ເບິ່ງແຍງສຸຂະພາບໃນໄລຍະລະດູຮ້ອນ

99

ການຮັບມືກັບອາກາດຮ້ອນເປັນສິ່ງສໍາຄັນທີ່ຈະຊ່ວຍໃຫ້ຮ່າງກາຍຂອງເຮົາມີສຸຂະພາບແຂງແຮງ ແລະ ປ້ອງກັນການຕິດເຊື້ອພະຍາດທີ່ມາພ້ອມກັບອາກາດຮ້ອນ, ດັ່ງນັ້ນເຮົາຄວນມີວິທີຮັບມືດັ່ງຕໍ່ໄປນີ້:

อาจเป็นรูปภาพของ 1 คน

  1. ດື່ມນໍ້າດື່ມບໍລິສຸດເພື່ອດັບຄວາມຮ້ອນ: ນໍ້າເປັນສິ່ງສໍາຄັນທີ່ຮ່າງກາຍຕ້ອງການໃນໄລຍະລະດູຮ້ອນ ແຕ່ບໍ່ຄວນດື່ມຫຼາຍບາດດຽວ ໃຫ້ຄ່ອຍໆດື່ມເທື່ອລະໜ້ອຍໃນລະຫວ່າງມື້, ປະລິມານທີ່ເໝາະສົມຂຶ້ນກັບກິດຈະກໍາໃນມື້ນັ້ນໆ ແລະ ບໍ່ຄວນກິນນໍ້າເຢັນໂພດ ເພາະນໍ້າເຢັນຈະໄປເຈືອຈາງນໍ້າຍ່ອຍສົ່ງຜົນເຮັດໃຫ້ເລືອດທີ່ມາຫຼໍ່ລ້ຽງກະເພາະອາຫານເຮັດວຽກໜ້ອຍລົງ ແລະ ພາໃຫ້ເກີດພະຍາດກະເພາະລໍາໄສ້ໄດ້ງ່າຍ.
  2. ກິນໝາກໄມ້ແກ້ຮ້ອນ: ຄວນກິນໝາກໄມ້ທີ່ເຢັນ, ຊ່ວຍລະບາຍຄວາມຮ້ອນ ແລະ ເພີ່ມນໍ້າໃນຮ່າງກາຍເຊັ່ນ: ໝາກໂມ, ໝາກກ້ຽງ, ໝາກນັດ ເປັນຕົ້ນ ເພາະໝາກໄມ້ເຫຼົ່ານີ້ຈະຊ່ວຍດັບ ຄວາມຫິວນໍ້າ ແລະ ເຮັດໃຫ້ສົດຊື່ນໄດ້ ແລະ ຍັງມີສ່ວນຊ່ວຍຕ້ານອະນຸມູນອິດສະຫຼະ ບໍ່ຄວນແຊ່ເຢັນເກີນໄປ ຫຼື ບໍ່ຄວນກິນຕອນກາງຄືນ ແລະ ບໍ່ຄວນກິນຕອນທ້ອງວ່າງ ຫຼື ຕອນຫິວໆ.
  3. ພະຍາຍາມຫຼີກລ່ຽງ ແລະ ປ້ອງກັນແດດ: ອີກສິ່ງໜຶ່ງທີ່ຄວນລະວັງໃນລະດູຮ້ອນຄືລັງສີຢູວີ ອາກາດຮ້ອນຈະເຮັດໃຫ້ອຸນຫະພູມຮ່າງກາຍສູງຂຶ້ນອາດມີຜົນເຮັດໃຫ້ເປັນລົມແດດ ແລະ ເຖິງຂັ້ນເສຍຊີວິດໄດ້, ນອກຈາກນີ້ກ່ອນອອກຈາກບ້ານທຸກຄັ້ງຄວນທາຄຣີມກັນແດດ ເພື່ອປ້ອງກັນລັງສີຢູວີ.
  4. อาจเป็นรูปภาพของ 1 คน, ไม้วัด, เครื่องดื่ม และ ข้อความຫຼີກລ່ຽງການກິນອາຫານທີ່ສ່ຽງໃຫ້ເກີດການຖອກທ້ອງ: ອາກາດຮ້ອນເຮັດໃຫ້ອາຫານບູດເສຍງ່າຍ ເນື່ອງຈາກເຊື້ອພະຍາດຈະເລີນເຕີບໃຫຍ່ໄດ້ດີໃນອາກາດຮ້ອນ, ດັ່ງນັ້ນຈຶ່ງຄວນລະມັດລະວັງເລື່ອງການກິນເຊັ່ນ: ກິນອາຫານທີ່ເຮັດສຸກໃໝ່ໆ, ບໍ່ກິນອາຫານຄ້າງຄືນ, ຫຼີກລ່ຽງອາຫານຈັດໆເຊັ່ນ: ຍໍາ, ຕໍາ ແລະ ອາຫານດອງ ເພາະຈະເຮັດໃຫ້ເຈັບທ້ອງ ຫຼື ຖອກທ້ອງ.
  5. ຢ່າລືມພັກຜ່ອນໃຫ້ພຽງພໍ: ໂດຍທໍາມະຊາດຂອງລະດູຮ້ອນກາງເວັນຈະຍາວກວ່າກາງຄືນ ເປັນສາເຫດເຮັດໃຫ້ຄົນເຮົານອນໜ້ອຍກວ່າປົກກະຕິ, ດັ່ງນັ້ນການນອນຫຼັບພັກຜ່ອນໃນຕອນກາງເວັນກໍຖືເປັນປະໂຫຍດຕໍ່ສຸຂະພາບ ແຕ່ສໍາລັບຜູ້ທີ່ເຮັດວຽກໃນຕອນກາງເວັນຈະບໍ່ສະດວກ ອາດຈະໃຊ້ວິທີນັ່ງພັກຜ່ອນກັບທີ່ໃນໄລຍະກາງເວັນໄດ້.

ຂໍ້ມູນຈາກ: Sanook