ຕ້ອງມີສອງລັດຄົງຕົວໄປພ້ອມກັນ ຢູ່ຕາເວັນອອກກາງ

45

ຫາກເພື່ອນຜູ້ອ່ານຕິດຕາມຂ່າວໂລກແລ້ວຈະຮູ້ວ່າ ຈຸດຮ້ອນຢູ່ຕາເວັນອອກກາງນັ້ນມັນແຜ່ລາມໄປ ກວ່າທີ່ຈະຄາດຄິດ.. ຫຼາຍປະເທດມີ ຄວາມພະຍາຍາມຢາກໃຫ້ມີການຢຸດຕິການປະທະກັນໂດຍໄວ ໂດຍສະເພາະແມ່ນປະເທດໃຫຍ່ທີ່ມີການພົວພັນໃກ້ຊິດກັບຄູ່ກໍລະນີ.

ຜູ້ຂຽນຂໍນຳສະເໜີບົດບາດ ແລະ ຄວາມພະຍາຍາມຂອງປະເທດໃຫຍ່ ຕໍ່ເຫດການຮຸນແຮງຢູ່ຕາເວັນອອກກາງຜ່ານບົດວິເຄາະ ພາຍໃຕ້ຫົວຂໍ້: “ ລັດຖະມົນຕີການຕ່າງປະເທດອາເມຣິກາ ມານະພະຍາຍາມຊອກຫາທາງອອກໃຫ້ແກ່ວິກິດການຢູ່ຕາເວັນອອກກາງ.. ” ໂດຍສະເພາະແມ່ນ VOV WORLD ສະບັບອອນລາຍລົງພິມວັນທີ 9 ມັງກອນ 2024 ດັ່ງນີ້:

ທ່ານລັດຖະມົນຕີການຕ່າງປະເທດອາເມຣິກາ Antony Blinken ພວມມີການເດີນທາງໄປປະຕິບັດງານຢູ່ຫຼາຍປະເທດຕາເວັນອອກກາງ ເພື່ອແນໃສ່ຊອກຫາມາດຕະການຢຸດຕິການປະທະກັນຢູ່ເຂດ ກາຊາ ໂດຍໄວ, ສະກັດກັ້ນຄວາມສ່ຽງວິກິດການແຜ່ລາມອອກສູ່ວົງກວ້າງ ແລະ ສ້າງຂອບເຂດການເມືອງຍາວນານໃຫ້ແກ່ວິວັດທະນາການສ້າງສັນຕິພາບລະຫວ່າງອິດສະຣາແອນ – ປາແລັສຕິນ.

ໃນການເດີນທາງໄປປະຕິບັດງານຢູ່ຕ່າງປະເທດ ນັບແຕ່ວັນທີ 6 ມັງກອນ, ທ່ານລັດຖະມົນຕີການຕ່າງປະເທດ ອາເມຣິກາ, Antony Blinken ໄດ້ໄປຢ້ຽມຢາມບັນດາປະເທດ ຕວັກກີ, ຈໍແດນ, ກາຕາ, ສະຫະລັດ ອາຣັບເອເມເລດ ( UAE), ອາຣັບບີ ຊາອຸດິດ, ອິດສະຣາແອນ ແລະ ເອຢິບ ຕາມລໍາດັບ. ນີ້ເປັນຄັ້ງທີ 4 ທີ່ທ່ານລັດຖະມົນຕີການຕ່າງປະເທດອາເມຣິກາ ໄປຢ້ຽມຢາມຕາເວັນອອກກາງ ນັບແຕ່ເມື່ອການປະທະກັນລະຫວ່າງຂະບວນການອິດສະລາມ ຮາມາສ ແລະ ອິດສະຣາແອນ ເກີດຂຶ້ນແຕ່ວັນທີ 7 ຕຸລາ ປີ 2023.

■ ສະກັດກັ້ນການປະທະກັນແຜ່ລາມອອກພາກພື້ນເປັນວົງກວ້າງ

ຄວາມແຕກຕ່າງກັນໃຫຍ່ສຸດໃນການໄປປະຕິບັດງານຢູ່ຕາເວັນອອກກາງຄັ້ງນີ້ຂອງທ່ານລັດຖະມົນຕີການຕ່າງປະເທດອາເມຣິກາ ແມ່ນການປ່ຽນແປງສົມຄວນໃນການໃຫ້ບຸລິມະສິດການເຄື່ອນໄຫວມີ, ໃນຂະນະທີ່ ຄວາມສ່ຽງການປະທະກັນແຜ່ລາມອອກທົ່ວພາກພື້ນ ພວມແມ່ນຄວາມວິຕົກກັງວົນທີ່ສຸດສໍາລັບບັ້ນຮົບການທະຫານຂອງອິດສະຣາແອນ ຢູ່ເຂດກາຊາ. ໃນຊຸມວັນຜ່ານມາ, ມີຫຼາຍສັນຍານທີ່ສະແດງໃຫ້ເຫັນຄວາມວິຕົກກັງວົນຕໍ່ການເກີດການປະທະກັນໃໝ່ລະຫວ່າງກໍາລັງ ເຮໂບລາ ຢູ່ ລີບັງ, ສໍາພັນທະມິດຂອງ ຮາມາສ ກັບ ກອງທັບອິດສະຣາແອນ ຢູ່ເຂດຊາຍແດນພາກເໜືອ ອິດສະຣາແອນ. ວັນທີ 8 ມັງກອນ, ທ່ານນາຍົກລັດຖະມົນຕີ ອິດສະຣາແອນ, Benjamin Netanyahu ຖະແຫຼງວ່າ ອິດສະຣາແອນ ພ້ອມແລ້ວທີ່ຈະດໍາເນີນສົງຄາມກັບ ເຮໂບລາ ເພື່ອລົບລ້າງບັນດາໄພນາບຂູ່ຄວາມໝັ້ນຄົງຊ້ອນແຝງຈາກກໍາລັງນີ້.

ຕາມວົງການນັກໄຈ້ແຍກແລ້ວ, ນີ້ບໍ່ພຽງແຕ່ແມ່ນຄໍານາບຂູ່ຊື່ໆ ເພາະວ່າເມື່ອການປະທະກັນລະຫວ່າງ ຮາມາສ – ອິດສະຣາແອນ ເກີດຂຶ້ນໃນວັນທີ 7 ຕຸລາ 2023 ນັ້ນ, ອໍານາດການປົກຄອງ ອິດສະຣາແອນ ໄດ້ຄິດໄລ່ເຖິງກໍລະນີເປີດບັ້ນຮົບການທະຫານບຸກໂຈມຕີຕ້ານກໍາລັງ ເຮໂບລາ ແລ້ວ, ຍ້ອນມີຄວາມວິຕົກກັງວົນວ່າ ຮາມາສ ຈະດໍາເນີນບັ້ນບຸກໂຈມຕີທີ່ຄ້າຍຄືກັນກັບວັນທີ 7 ຕຸລາອີກ. ທ່ານປະທານກໍາມາທິການພົວພັນຕ່າງປະເທດ ແລະ ປ້ອງກັນຊາດຂອງສະພາແຫ່ງຊາດ ອິດສະຣາແອນ, Yuli Edelstein ໄດ້ຖະແຫຼງວ່າ ຈຸດປະສົງຂອງອິດສະຣາແອນ ແມ່ນກໍາລັງ ເຮໂບລາ ໃຫ້ອອກໄປໄກໆຈາກເຂດຊາຍແດນ ອິດສະຣາແອນ.

“ ນັ້ນແມ່ນເປົ້າໝາຍ ເຊິ່ງພວກຂ້າພະເຈົ້າພະຍາຍາມບັນລຸໄດ້ຜ່ານບັນດາຊ່ອງທາງການທູດ. ຂ້າພະເຈົ້າຈະບໍ່ເວົ້າລະອຽດ, ແຕ່ພວກຂ້າພະເຈົ້າຢາກໃຫ້ເຂົາເຈົ້າອອກໄປໄກໆຈາກເຂດຊາຍແດນຫຼາຍໆໄມ ຫາກບໍ່ແມ່ນພຽງແຕ່ 2 – 3 ແມັດ…”.

ໂດຍບໍ່ຢຸດຢູ່ທີ່ການຕໍ່ສູ້ດ້ວຍປາກຕໍ່ປາກ, ສອງຝ່າຍກໍພວມເພີ່ມທະວີການບຸກໂຈມຕີເຂົ້າບັນດາເປົ້າໝາຍຂອງກັນ. ໃນ 2 – 3 ອາທິດຜ່ານມາ, ອິດສະຣາແອນ ສືບຕໍ່ດໍາເນີນການບຸກໂຈມຕີທາງອາກາດເຂົ້າບັນດາຖານທີ່ໝັ້ນຂອງ ເຮໂບລາ ຢູ່ພາກໃຕ້ ລີບັງ ຢ່າງລຽນຕິດ ແລະ ເພື່ອໂຕ້ຕອບຄືນ, ວັນທີ 6 ມັງກອນ ເຮໂບລາ ໄດ້ຍິງຈະຫຼວດເປັນຈໍານວນຫຼາຍເຂົ້າເຂດດິນແດນ ອິດສະຣາແອນ. ຄວາມເຄັ່ງຕຶງນັບມື້ເພີ່ມຂຶ້ນ ເມື່ອ ອິດສະຣາແອນ ບຸກໂຈມຕີສັງຫານ ທ່ານ Saleh al – Arouri ຮອງຫົວໜ້າກໍາລັງ ຮາມາສ ແລະ ທັງເປັນພັນທະມິດທີ່ໃກ້ຊິດຂອງ ເຮໂບລາ ໃນວັນທີ 2 ມັງກອນ, ຢູ່ຊານນະຄອນຫຼວງ Beirut ( ລີບັງ ). ຕໍ່ໜ້າສະພາບການ ຄວາມເຄັ່ງຕຶງເພີ່ມຂຶ້ນໃນປັດຈຸບັນ, ທ່ານລັດຖະມົນຕີການຕ່າງປະເທດ ອາເມຣິກາ, Antony Blinken ຍອມຮັບວ່າປັດຈຸບັນແມ່ນຈຸດເວລາເຄັ່ງຕຶງທີ່ສຸດຢູ່ພາກພື້ນ ແລະ ການປະທະກັນຈາກເຂດກາຊາ ມີຄວາມສາມາດແຜ່ລາມອອກສູ່ເຂດອື່ນໄດ້ຢ່າງງ່າຍດາຍ ຖ້າຫາກວ່າທຸກຝ່າຍບໍ່ມີການກະທໍາຢ່າງຮີບດ່ວນ.

“ ນີ້ແມ່ນການປະທະກັນອາດຈະແຜ່ລາມ ແລະ ກໍ່ຄວາມຂາດສະຖຽນລະພາບ ກໍຄືຜົນເສຍຫາຍຫຼາຍກວ່າຕໍ່ພາກພື້ນນີ້ໄດ້ຢ່າງງ່າຍດາຍ. ດັ່ງນັ້ນ, ໃນມື້ທໍາອິດນັ້ນ ພວກຂ້າພະເຈົ້າສຸມຈິດສຸມໃຈສະກັດກັ້ນບໍ່ໃຫ້ການປະທະກັນແຜ່ລາມອອກສູ່ວົງກວ້າງ. ນັ້ນແມ່ນບຸລິມະສິດຕົ້ນຕໍໃນການເດີນທາງໄປປະຕິບັດງານຢູ່ຕ່າງປະເທດຄັ້ງທີ 4 ຂອງຂ້າພະເຈົ້າ ໄປຍັງພາກພື້ນດັ່ງກ່າວ ນັບແຕ່ເມື່ອເກີດການປະທະກັນ “.

ໂດຍມີທັດສະນະອັນດຽວກັນ ວັນທີ 6 ມັງກອນ, ຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍພົວພັນຕ່າງປະເທດ ແລະ ຄວາມໝັ້ນຄົງຂອງສະຫະພາບເອີຣົບ ( ອີຢູ ), ທ່ານ Josep Borrell ກໍຮຽກຮ້ອງໃຫ້ຕ້ອງເຮັດທຸກວິທີທາງ ເພື່ອຫຼີກລ່ຽງເລື່ອງ ລີບັງ ຈະຖືກແກ່ດຶງເຂົ້າໃນສົງຄາມ.

■ ການປຶກສາຫາລືກ່ຽວກັບອະນາຄົດ ກາຊາ ຫຼັງການປະທະກັນ

ໄປຄຽງຄູ່ບຸລິມະສິດແຖວໜ້ານັ້ນແມ່ນສະກັດກັ້ນຄວາມສ່ຽງເກີດສົງຄາມໃນພາກພື້ນ, ທ່ານລັດຖະມົນຕີການຕ່າງປະເທດອາເມຣິກາ ຈະສືບຕໍ່ຊຸກຍູ້ການຊອກຫາມາດຕະການຕ່າງໆ ເພື່ອແນໃສ່ຢຸດຕິການປະທະກັນຢູ່ເຂດ ກາຊາ ໂດຍໄວ, ດໍາເນີນການສ້າງບັນດາຂອບເຂດການເມືອງໃໝ່ໃຫ້ເຂດດິນແດນນີ້ຫຼັງການປະທະກັນ ແລະ ໄກກວ່ານັ້ນ ແມ່ນຟື້ນຟູວິວັດທະນະການສ້າງສັນຕິພາບລະຫວ່າງ ອິດສະຣາແອນ – ປາແລັສຕິນ ຕາມບັນດາກົນໄກໃໝ່.

ຕາມວົງການນັກສັງເກດການ ພາຍຫຼັງທີ່ກອງທັບ ອິດສະຣາແອນ ດໍາເນີນບັ້ນການທະຫານຢູ່ເຂດ ກາຊາ ໄດ້ 3 ເດືອນກວ່າ, ບັນດາການຂັດແຍ່ງກັນລະຫວ່າງອໍານາດການປົກຄອງປະເທດນີ້ ແລະ ອາເມຣິກາ, ພັນທະມິດໃກ້ຊິດທີ່ສຸດຂອງ ອິດສະຣາແອນ ກໍນັບມື້ປາກົດຫຼາຍຂຶ້ນ. ເຖິງວ່າຍັງຮັກສາການສະໜັບສະໜູນດ້ານການເມືອງ ແລະ ການທະຫານຂອງ ອິດສະຣາແອນ ເປັນສ່ວນໃຫຍ່ ແຕ່ ອາເມຣິກາ ບໍ່ພໍໃຈກັບຫຼາຍບັນຫາຂອງ ອິດສະຣາແອນ ເປັນຕົ້ນແມ່ນ ອິດສະຣາແອນ ບໍ່ໃຫ້ການຮ່ວມມືກັບອົງການຈັດຕັ້ງສາກົນ ໃນການຊ່ວຍເຫຼືອສາມັນຊົນ ປາແລັສຕິນ ຢູ່ເຂດ ກາຊາ.

ນອກຈາກບັນຫາມະນຸດສະທໍາແລ້ວ, ປັດຈຸບັນ ອໍານາດການປົກຄອງ ອາເມຣິກາ ກໍມີຄວາມບໍ່ລົງລອຍກັນຕໍ່ການສ້າງບັນດາມາດຕະການດ້ານການເມືອງ ເພື່ອຄຸ້ມຄອງເຂດ ກາຊາ ຫຼັງການປະທະກັນຂອງລັດຖະບານ ອິດສະຣາແອນ. ອາເມຣິກາ ພ້ອມກັບຫຼາຍປະເທດອື່ນ, ມີ ຄວາມປາດຖະໜາຢາກສ້າງລັດປາແລັສຕິນ ທີ່ມີຄວາມເປັນເອກະພາບ ເພື່ອຄຸ້ມຄອງທັງເຂດ ກາຊາ ກັບເຂດຝັ່ງຕາເວັນຕົກແມ່ນໍ້າ ຈໍແດນ ພາຍຫຼັງຢຸດຕິການປະທະກັນ, ເຖິງຢ່າງໃດກໍຕາມ ໃນໄລຍະຜ່ານມາຍັງມີເຈົ້າໜ້າທີ່ຫຼາຍທ່ານໃນລັດຖະບານ ອິດສະຣາແອນ ໄດ້ເປີດເຜີຍຖະແຫຼງການວ່າ ບໍ່ຢາກມອບເຂດ ກາຊາ ໃຫ້ຊາວປາແລັສຕິນ ຄຸ້ມຄອງ. ດັ່ງນັ້ນ, ໃນການເດີນທາງໄປປະຕິບັດງານຄັ້ງນີ້, ທ່ານລັດຖະມົນຕີການຕ່າງປະເທດ ອາເມຣິກາ Antony Blinken ຕ້ອງເກ່ຍກ່ອມວົງການການນໍາ ອິດສະຣາແອນ ກ່ຽວກັບການຕ້ອງດໍາເນີນການປຶກສາຫາລືກ່ຽວກັບບັນຫານີ້ຢ່າງເຂັ້ມງວດໂດຍໄວ.

ກ່ອນໜ້ານັ້ນ, ໃນສານທີ່ມີລັກສະນະກ່າວເຕືອນສະບັບໜຶ່ງທີ່ໄດ້ຝາກມາຍັງລັດຖະບານອິດສະຣາແອນ, ທ່ານລັດຖະມົນຕີການຕ່າງປະເທດອາເມຣິກາ ໃຫ້ຮູ້ວ່າ: ໄດ້ປຶກສາຫາລືກັບການນໍາຫຼາຍປະເທດອາຣັບ ໃນພາກພື້ນ ແລະ ໄດ້ຮັບຄໍາໝັ້ນສັນຍາວ່າ ບັນດາປະເທດອາຣັບ ຍັງມີຄວາມສົນໃຈເຖິງການຫັນສາຍພົວພັນໃນອະນາຄົດກັບ ອິດສະຣາແອນ ເປັນປົກກະຕິ ແຕ່ດ້ວຍເງື່ອນໄຂການປະທະກັນຢູ່ເຂດ ກາຊາ ຕ້ອງຢຸດຕິໂດຍໄວ ແລະ ວິວັດທະນາການສ້າງສັນຕິພາບ ລະຫວ່າງ ອິດສະຣາແອນ – ປາແລັສຕິນ ຕ້ອງບັນລຸໄດ້ມາດຕະການຍາວນານ, ໃນນັ້ນ ພື້ນຖານແມ່ນການສ້າງລັດ ປາແລັສຕິນ ທີ່ຄົງຕົວໄປພ້ອມກັບລັດ ອິດສະຣາແອນ…

ນັ້ນຄືບາງຂໍ້ມູນທີ່ຢາກໃຫ້ເພື່ອນຜູ້ອ່ານກຳໄດ້ນໍ?.