ພຶດຕິກໍາ ແລະ ອາຫານທີ່ສົ່ງຜົນເສຍຕໍ່ຕັບ

67

ຕັບເປັນອະໄວຍະວະຂະໜາດໃຫຍ່ທີ່ສຸດຂອງຮ່າງກາຍ ໜ້າທີ່ຫລັກຂອງຕັບແມ່ນການກອງເລືອດທີ່ມາຈາກທາງເດີນອາຫານ ກ່ອນສົ່ງຜ່ານໄປຍັງສ່ວນອື່ນໆຂອງຮ່າງກາຍ. ນອກຈາກນີ້, ຕັບຍັງຊ່ວຍລ້າງພິດສານເຄມີ ແລະ ດູດຊຶມຢາ ລວມເຖິງສ້າງເກືອນໍ້າບີ ແລະ ນໍ້າບີເພື່ອເຮັດໜ້າທີ່ລະລາຍໄຂມັນ, ຊ່ວຍສ້າງໂປຣຕິນ, ວິຕາມິນ ແລະ ສ້າງສານທີ່ເຮັດໃຫ້ເລືອດແຂງຕົວ.

ຕັບເປັນອະໄວຍະວະທີ່ສາມາດຟື້ນຟູຕົວເອງໄດ້ ຫາກເກີດຄວາມຜິດປົກກະຕິພຽງເລັກໜ້ອຍ, ແຕ່ຫາກປ່ອຍໃຫ້ຕັບຕ້ອງປະເຊີນກັບພຶດຕິກຳທຳຮ້າຍສຸຂະພາບຕັບຢູ່ທຸກມື້ ອາດເກີດອັນຕະລາຍຕໍ່ຕັບ ຈົນກະທັ້ງສົ່ງຜົນໃຫ້ເກີດຕັບແຂງ ສ່ຽງຕໍ່ການເກີດມະເຮັງຕັບໃນທີ່ສຸດ. ອາຫານ ແລະ ພຶດຕິກຳທີ່ເປັນອັນຕະລາຍຕໍ່ຕັບມີຄື :

อาจเป็นรูปภาพของ 1 คน

  1. ຢາ, ອາຫານເສີມ ແລະ ສະໝຸນໄພ : ເຖິງວ່າສະຫຼາກຈະລະບຸວ່າ ທຳມະຊາດ, ແຕ່ສະໝຸນໄພບາງຊະນິດກໍອາດສົ່ງຜົນເຖິງການເຮັດວຽກຂອງຕັບໄດ້ ທັງນີ້ຍັງລວມເຖິງການກິນອາຫານເສີມ ຫຼື ຢາທີ່ຫລາຍເກີນຄວາມຈຳເປັນ ຈົນຕັບຕ້ອງເຮັດວຽກໜັກຕະຫລອດເວລາ ອາດສົ່ງຜົນໃຫ້ຕັບອັກເສບໄດ້. ດັ່ງນັ້ນ, ກ່ອນກິນຢາ, ອາຫານເສີມ ຫລື ສະໝຸນໄພ ຈຶ່ງຄວນປຶກສາທ່ານໝໍໃຫ້ໝັ້ນໃຈວ່າປອດໄພ ແລະ ສົ່ງຜົນດີຕໍ່ສຸຂະພາບຕັບ.
  2. ສານເຄມີ ແລະ ສານພິດ: ຢາຂ້າແມງໄມ້, ສານເຄມີ ແລະ ສານພິດບາງຊະນິດຫາກເຂົ້າສູ່ຮ່າງກາຍອາດເປັນສາເຫດຂອງຕັບອັກເສບໄດ້ ເຊັ່ນ: ສານກຳຈັດສັດຕູພືດພາຣາຄັອດ ແລະ ສານໜູ ທີ່ອາດປົນເປື້ອນມາໃນຜັກ – ໝາກໄມ້ ລວມເຖິງນໍ້າຢາເຮັດຄວາມສະອາດຕ່າງໆ ທາງທີ່ດີຄວນຫຼີກເວັ້ນການກິນຜັກ ແລະ ໝາກໄມ້ປົນເປື້ອນຢາຂ້າແມງໄມ້ ລວມເຖິງການລ້າງເຮັດຄວາມສະອາດທີ່ຖືກວິທີ ແລະ ເລືອກນໍ້າຢາເຮັດຄວາມສະອາດທີ່ປາສະຈາກສານເຄມີທີ່ເປັນອັນຕະລາຍຕໍ່ຮ່າງກາຍ.
  3. ໄຂມັນສ່ວນເກີນ : ຫາກຮ່າງກາຍມີໄຂມັນສ່ວນເກີນຫລາຍເກີນໄປ ອາດເກີດການສະສົມຢູ່ຕັບຈົນນຳໄປສູ່ພະຍາດໄຂມັນຫຸ້ມຕັບ ສົ່ງຜົນໃຫ້ຕັບອັກເສບຊໍ້າເຮື້ອ ຈົນນຳໄປສູ່ອາການຕັບແຂງ ໂດຍສະເພາະໃນຜູ້ທີ່ມີນໍ້າໜັກເກີນ, ເປັນພະຍາດຕຸ້ຍ ຫຼື ເປັນເບົາຫວານຄວນຫັນມາເອົາໃຈໃສ່ຟື້ນຟູສຸຂະພາບຕັບດ້ວຍການຫລີກເວັ້ນອາຫານໄຂມັນສູງ ລວມເຖິງອາຫານທີ່ມີໄຂມັນ ທຣານ ເຊັ່ນ: ເຂົ້າໜົມກິນຫຼິ້ນ ແລະ ເຂົ້າໜົມອົບກອບ, ອອກກຳລັງກາຍສະໝໍ່າສະເໝີ ເພື່ອຄວບຄຸມນໍ້າໜັກ.
  4. ແອວກໍຮໍ ແລະ ນໍ້າອັດລົມ : ເປັນທີ່ຮູ້ກັນດີວ່າການດື່ມແອວກໍຮໍປະລິມານຫລາຍເກີນໄປບໍ່ດີຕໍ່ສຸຂະພາບຕັບ ບໍ່ວ່າຈະແມ່ນເຫລົ້າແວັງ, ເບຍ ຫຼື ເຫຼົ້າ. ນອກຈາກນີ້, ນໍ້າອັດລົມ ເຖິງວ່າການສຶກສາບໍ່ໄດ້ພິສູດວ່ານໍ້າອັດລົມເປັນສາເຫດສຳຄັນຂອງຕັບອັກເສບ ແຕ່ກໍພົບວ່າຜູ້ທີ່ດື່ມນໍ້າອັດລົມເປັນຈຳນວນຫຼາຍມີໂອກາດຈະມີໄຂມັນຫຸ້ມຕັບຫລາຍຂຶ້ນ. ດັ່ງນັ້ນ, ຫາກສາມາດຫຼຸດປະລິມານການດື່ມນໍ້າອັດລົມລົງໄດ້ ອາດເຮັດໃຫ້ສຸຂະພາບຕັບດີຂຶ້ນ.
  5. ນໍ້າຕານ : ແນ່ນອນວ່ານໍ້າຕານຫລາຍເກີນໄປຍ່ອມບໍ່ດີສຳລັບແຂ້ວ ແລະ ນໍ້າໜັກຕົວ ບາງການສຶກສາສະແດງໃຫ້ເຫັນວ່ານໍ້າຕານອາດເປັນອັນຕະລາຍຕໍ່ຕັບຄືກັນກັບແອວກໍຮໍ. ການມີລະດັບນໍ້າຕານທີ່ສູງເຮັດໃຫ້ເກີດການສະສົມໄຂມັນໃນຕັບຈົນກາຍເປັນພະຍາດໄຂມັນຫຸ້ມຕັບ ເຖິງຈະເປັນຄົນທີ່ບໍ່ຕຸ້ຍກໍຕາມ.
  6. ເລືອດ ແລະ ການມີເພດສຳພັນ: ການໃຊ້ເຂັມຊໍ້າບໍ່ວ່າໃນກໍລະນີໃດ ອາດສົ່ງຜົນໃຫ້ເກີດການຕິດຕໍ່ຂອງພະຍາດໄວຣັສຕັບອັກເສບ B ແລະ ໄວຣັສຕັບອັກເສບ C ທັງນີ້ຍັງລວມເຖິງການມີເພດສຳພັນກັບຜູ້ທີ່ມີເຊື້ອໄວຣັສຕັບອັກເສບ B ແລະ ໄວຣັສຕັບອັກເສບ C ແລະ ການໃຊ້ແປງຖູແຂ້ວ, ມີດຕັດເລັບ ຫຼື ມີດໂກນໜວດ ຮ່ວມກັບຜູ້ອື່ນ ຫາກມີການຕິດເຊື້ອແລ້ວອາດເຮັດໃຫ້ປ່ວຍເປັນຕັບອັກເສບຊໍ້າເຮື້ອ, ຕັບແຂງ, ມະເຮັງຕັບໄດ້ໃນທີ່ສຸດ.

ການດູແລສຸຂະພາບຕັບ ນອກຈາກການຫຼີກເວັ້ນພຶດຕິກຳທຳຮ້າຍສຸຂະພາບຕັບທີ່ກ່າວມາແລ້ວ ການກວດສຸຂະພາບປະຈຳປີ ເພື່ອຫາອາການຕັບອັກເສບ, ໄຂມັນຫຸ້ມຕັບ ກໍມີຄວາມສຳຄັນ ຫາກເຮົາສາມາດກວດພົບໃນເບື້ອງຕົ້ນສາມາດປິ່ນປົວໄດ້ ດີກວ່າປ່ອຍໄວ້ຈົນກາຍເປັນມະເຮັງຕັບ ທັງນີ້ການສັກວັກຊີນປ້ອງກັນຕັບອັກເສບຕາມຄຳແນະນຳຂອງທ່ານໝໍ ຈະຊ່ວຍໃຫ້ຫ່າງໄກຈາກພະຍາດຕັບໄດ້.

 

[ ຂໍ້ມູນຈາກ: sa nook ]