ສ່ອງເບິ່ງການຄ້າໂລກຮອບປີ 2023

30

ຫາກເພື່ອນຜູ້ອ່ານຕິດຕາມສະພາບເສດຖະກິດໂລກ ຈະເຫັນວ່າໃນຮອບປີ 2023 ພົບບັນຫາບໍ່ສາມາດຂະຫຍາຍຕົວຕາມການຄາດຄະເນ… ທັງນີ້ແມ່ນຍ້ອນຫຼາຍສາເຫດໃນນັ້ນແມ່ນບັນຫາຂໍ້ຂັດແຍ່ງທີ່ກາຍເປັນສົງຄາມໃນບາງພູມີພາກນັ້ນແມ່ນການຂາດສະຖຽນລະພາບດ້ານພູມສາດການເມືອງ.

ຜູ້ຂຽນຂໍນຳບົດຈາກ VOV WORLD ສະບັບອອນລາຍລົງວັນທີ 22 ທັນວາ 2023 ພາຍໃຕ້ຫົວຂໍ້: ..ປີ 2023: ປີທີ່ການຄ້າທົ່ວໂລກຊຸດໂຊມ!! ມານຳສະເໜີເພື່ອພ້ອມກັນວິເຄາະນໍ?.

ຄວາມກົດດັນຈາກສະພາບເງິນເຟີ້ ແລະ ອັດຕາດອກເບ້ຍສູງ, ການຟື້ນຟູຢ່າງຊັກຊ້າຂອງຫຼາຍພື້ນຖານເສດຖະກິດໃຫຍ່, ບວກກັບສະພາບຂາດສະຖຽນລະພາບດ້ານພູມສາດການເມືອງ ແລະ ໜີ້ສາທາລະນະເພີ່ມຂຶ້ນສູງຂອງຫຼາຍປະເທດ ໄດ້ເຮັດໃຫ້ການຄ້າທົ່ວໂລກໃນປີນີ້ຖືກຫຼຸດລົງ. ຕາມບັນດານັກຊ່ຽວຊານແລ້ວ, ບັນດາຄວາມຫຍຸ້ງຍາກດັ່ງກ່າວ ບໍ່ທັນຢຸດຕິລົງເທື່ອ ແຕ່ການຄ້າຂອງທົ່ວໂລກໃນປີໜ້າຍັງມີບາງປັດໄຈເພື່ອສ້າງຄວາມຫວັງ.

ໃນບົດລາຍງານທີ່ມີຊື່ວ່າ   “ ອັບເດດສະພາບການຄ້າທົ່ວໂລກ ”, ປະກາດໃນວັນທີ 11 ທັນວາ, ກອງປະຊຸມຂອງ ສປຊ ກ່ຽວກັບການຄ້າ ແລະ ພັດທະນາ ( UNCTAD ) ຄາດວ່າວົງເງິນການຄ້າທົ່ວໂລກໃນປີນີ້ບັນລຸປະມານ 30.700 ຕື້ໂດລາສະຫະລັດ, ຕໍ່າກວ່າເມື່ອທຽບໃສ່ລະດັບ 32.200 ຕື້ໂດລາສະຫະລັດຂອງປີ 2022. ສະເພາະຂົງເຂດການຄ້າ, ສິນຄ້າ, ຫຼຸດລົງເກືອບ 2.000 ຕື້ໂດລາສະຫະລັດ ເທົ່າກັບລະດັບຫຼຸດລົງ 8%

■ ຫຼາຍປັດໄຈຂາດສະຖຽນລະພາບ

UNCTAD ໃຫ້ຂໍ້ສັງເກດວ່າ: ການຄ້າທົ່ວໂລກຫຼຸດລົງນັ້ນ, ສ່ວນໜຶ່ງແມ່ນຍ້ອນການສົ່ງອອກຂອງບັນດາພື້ນຖານເສດຖະກິດພວມພັດທະນາຢູ່ອາຊີຕາເວັນອອກ ບໍ່ບັນລຸປະສິດທິຜົນ, ອີກສ່ວນໜຶ່ງແມ່ນການກະທົບຈາກຄວາມຕ້ອງການຂອງຕະຫຼາດຢູ່ບັນດາປະເທດພວມພັດທະນາຫຼຸດລົງ. ໄປຄຽງຄູ່ກັນນັ້ນ, ໃນປີນີ້ລາຄາຂອງຫຼາຍປະເພດສິນຄ້າໄດ້ຫຼຸດລົງພາຍຫຼັງທີ່ເພີ່ມຂຶ້ນສູງຍ້ອນຜົນສະທ້ອນຂອງໄພເງິນເຟີ້ໃນປີ 2022, ເລື່ອງລາຄາສິນຄ້າຫຼຸດລົງແມ່ນສາເຫດໜຶ່ງເຮັດໃຫ້ມູນຄ່າການຄ້າສິນຄ້າທົ່ວໂລກຫຼຸດລົງ, ໃນຂະນະທີ່ມູນຄ່າການຄ້າ, ການບໍລິການໄດ້ຄາດຄະເນເພີ່ມຂຶ້ນ 500 ຕື້ໂດລາສະຫະລັດໃນປີນີ້ເມື່ອທຽບໃສ່ປີ 2022 ເທົ່າກັບລະດັບເພີ່ມຂຶ້ນປະມານ 7%.

ແຕ່ເຖິງຢ່າງໃດກໍຕາມ, ຕາມທ່ານ Ralph Ossa ຫົວໜ້ານັກຊ່ຽວຊານດ້ານເສດຖະກິດຂອງອົງການການຄ້າໂລກ ( WTO ) ແລ້ວ, ການຊຸດໂຊມຂອງການຄ້າທົ່ວໂລກໃນປີນີ້ແມ່ນຍ້ອນຜົນກະທົບຂອງໄລຍະເຄິ່ງຕົ້ນ ປີ, ໃນຂະນະທີ່ບັນດາປັດໄຈຫຍໍ້ທໍ້ເກີດຂຶ້ນໃນເວລາດຽວກັນ ເຊິ່ງລວມມີ: ສະພາບໄພເງິນເຟີ້ທີ່ແກ່ຍາວ ແລະ ອັດຕາດອກເບ້ຍສູງຢູ່ອາເມຣິກາ ແລະ ສະຫະພາບເອີຣົບ ( EU ); ການຟື້ນຟູຊັກຊ້າກວ່າການຄາດຄະເນຂອງເສດຖະກິດຈີນ ຫຼັງພະຍາດລະບາດໂຄວິດ – 19 ແລະ ບັນດາການກະທົບຈາກການປະທະກັນຢູ່ ອູແກຣນ. ໃນເຄິ່ງທ້າຍປີ 2023 ນີ້, ບັນດາປັດໄຈດັ່ງກ່າວກໍໄດ້ຮັບການປັບປຸງແລ້ວ. ຮອດທ້າຍປີນີ້, ອັດຕາເງິນເຟີ້ຢູ່ເຂດນຳໃຊ້ສະກຸນເງິນລວມ ເອີຣົບ – Eurozone ຫຼື ອັງກິດ ໄດ້ຫຼຸດລົງໃນລະດັບຕ່ຳສຸດໃນຊຸມເດືອນຜ່ານມາ, ດ້ວຍອັດຕາແມ່ນຢູ່ Eurozone 2,4% ແລະ ຢູ່ອັງກິດແມ່ນ 3,9%. ສະເພາະ ອາເມຣິກາ, ພື້ນຖານເສດຖະກິດໃຫຍ່ສຸດໃນໂລກ, ມີລະດັບການເຕີບໂຕຍອດຜະລິດຕະພັນພາຍໃນ ( GDP ) ທີ່ໜ້າປະທັບໃຈ, ໃນໄຕມາດ III ແມ່ນ 5,2% ແລະ ອັດຕາເງິນເຟີ້ໃນເດືອນພະຈິກ ຢູ່ໃນລະດັບ 3,1% ເທົ່ານັ້ນ, ເສດຖະກິດຈີນ ກໍມີການເລີ່ມເຕີບໂຕຢ່າງຈະແຈ້ງໃນຊຸມເດືອນທ້າຍປີ. ຍ້ອນເຫດນັ້ນ, ການຄ້າທົ່ວໂລກພວມມີສັນຍານຟື້ນຟູ.

ສິ່ງທີ່ເປັນໜ້າວິຕົກວັງວົນ ກວ່າ ຄືຄຳກ່າວເຕືອນຂອງ UNCTAD ນັ້ນແມ່ນບັນດາປະເທດທີ່ມີການພົວພັນສະໜິດສະໜົມພວມມີການພົວພັນການຄ້ານຳກັນຫຼາຍກວ່າ, ໃນຂະນະທີ່ບັນດາປະເທດທີ່ບໍ່ສະໜິດສະໜົມປານໃດພັດມີທ່າອ່ຽງຫຼຸດຜ່ອນການຄ້າສອງຝ່າຍ; ທ່ານ Ralph Ossa ຫົວໜ້ານັກຊ່ຽວຊານເສດຖະກິດ WTO ໃຫ້ຂໍ້ສັງເກດວ່າ:

“ ໃນຂະນະທີ່ການຄ້າທົ່ວໂລກຍັງພັດທະນາຢ່າງແຮງດ້ວຍຫຼາຍວິທີການ, ຄວາມເຄັ່ງຕຶງດ້ານການຄ້າເພີ່ມຂຶ້ນສູງ ແລະ ໄດ້ປາກົດມີບາງສັນຍານຂອງການແບ່ງແຍກ. ແຕ່ເຖິງຢ່າງໃດກໍຕາມ, ບັນດາຕົວເລກກໍບໍ່ສະໜັບສະໜູນບັນດາຄວາມເຫັນທີ່ກ່ຽວກັບການປອດໂລກາພິວັດ. ເຖິງວ່າມີການແບ່ງແຍກ ແຕ່ຍັງບໍ່ທັນມີຫຼັກຖານກ່ຽວກັບທ່າອ່ຽງໂລກາພິວັດທີ່ກວ້າງ ຂວາງກວ່າ ”.

■ ແງ່ຫວັງທີ່ບໍ່ໝັ້ນຄົງໃນໄລຍະສັ້ນ

ກ່ຽວກັບແງ່ຫວັງໃນປີໜ້າ, UNCTAD ຖືວ່າ: ບັນດາຄວາມສ່ຽງກ່ຽວຂ້ອງເຖິງຄວາມເຄັ່ງຕຶງດ້ານພູມສາດການເມືອງທົ່ວໂລກ ຄື: ການປະທະກັນຢູ່ ອູ  ແກຣນ, ການປະທະກັນລະ ຫວ່າງຂະບວນການອິດສະລາມ ຮາມາສ – ອິດສະຣາແອນ ຢູ່ເຂດກາຊາ, ການເພີ່ມທະວີບັນດານະໂຍບາຍອາລັກຂາ ກໍຄືອັດຕາໜີ້ສາທາລະນະເພີ່ມຂຶ້ນສູງຂອງຫຼາຍປະເທດຈະສືບຕໍ່ແມ່ນບັນດາປັດໄຈກະທົບເຖິງການຄ້າທົ່ວໂລກ, ເຮັດໃຫ້ສະພາບການຄ້າທົ່ວໂລກບໍ່ມີຄວາມໝັ້ນຄົງໃນໄລຍະສັ້ນ ແລະ ໄລຍະກາງ. ທ່ານ Pierre-Olivier Gourinchas ຫົວໜ້ານັກຊ່ຽວຊານເສດຖະກິດຂອງກອງທຶນເງິນຕາສາກົນ ( IMF ) ແບ່ງປັນທັດສະນະວ່າ:

“ ພວກເຮົາພວມເຫັນປະຈັກຕາເລື່ອງເພີ່ມຂຶ້ນຂອງບັນດາສິ່ງຈໍາກັດດ້ານການຄ້າ ເຊິ່ງບັນດາປະເທດໄດ້ຈັດວາງນໍາກັນ. ບັນຫານີ້ໄດ້ເລີ່ມປາກົດຂຶ້ນກ່ອນນີ້ກວ່າ 1 ປີເຄິ່ງ ແຕ່ປັດຈຸບັນພວມເພີ່ມທະວີຂຶ້ນ ແລະ ອາດຈະສົ່ງຜົນກະທົບຫຍໍ້ທໍ້ຕໍ່ສະພາບການຄ້າ, ອາດຈະເວົ້າເຖິງບັນດາມາດຕະການຈໍາກັດການສົ່ງອອກ, ຮົ້ວກີດຂວາງດ້ານອາກອນພາສີ ແລະ ບາງມາດຕະການອື່ນໆ ”.

ໂດຍມີຂໍ້ສັງເກດກ່ຽວກັນກັບ UNCTAD ກ່ຽວກັບຄວາມສ່ຽງໃນປີໜ້າ ແຕ່ WTO ພັດໄດ້ຕີລາຄາວ່າການຄ້າທົ່ວໂລກຈະສືບຕໍ່ເຕີບໂຕ, ອາດຈະບັນລຸລະດັບເພີ່ມຂຶ້ນ 3,3% ໃນປີໜ້າກ່ຽວກັບປະລິມານສໍາລັບການຄ້າສິນຄ້າ. ຕາມ ທ່ານ ນາງ Ngozi Okonjo-lweala ຜູ້ອໍານວຍການໃຫຍ່ WTO ແລ້ວ, ບັນຫາຫຼັກແຫຼ່ງຂອງການຄ້າທົ່ວໂລກໃນປັດຈຸບັນແມ່ນຕ້ອງ “ ສ້າງໂຄງປະກອບຄືນໃໝ່ ” ສະພາບໂລກາພິວັດຕາມທິດກວມລວມ ແລະ ຍືນຍົງກວ່າ:

“ ພວກຂ້າພະເຈົ້າຢາກໃຫ້ສະພາບໂລກາພິວັດກວມລວມກວ່າ, ຈະມີການຫັນປ່ຽນຂອງລະບົບການສະໜອງ ແຕ່ພວກເຮົາຄວນສ້າງການຄ້າໂລກໃຫ້ຍືນຍົງດ້ວຍວິທີເຊື່ອມຕໍ່ບັນດາປະເທດທີ່ກ່ອນນີ້ບໍ່ໄດ້ເຂົ້າຮ່ວມລະບົບມູນຄ່າທົ່ວໂລກ. ໂລກມີຫຼາຍບັນຫາຕ້ອງໄດ້ຮັບການແກ້ໄຂ ແລະ ການຄ້າຄວນແມ່ນສ່ວນໜຶ່ງຂອງມາດຕະການນັ້ນ.

ໂດຍອີງໃສ່ບັນດາຈຸດເດັ່ນໃນປີນີ້, ກໍມີນັກຊ່ຽວຊານເສດຖະກິດຫຼາຍທ່ານຖືວ່າ: ເຖິງວ່າ ຄວາມສ່ຽງກ່ຽວກັບການແບ່ງແຍກປາກົດຂຶ້ນກໍຕາມ ແຕ່ທ່າອ່ຽງໃນການຄ້າໂລກຍັງແມ່ນຊຸກຍູ້ການຮ່ວມມື, ເພີ່ມທະວີການລົງນາມບັນດາສັນຍາການຄ້າເສລີ ( FTA ), ນັບທັງລະຫວ່າງບັນດາພື້ນຖານເສດຖະກິດທີ່ມີການຮ່ວມສໍາພັນໜ້ອຍ. ຕົວຢ່າງທີ່ພົ້ນເດັ່ນແມ່ນເລື່ອງອາເມຣິກາ ແລະ ບັນດາປະເທດອາຟຣິກາ, ໃນປີນີ້ມີ 547 ຂໍ້ຕົກລົງດ້ານການຄ້າ ແລະ ການລົງທຶນ ດ້ວຍມູນຄ່າ 14,2 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 67% ເມື່ອທຽບໃສ່ປີ 2022 ຫຼື ກຸ່ມຕະຫຼາດລວມ ອາຟຣິກກາໃຕ້ ( Mercosur ) ເຊັນ FTA ກັບ ສິງກະໂປ ແລະ ພວມຊຸກຍູ້ການເຈລະຈາ FTA ກັບ ສ.ເກົາຫຼີ ແລະ ອິນໂດເນເຊຍ.

ທັງໝົດນັ້ນຄືທາງຂໍ້ມູນເພື່ອພ້ອມກັນວິເຄາະກ່ອນເຂົ້າສູ່ປີ 2024.

( ຈົບ )