ການພັດທະນາ AI ໄປຄຽງຄູ່ກັບຄວາມຮັບຜິດຊອບ

29

ຄໍລຳພວກເຮົາເຄີຍຂຽນເລື່ອງຫຸ່ນຍົນ ( AI ) ປັນຍາປະດິດວ່າມັນໄດ້ຮັບການພັດທະນາ ແລະ ຈະມາເຮັດວຽກແທນຄົນເຮົາໃນຫຼາຍຂະແໜງການ ຈົນເຖິງຂັ້ນມີຜູ້ວາດພາບວ່າຄົນຈະວ່າງງານຍ້ອນຫຸ່ນຍົນ ຫຼື ປັນຍາປະດິດ.. ຫາກເພື່ອນຜູ້ອ່ານຕິດຕາມຂ່າວຈະເຫັນວ່າໃນຂົງເຂດສື່ມວນຊົນມາໄວກວ່າເພິ່ນ ເພາະມີການນຳໃຊ້ AI ເຂົ້າໃນການອ່ານຂ່າວແທນໂຄສົກແລ້ວ.

ຜູ້ຂຽນຂໍນຳເອົາບົດວິເຄາະພາຍໃຕ້ຫົວຂໍ້ 2023: ປັນຍາປະດິດກາຍເປັນບັນຫາທົ່ວໂລກທີ່ VOV WORLD ສະບັບອອນລາຍ ລົງວັນທີ 29 ທັນວາ 2023 ມານຳສະເໜີໃຫ້ໄດ້ຮັບຮູ້ວ່າໃນປີຜ່ານມາເຂົາພັດທະນາວົງການ AI ນີ້ຢ່າງໃດ?.

ໃນປີ 2023 ຜ່ານມານີ້, ປັນຍາປະດິດ ( AI ) ພົ້ນເດັ່ນຂຶ້ນກາຍເປັນໜຶ່ງໃນບັນດາບັນຫາມີລັກສະນະທົ່ວໂລກ, ພ້ອມກັບຄວາມສາມາດບົ່ມຊ້ອນຂອງການໝູນໃຊ້ຢ່າງກວ້າງຂວາງໃນຊີວິດສັງຄົມ – ເສດຖະກິດ ຂອງບັນດາປະເທດ, AI ກໍມີຄວາມສ່ຽງສູງທາງດ້ານຄວາມໝັ້ນຄົງ, ຄວາມປອດໄພ, ບັງຄັບໃຫ້ບັນດາປະເທດ ແລະ ອົງການຈັດຕັ້ງສາກົນຕ້ອງຊອກຫາມາດຕະການຄວບຄຸມ.

ວັນທີ 1 ພະຈິກ, ຄໍາສັບ AI ເຊິ່ງເປັນຄໍາຂຽນຫຍໍ້ຂອງປັນຍາປະດິດ ໂດຍສໍານັກພິມຈໍາໜ່າຍວັດຈະນານຸກົມທີ່ມີຊື່ສຽງ Collins ( ປະເທດອັງກິດ ) ໄດ້ເລືອກເຟັ້ນເປັນຄີເວີດ ( keyword ໃຊ້ໃນການຄົ້ນຫາ ) ຂອງປີນີ້ ເພື່ອ ອະທິບາຍກ່ຽວກັບການເລືອກເຟັ້ນນີ້, ບັນດານັກຊ່ຽວຊານດ້ານພາສາຂອງ Collins ໃຫ້ຮູ້ວ່າ: ຄີເວີດ ດ້ານເຕັກໂນໂລຊີນີ້ ໄດ້ຮັບການນໍາໃຊ້ຢ່າງກວ້າງຂວາງ, ພ້ອມທັງກາຍເປັນ “ ຫົວເລື່ອງປຶກສາຫາລືຕົ້ນຕໍຂອງປີ ”, ດ້ວຍພະຍານຫຼັກຖານທີ່ຊວນເຊື່ອທີ່ສຸດ ນັ້ນແມ່ນການນໍາໃຊ້ຄໍາສັບ AI ເພີ່ມຂຶ້ນທົບ 4 ເທົ່າໃນປີນີ້.

■ ຄວາມສາມາດບົ່ມຊ້ອນໃນການໝູນໃຊ້ອັນໃຫຍ່ຫຼວງ ຂອງ AI

ການເປີດຕົວ ແລະ ສ້າງ ຄວາມສັ່ນສະເທືອນໃນທົ່ວໂລກຂອງ ChatGPT ໃນຕົ້ນປີນີ້, ຊ໊ອຟແວຣ໌ AI ຂອງ ບໍລິສັດ OpenAl ໄດ້ຮັບຖືວ່າແມ່ນຂີດໝາຍໃນການປ່ຽນແປງສະຕິ ຄວາມຮັບຮູ້ຂອງຫຼາຍຄົນກ່ຽວກັບ Al ຍ້ອນວ່າ ChatGPT ພ້ອມກັບບັນດາຄູ່ແຂ່ງອື່ນໆ ຄື: Gemini ຂອງ Google Deep Mind ຫຼື Grok Al ຂອງເສດຖີເງິນຕື້ Elon Musk ໄດ້ເປັນຂີດໝາຍການເລີ່ມຕົ້ນຂອງສັງກະລາດຫັນພູມປັນຍາເປັນ AI. ນີ້ບໍ່ພຽງແຕ່ແມ່ນບັນດາແອັບພລິເຄຊັນເຕັກໂນໂລຊີ ຮັບໃຊ້ຄວາມຕ້ອງການຂອງຜູ້ນໍາໃຊ້ເທົ່ານັ້ນ ຫາກນີ້ໄດ້ພັດທະນາຢູ່ໃນລະດັບສູງກວ່າ ນັ້ນແມ່ນເລີ່ມມີ “ ຈິນຕະນາການໃນເບື້ອງຕົ້ນ ” ຢ່າງເປັນເຈົ້າການ, ມີຄວາມສາມາດເຊື່ອມຕໍ່ Big data, ພັດທະນາ ຄວາມຮູ້ເອງ ແລະ ພັດທະນາ ຄວາມກ້າວໜ້າຜ່ານການກະທົບຕອບກັບຜູ້ນໍາໃຊ້. ຕາມ ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ແລ້ວ, ຖ້າໄດ້ຮັບການນໍາໃຊ້ຢ່າງມີຄວາມຮັບຜິດຊອບ ແລະ ຍຸຕິທໍານັ້ນ Al ອາດຈະສ້າງຂອດບຸກທະລຸໃນເສັ້ນທາງການພັດທະນາຂອງແຕ່ລະປະເທດ:

“ AI ສາມາດຊຸກຍູ້ການກະທໍາເພື່ອດິນຟ້າອາກາດ ແລະ ບັນດາຄວາມມານະພະຍາຍາມປະຕິບັດ 17 ເປົ້າໝາຍພັດທະນາແບບຍືນຍົງໃນປີ 2030 ຢ່າງແຮງ. ແຕ່ທັງໝົດສິ່ງເຫຼົ່ານີ້ໄດ້ອີງໃສ່ເລື່ອງບັນດາເຕັກໂນໂລຊີ AI ໄດ້ຮັບການລະດົມຢ່າງມີຄວາມຮັບຜິດຊອບ ແລະ ມີຄວາມສາມາດໃນການເຂົ້າເຖິງກັບທຸກໆປະເທດ ລວມທັງບັນດາປະເທດພວມພັດທະນາ ເຊິ່ງເປັນບັນດາປະເທດຕ້ອງການເຕັກໂນໂລຊີນີ້ທີ່ສຸດ ”.

ໃນລະດັບທົ່ວໂລກ, AI ໄດ້ເລີ່ມຜັນຂະຫຍາຍເພື່ອສ້າງບັນດາຮູບແບບການຄາດຄະເນໂລກພະຍາດຄັ້ງໃໝ່, ໄດ້ເຂົ້າຮ່ວມກັບບັນດາການບໍລິການການແພດ, ພະຍາກອນການຜັນແປຂອງອາກາດ, ພັດທະນາແນວພັນປູກທີ່ມີຄວາມສາມາດປັບຕົວກັບການປ່ຽນແປງຂອງດິນຟ້າອາກາດ, ຈາກນັ້ນ ກໍ່ສ້າງລະບົບສະບຽງອາຫານທົ່ວໂລກໃໝ່ແບບທີ່ຍືນຍົງກວ່າ.

■ ພັດທະນາ Al ແບບມີ ຄວາມຮັບຜິດຊອບ ເພື່ອຈໍາກັດ ຄວາມສ່ຽງ

ຄຽງຄູ່ກັບບັນດາຜົນປະໂຫຍດດ້ານຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງ AI ກໍເລີ່ມສ້າງຄວາມວິຕົກວັງວົນ. ຕໍ່ໜ້າການພັດທະນາຢ່າງວ່ອງໄວຂອງບັນດາເຕັກໂນໂລຊີ AI  ໃນປີນີ້. ບັນດາປະເທດ, ອົງການຈັດຕັ້ງສາກົນ ກໍຄືບັນດານັກຊ່ຽວຊານເຕັກໂນໂລຊີ ນັບມື້ມີສະຕິຕໍ່ບັນດາຄວາມສ່ຽງ ເຊິ່ງ  AI ສ້າງຂຶ້ນຕໍ່ຄວາມໝັ້ນຄົງແຫ່ງຊາດ, ຄວາມສະຖຽນລະພາບຂອງສັງຄົມ ແລະ ຍິ່ງກວ່ານັ້ນແມ່ນຄວາມປອດໄພຂອງມວນມະນຸດ.

ໃນກາງປີ 2023 ນີ້, ຜູ້ອໍານວຍການດ້ານບໍລິຫານ (CEO) ຂອງບັນດາ ບໍລິສັດ AI ແຖວໜ້າຂອງໂລກ ພ້ອມກັບນັກຄົ້ນຄວ້າ ແລະ ນັກຊ່ຽວຊານນັບຮ້ອຍທ່ານ ໄດ້ພ້ອມກັນລົງລາຍເຊັນເຂົ້າໃນຖະແຫຼງການສະບັບໜຶ່ງ ໂດຍເນັ້ນໜັກເຖິງການຫຼຸດຜ່ອນຄວາມສ່ຽງຈາກ AI ຕ້ອງແມ່ນບຸລິມະສິດທົ່ວໂລກ ພ້ອມທັງໄດ້ເວົ້າວ່າການກະທໍານີ້ມີລັກສະນະຮີບດ່ວນຄືດັ່ງເລື່ອງສະກັດກັ້ນສົງຄາມນິວ      ເຄລຍ. ເສດຖີເງິນຕື້ຊາວອາເມຣິກາ ທ່ານ Elon Musk ໜຶ່ງໃນບັນດາຜູ້ນໍາໜ້າໃນການພັດທະນາເຕັກໂນໂລຊີ AI ກໍໄດ້ອອກສຽງກ່າວເຕືອນກ່ຽວກັບໄພອັນຕະລາຍຂອງເຕັກໂນໂລຊີນີ້ ຖ້າບໍ່ໄດ້ການຄວບຄຸມຢ່າງເຂັ້ມງວດ:

“ ຂ້າພະເຈົ້າຄິດວ່າ ມີໄລຍະເວລາໜຶ່ງທີ່ຫາງສຽງມີຄວາມປະເອີບໃຈກ່ຽວກັບເຕັກໂນໂລຊີ AI. ຂ້າພະເຈົ້າ ເວົ້າສິ່ງດັ່ງກ່າວດ້ວຍຖານະເປັນນັກວິສາວະກອນ, ດັ່ງນັ້ນຈຶ່ງເຂົ້າໃຈແຈ້ງບັນຫານັ້ນ ຖ້າຕ້ອງຕີລາຄາ, ຂ້າພະເຈົ້າຖືວ່າສ່ວນຫຼາຍ AI ແມ່ນແຫຼ່ງກໍາລັງທີ່ດີ ແຕ່ຄວາມສາມາດກາຍເປັນເຕັກໂນໂລຊີທີ່ບໍ່ດີຕ້ອງແມ່ນ 0%. ດັ່ງນັ້ນ ພວກເຮົາຕ້ອງຫຼຸດຜ່ອນບັນດາຄວາມສ່ຽງຂອງເຕັກໂນໂລຊີນີ້ ”.

ຕໍ່ໜ້າບັນດາສິ່ງທ້າທາຍກ່ຽວກັບເລື່ອງ AI ອາດຈະພັດທະນາໂດຍບໍ່ສາມາດຄວບຄຸມໄດ້ ແລະ ສົ່ງຜົນກະທົບຫຍໍ້ທໍ້ເຖິງມະນຸດນັ້ນ, ປະຊາຄົມໂລກໃນປີນີ້ໄດ້ເພີ່ມທະວີໃນການຄວບຄຸມການພັດທະນາ ແລະ ນໍາໃຊ້ AI. ຕົ້ນ ເດືອນພະຈິກນີ້ ເປັນຄັ້ງທໍາອິດ ກອງປະຊຸມສຸດຍອດທົ່ວໂລກ ກ່ຽວກັບຄວາມປອດໄພຂອງ AI ໄດ້ຈັດຂຶ້ນຢູ່ປະເທດອັງກິດ ເຊິ່ງໄດ້ຮັບຮອງເອົາຖະແຫຼງການ Bletchley ດ້ວຍການປະກອບລາຍເຊັນຂອງຜູ້ຕາງໜ້າ 27 ປະເທດ. ໃນນັ້ນ, ມີບັນດາປະເທດຄວບຄຸມ AI ແຖວໜ້າຂອງໂລກ ຄື: ອາເມຣິກາ, ຈີນ, ສະຫະພາບເອີຣົບ ( EU ), ໃຫ້ຄໍາໝັ້ນສັນຍາຊຸກຍູ້ນໍ້າໃຈຄວາມຮັບຜິດຊອບສູງ ແລະ ການຮ່ວມມືສາກົນໃນການນໍາໃຊ້ ແລະ ຄົ້ນຄວ້າ AI ໃຫ້ປອດໄພ. ກໍ່ຈາກກອງປະຊຸມນີ້, ບັນດາປະເທດໄດ້ວາງອອກຫຼັກການຄວບຄຸມ Al “ ປອດໄພຈາກການອອກແບບ ” ຫຼື ເລື່ອງບັນດານັກພັດທະນາ AI ໃຫ້ຄໍາໝັ້ນສັນຍາອະນຸຍາດໃຫ້ບັນດາລັດຖະບານກວດກາຄວາມປອດໄພຂອງບັນດາເຕັກໂນໂລຊີ AI ກ່ອນທີ່ຈະປະກາດໃຫ້ມະຫາຊົນ.

ບັນດາກົນໄກຄວບຄຸມ AI ອື່ນກໍໄດ້ກໍາເນີດໃນປີນີ້. ທ້າຍເດືອນຕຸລາຜ່ານມາ ສປຊ ໄດ້ປະກາດຄະນະທີ່ປຶກສາ AI, ດ້ວຍສະມາຊິກ 39 ຄົນ ເຊິ່ງເປັນບັນດາຜູ້ອໍານວຍການໃຫຍ່ບໍລິສັດ, ເຈົ້າໜ້າທີ່ລັດຖະບານ ແລະ ບັນດານັກຮຽນຮູ້, ມີໜ້າທີ່ຍົກອອກທິດຄຸ້ມຄອງ AI ຢູ່ລະດັບສາກົນ.

ຢູ່ລະດັບແຫ່ງຊາດ ທັງອາເມຣິກາ ແລະ ອັງກິດ ລ້ວນແຕ່ສ້າງຕັ້ງບັນດາສະຖາບັນຄວາມປອດໄພ Al ເພື່ອແນໃສ່ຕີລາຄາ ແລະ ທົດລອງບັນດາຮູບແບບໃໝ່, ຜ່ານນັ້ນກໍກໍານົດໄດ້ທຸກໆຄວາມສ່ຽງຈາກ AI. ໃນຂະນະນັ້ນ, ຈີນ ກໍໄດ້ປະກາດ “ ຂໍ້ລິເລີ່ມບໍລິຫານ Al ທົ່ວໂລກ ” ເຊິ່ງຍົກອອກບາງຂໍ້ກໍານົດຊົ່ວຄາວ ສໍາລັບ Al ນອກຈາກນັ້ນ, ກຸ່ມ ບໍລິສັດ ແລະ ອົງການຈັດຕັ້ງສາກົນກວ່າ 50 ແຫ່ງ ກໍໄດ້ສ້າງຕັ້ງສະຫະພັນ Al ແມ່ ເພື່ອແນໃສ່ຮັບປະກັນວິທີການຮ່ວມມືຢ່າງເປີດເຜີຍ ແລະ ກະຈ່າງແຈ້ງກວ່າໃນການພັດທະນາເຕັກໂນໂລຊີນີ້…

ສະເໜີເພື່ອໃຫ້ເພື່ອນຜູ້ອ່ານກຳໄດ້ນໍ?.

( ຈົບ )