ການສ້າງຄວາມອຸດົມຮັ່ງມີ

63

ຄວາມອຸດົມຮັ່ງມີນັ້ນແມ່ນສິ່ງທີ່ຄົນທຸກຄົນປາດຖະໜາ ໂດຍທົ່ວໄປຄົນເຮົາມັກຈະເຂົ້າໃຈວ່າ ຄວາມອຸດົມຮັ່ງມີ ໝາຍເຖິງ ການທີ່ມີເງິນຄໍາຊັບສິນຈໍານວນຫຼວງຫຼາຍ, ມີເງິນເຫຼືອໃຊ້ ຫຼື ການທີ່ເປັນຄົນທີ່ໃຊ້ຊີວິດຢ່າງສຸກສະບາຍເປັນລໍາດັບຕົ້ນໆ. ເພາະລາຍໄດ້ ແລະ ຊັບສິນເປັນດັ່ງສິ່ງທີ່ສະແດງຖານະທາງສັງຄົມ ທີ່ສື່ໃຫ້ເຫັນຄວາມອຸດົມຮັ່ງມີຂອງບຸກຄົນນັ້ນໆ.

อาจเป็นรูปภาพของ 2 คน, ผ้าใบเรือ และ เรือ

ແຕ່ວ່າໃນຄວາມເປັນຈິງແລ້ວ ຄວາມອຸດົມຮັ່ງມີແມ່ນ ໝາຍເຖິງຄວາມອຸດົມສົມບູນທາງດ້ານວັດຖຸ ທີ່ເປັນຊັບສິນເງິນຄໍາ ແລະ ທາງດ້ານຈິດໃຈທີ່ເປັນຄວາມສຸກ ບົນພື້ນຖານຄວາມເພິ່ງພໍໃຈ ແລະ ຄວາມສະດວກສະບາຍ. ດັ້ງນັ້ນ, ການທີ່ຈະຖືໄດ້ວ່າມີຄວາມອຸດົມຮັ່ງມີທີ່ແທ້ຈິງໄດ້ນັ້ນ ແມ່ນຕ້ອງກ້າວຜ່ານຂັ້ນໄດສູ່ຄວາມອຸດົມຮັງມີ ເຊິ່ງນັ້ນປະກອບມີ ຄື: ການສ້າງຄວາມອຸດົມຮັ່ງມີ, ປ້ອງກັນຄວາມອຸດົມຮັ່ງມີ, ເສີມສ້າງຄວາມອຸດົມຮັ່ງມີ ແລະ ສຸດທ້າຍແມ່ນການແບ່ງປັນຄວາມອຸດົມຮັ່ງມີ. ໃນອາທິດນີ້ເຮົາຈະມານຳສະເໜີກ່ຽວກັບບາດກ້າວທຳອິດ ຫຼື ຂັ້ນຕອນທຳອິດກໍຄືການສ້າງຄວາມອຸດຸດົມຮັ່ງມີ.

อาจเป็นรูปภาพของ 1 คน, ขอบฟ้า และ มหาสมุทร

ການສ້າງຄວາມອຸດົມຮັ່ງມີ ການທີ່ຄົນຜູ້ໜຶ່ງຈະເປັນຜູ້ທີ່ອຸດົມຮັ່ງມີໄດ້ ມັນບໍ່ແມ່ນເລື່ອງງ່າຍ ແຕ່ມັນກໍບໍ່ໄດ້ເປັນເລື່ອງທີ່ຍາກຈົນເກີນໄປທີ່ຈະຂົນ ຂວາຍຄວາມອຸດົມຮັ່ງມີ. ແລ້ວຄວາມອຸດົມຮັ່ງມີເກີດມາຈາກໃສ ເຮັດແນວໃດຈຶ່ງຈະຮັ່ງມີ ຫຼາກຫຼາຍຄໍາຖາມຂອງບຸກຄົນທີ່ຢາກສ້າງຕົນເອງໃຫ້ເປັນຜູ້ຮັ່ງມີດ້ວຍຊັບສິນເງິນທອງ ເນື່ອງຈາກບາງຄົນອາດຈະບໍ່ທັນປະສົບຜົນສຳເລັດໃນການສ້າງຄວາມຮັ່ງມີ ແລະ ຫຼາຍໆຄົນກໍ່ຢາກຈະຮຽນຮູ້ວິທີການສ້າງຄວາມຮັ່ງມີທີ່ມີປະສິດທິຜົນ.

อาจเป็นรูปภาพของ เงิน

ສະນັ້ນ, ການຮຽນຮູ້ວິທີ ແລະ ແນວທາງຊີວິດຈາກຜູ້ທີ່ຮັ່ງມີແລ້ວ ເພື່ອນຳມາດັດປັບ ແລະ ນຳໃຊ້ໃຫ້ແທດເໝາະກັບຊີວິດຂອງຕົນເອງ ຈຶ່ງເປັນໜຶ່ງໃນທາງເລືອກທີ່ດີ ເຖິງຢ່າງໃດກໍຕາມການຮູ້ຈັກຕົນເອງ ຮຽນຮູ້ທີ່ຈະສ້າງຄວາມຮັ່ງມີດ້ວຍວິທີການຂອງຕົນເອງແມ່ນເປັນທາງເລືອກທີ່ດີທີ່ສຸດ.

ໂດຍຈາກການສຶກສາຊີວະປະຫວັດຂອງຜູ້ທີ່ຮັ່ງມີໃນໂລກຫຼາຍໆທ່ານ ເຫັນໄດ້ວ່າຄວາມອຸດົມຮັ່ງມີຂອງພວກເຂົາເຫຼົ່ານັ້ນ ລ້ວນແຕ່ເກີດຂຶ້ນຈາກນໍ້າພັກນໍ້າແຮງ ແລະ ສະຕິປັນຍາຂອງພວກເຂົາເອງ, ທັງນີ້ກໍຍ້ອນພວກເຂົາຮູ້ຈັກຕົນເອງເປັນຢ່າງດີວ່າ ຄວນຈະເຮັດແນວໃດຈຶ່ງຈະໄດ້ຄວາມອຸດົມຮັ່ງມີທີ່ຫຼາຍໆຄົນປາຖະໜາມາຄອບຄອງ. ຈາກຈຸດນີ້ເຫັນໄດ້ຢ່າງຊັດເຈນວ່າ ທ່ານຈະຮັ່ງມີໄດ້ ຫຼື ບໍ່ ແມ່ນຂຶ້ນຢູ່ກັບຕົວທ່ານເອງ ວ່າຮູ້ຈັກຕົນເອງຫຼາຍເທົ່າໃດ ແລະ ຈະສ້າງຕົນໃຫ້ເປັນຜູ້ຮູ້ຊອກຫາ ແລະ ດູພັນໄດ້ແນວໃດ.

ໂດຍ: ຕລຊລ