຼອດເວລາ ພ້ອມທັງລົງມືປະຕິບັດຕົວຈິງໄປນໍາ ປ່າ ຈະເນັ້ນ 3 ຢ່າງ ຄື:

1. ຕັ້ງໃຈຮຽນຫາຄວາມຮູ້ໃສ່ຕົນເອງຫຼາຍໆ.
2. ເລື່ອງການເລືອກຄູ່ຄອງຂອງຊີວິດ ຄວນແຕ່ງດອງໃຫ້ຊ້າລົງ ຢ່າຕັດໂອກາດຊີວິດຂອງຕົນເອງ.
3. ສິ່ງສໍາຄັນຄືມີວຽກເຮັດງານທໍາກຸ້ມຕົນເອງໃຫ້ໄດ້.
ສຸດທ້າຍນີ້ ເນື່ອງໃນໂອກາດວັນແມ່ຍິງສາກົນ ຄົບຮອບ 114 ປີ ປ່າຂໍອວຍພອນໄຊໃຫ້ແມ່ຍິງທຸກຄົນ ຈົ່ງມີສຸຂະພາບແຂງແຮງຈະເລີນຮຸ່ງເຮືອງທັງດ້ານການເງິນ – ການງານ, ມີແຕ່ຄວາມສຸກຄວາມສະຫງົົບ, ເຮັດສິ່ງໃດກໍຂໍໃຫ້ປະສົບຜົນສໍາເລັດ.