ລາຄານໍ້າມັນດິບ WTI ປັບຂຶ້ນກວ່າ 2% ທະລຸ 72 ໂດລາຕໍ່ບາເຣລ

40

ລາຄານໍ້າມັນດິບ ເວັດເທັກຊັດ ຫລື WTI ປິດໃນວັນອັງຄານ 9 ມັງກອນ ປັບຂຶ້ນຫຼາຍກວ່າ 2% ສູ່ລະດັບ72ໂດລາຕໍ່ບາເຣລ. ຂະນະທີ່ນັກລົງທຶນ ໄດ້ສົ່ງຄຳສັ່ງຊື້ເກງກຳໄລເຂົ້າຕະຫຼາດ ຫຼັງຈາກລາຄານໍ້າມັນດິ້ງລົງແຮງໃນມື້ກ່ອນໜ້ານີ້.

อาจเป็นรูปภาพของ 2 คน และ โรงกลั่นน้ำมัน

ລາຄານໍ້າມັນດິບ WTI ສໍາລັບການຈັດສົ່ງໃນເດືອນກຸມພາ ປັບຂຶ້ນ1,47 ໂດລາ ຫຼື 2,08% ປິດທີ່ 72,24 ໂດລາຕໍ່ບາເຣລ. ສ່ວນສັນຍານ້ຳມັນດິນ ເບຣນ (Brent) ເພີ່ມຂຶ້ນ 1,47 ໂດລາ ຫຼື 1,93% ປິດທີ່ 77.59 ໂດລາຕໍ່ບາເຣລ.

ລາຄານໍ້າມັນ WTI ຫຼຸດລົງຫຼາຍກວ່າ 4% ໃນມື້ກ່ອນໜ້ານີ້ຫຼັງຈາກຊາອຸດິ ອາລະເບຍ ປະກາດການຫຼຸດລາຄານໍ້າມັນຄັ້ງໃຫຍ່ ແລະ ອົງການປະເທດສົ່ງອອກນ້ຳມັນ (OPEC) ປັບເພີ່ມກຳລັງການຜະລິດ. ສົ່ງຜົນໃຫ້ນັກລົງທຶນມີຄວາມກັງວົນກ່ຽວກັບຄວາມຕ້ອງການທີ່ອ່ອນແອ ແລະການສະໜອງນ້ຳມັນເກີນຕະຫຼາດ

ລາຄານໍ້າມັນໄດ້ຮັບແຮງໜູນໃນມື້ນີ້. ຂະນະ ທີ່ບັນດານັກລົງທຶນມີຄວາມວິຕົກກັງວົນວ່າ ສົງຄາມລະຫວ່າງ ອິດສະຣາແອນ ກັບ ຮາມາສ ຈະລຸກລາມກາຍເປັນວິກິດການພາກພື້ນ ແລະຈະສົ່ງຜົນກະທົບຕໍ່ການຂົນສົ່ງນ້ຳມັນຢູ່ຕາເວັນອອກກາງ. ຫຼັງຈາກກອງທັບອິສຣາແອນເປີດເຜີຍວ່າ ສົງຄາມຕໍ່ຕ້ານ ຮາມາສ ຈະສືບຕໍ່ຕະຫຼອດປີນີ້.