ໂຄງການ The Top 100 Future Leaders ພານ້ອງໆນັກຮຽນ ລົງຢ້ຽມຢາມສູນການຕະຫຼາດອະສັງຫາລິມະຊັບ ບຶງທາດຫຼວງ

39

ໂຄງການສ້າງນ້ອງໆຜູ້ສືບທອດໃນອະນາຄົດ The Top 100 Future Leaders ສືບຕໍ່ນໍາພານ້ອງໆນັກຮຽນທີ່ເຂົ້າຮ່ວມໂຄງການ ລົງຢ້ຽມຢາມບັນດາຫົວໜ່ວຍທຸລະກິດໃນ ສປປ ລາວ ເມື່ອບໍ່ດົນຜ່ານມາທ່ານ ຫັດສະຫວັນ ແຮມະນີ (ຄູເຊັ່ງ) ຜູ້ອຳນວຍການ ສູນການສຶກສາລາວສ້າງຝັນ ຫຼື ຜູ້ອຳນວຍການ ສູນພັດທະນາການສຶກສາ IZUMI Laos, ທັງເປັນຜູ້ກໍ່ຕັ້ງໂຄງການສ້າງນ້ອງໆຜູ້ສືບທອດໃນອະນາຄົດ The Top 100 Future Leaders ພ້ອມຄະນະຄູ ໄດ້ນຳພານ້ອງໆນັກຮຽນ ໄດ້ລົງຢ້ຽມຢາມ ສູນການຕະຫຼາດອະສັງຫາລິມະຊັບ ບຶງທາດຫຼວງ ໂຄງການອ້ອມອາຊີສາກົນ-ວຽງຈັນນະຄອນສີຂຽວ-ຈົງເຫີງສາກົນ.

อาจเป็นรูปภาพของ 14 คน และ ฝูงชน

ທ່ານ ຫັດສະຫວັນ ແຮມະນີ (ຄູເຊັ່ງ) ຜູ້ກໍ່ຕັ້ງໂຄງການສ້າງນ້ອງໆຜູ້ສືບທອດໃນອະນາຄົດ The Top 100 Future Leaders ໃຫ້ຮູ້ວ່າ: ໂຄງການສ້າງນ້ອງໆຜູ້ສືບທອດໃນອະນາຄົດ The Top 100 Future Leaders ເປັນໂຄງການທີ່ສ້າງນ້ອງໆລວບລວມເອົານ້ອງໆເຍົາວະຊົນ ອາຍຸ 9 ຫາ 15 ປີ ເພື່ອມາປູກຈິດໃຕ້ສຳນຶກ, ພ້ອມຮຽນຮູ້ກ່ຽວກັບການເປັນຜູ້ປະກອບການຕັ້ງແຕ່ນ້ອຍ, ທັງເປັນການຝຶກຝົນຫຼໍ່ຫຼອມໃຫ້ນ້ອງໆມີແຮງບັນດານໃຈໃນການຊ່ວຍເຫຼືອຜູ້ອື່ນ, ຊ່ວຍເຫຼືອສັງຄົມ ແລະ ຊ່ວຍເຫຼືອປະເທດຊາດ.

อาจเป็นรูปภาพของ 5 คน, ชุดสูท, ของเล่นเด็ก และ ข้อความ

ນ້ອງໆທີ່ເຂົ້າຮ່ວມໂຄງການນີ້ແມ່ນຈະໄດ້ພັດທະນາຄວາມຄິດ 12 ດ້ານຄື: 1). ໃຈດີຕໍ່ຜູ້ອື່ນ; 2). ຍິ່ງເກັ່ງເທົ່າໃດຈະຕ້ອງຍິ່ງຖະໜອມຖ່ອມຕົວ, ຍິ່ງເກັ່ງເທົ່າໃດຈະຕ້ອງຍິ່ງຮຽນຮູ້ຈາກຜູ້ອື່ນ; 3). ບໍລິສຸດ, ຊື່ສັດ ແລະ ຈິງໃຈສະ ເໝີ; 4). ຮູ້ສຳນຶກບຸນຄຸນ, ກະຕັນຍູ ແລະ ຮູ້ຂອບໃຈຕະຫຼອດເວລາ; 5). ຈົ່ງຢ່າລືມທີ່ຈະເອົາໃຈໃສ່ຄົນອ້ອມຂ້າງເຮົາສະເໝີ; 6). ເມດຕາຕໍ່ກັບທຸກໆຄົນດ້ວຍຄວາມສະເໝີພາບ;

อาจเป็นรูปภาพของ 13 คน และ ของเล่นเด็ก

7). ເປັນມິດກັບທຸກຄົນ ແລະ ຍີ້ມຕະຫຼອດເວລາ; 8). ມີຈິດວິນຍານໃນການບໍລິການ ແລະ ຮັບໃຊ້ຜູ້ອື່ນ; 9). ແບ່ງປັນຄວາມສຸກ ແລະ ຄວາມຮັ່ງມີກັບຄົນທີ່ຢູ່ອ້ອມຂ້າງເຮົາ; 10). ຄິດບວກກັບຕົນເອງວ່າໂຊກດີສະເໝີ ທຸກໆເຫດການທີ່ເກີດຂຶ້ນບໍ່ວ່າຈະລົ້ມແຫຼວ ຫຼື ສຳເລັດໃນຊີວິດໃຫ້ຖືເປັນໂອກາດສະເໝີ; 11). ຮັບຜິດຊອບຊີວິດຕົນເອງ ແລະ ຊ່ວຍເຫຼືອຊີວິດຜູ້ອື່ນຕາມຄວາມສາມາດທີ່ຕົນເອງເຮັດໄດ້; 12). ເປັນຄົນທີ່ພັດທະນາຕົນເອງ ແລະ ຮຽນຮູ້ໄປຕະຫຼອດຊີວິດ.

อาจเป็นรูปภาพของ 12 คน

ໂຄງການນີ້ຈະສອນໃຫ້ນ້ອງໆທຸກໆວັນພະຫັດ ເວລາ 17:00 – 18:00 ໂມງ ໂດຍແບ່ງອອກເປັນ 2 ພາກຄື:

อาจเป็นรูปภาพของ 9 คน, ฝูงชน และ ข้อความ

1). ພານ້ອງໆຮຽນຮູ້ຄວາມເຕີບໃຫຍ່ ແລະ ຄວາມຄິດກ້າວໜ້າ (Growth Mimdset), ຮຽນຮູ້ເຄັດລັບຄວາມສຳເລັດ ແລະ ຄວາມລົ້ມແຫຼວໃນການເຮັດທຸລະກິດ ໂດຍຍົກຕົວຢ່າງຂອງບໍລິສັດຕ່າງໆ ແລະ ຜູ້ປະກອບການໂດດເດັ່ນຕ່າງໆ (Business Know-how), ຮຽນຮູ້ການຕະຫຼາດ, ການຂາຍ, ການເງິນ, ການສື່ສານ, ການເວົ້າຕໍ່ໜ້າມວນຊົນ, ການເວົ້າຕໍ່ໜ້າກ້ອງ, ການສ້າງຕົນຕົວໃນໂລກອອນລາຍ ແລະ ໂລກຄວາມເປັນຈິງ (Personal Branding);

อาจเป็นรูปภาพของ 12 คน, แคลริเน็ต และ ข้อความ

2). ພານ້ອງໆໄປຢ້ຽມຢາມບໍລິສັດຕ່າງໆເພື່ອໃຫ້ນ້ອງໆໄດ້ຮຽນຮູ້ ແລະ ສຳຜັດກັບບັນຍາກາດຕົວຈິງຈາກຜູ້ກໍ່ຕັ້ງ, ຜູ້ປະກອບການ, ນັກທຸລະກິດ ແລະ ຜູ້ບໍລິຫານລະດັບສູງ. ນ້ອງໆໄດ້ຮຽນຮູ້ວິໄສທັດ, ພາລະກິດ, ສິນຄ້າ, ຜະລິດຕະພັນ ແລະ ການບໍລິການ. ລວມເຖິງກົນລະຍຸດການສ້າງຍອດຂາຍ, ຜົນກໍາໄລ, ການສ້າງຄຸນຄ່າໃຫ້ແກ່ສັງຄົມ, ການສ້າງຄວາມແຕກຕ່າງ, ຈຸດເດັ່ນ, ຈຸດແຂງ, ຈຸດຂາຍ ແລະ ຈຸດໄດ້ປຽບຂອງແຕ່ລະບໍລິສັດ, ການບໍລິຫານຄົນ, ການພັດທະນາຄົນໃນອົງກອນ, ການບໍລິຫານຊັບພະຍາກອນຊັບສິນຂອງບໍລິສັດ ແລະ ການນໍາໃຊ້ຊັບພະຍາກອນທີ່ມີຢູ່ໃຫ້ເກີດຜົນປະໂຫຍດສູງສຸດໃນການດຳເນີນທຸລະກິດ.

อาจเป็นรูปภาพของ ตึกระฟ้า

ທ່ານນາງ ສຸກດາວັນ ສິລິຫວັດ (ຜິງ) ພະນັກງານການຕະຫຼາດ ສູນການຕະຫຼາດອະສັງຫາລິມະຊັບ ບຶງທາດຫຼວງ ໂຄງການອ້ອມອາຊີສາກົນ-ວຽງຈັນນະຄອນສີຂຽວ – ຈົງເຫີງສາກົນ ກ່າວບາງຕອນວ່າ: ມື້ນີ້ໄດ້ມີໂອກາດຕ້ອນຮັບນ້ອງໆນັກຮຽນທີມແອັດເວັນເຈີ The Top 100 Future Leaders ຖືວ່າເປັນກຸ່ມນັກຮຽນຊຸດທຳອິດທີ່ບັນດາຄູອາຈານພາມາຢ້ຽມຢາມ ແລະ ຮຽນຮູ້ກ່ຽວກັບໂຄງການເຮົາ, ເຊິ່ງພວກເຮົາກໍໄດ້ມີການແນະນຳແຜນໂຄງການ ແລະ ພາໄປເບິ່ງອາພາດເມັ້ນ ແລະ ຄອນໂດ ທີ່ໂຄງການສ້າງຂາຍໃຫ້ລູກຄ້າ.

อาจเป็นรูปภาพของ 7 คน

ເປັນສິ່ງທີ່ໜ້າຍິນດີຫຼາຍທີ່ເຫັນເດັກນ້ອຍຄົນຮຸ້ນໃໝ່ ມີຄວາມສົນໃຈຢາກຮຽນຮູ້ກ່ຽວກັບອະສັງຫາລິມະຊັບແຕ່ຍັງນ້ອຍໆແບບນີ້ ແລະ ຍັງເປັນການເປີດໂອກາດໃຫ້ພໍ່ແມ່ຜູ້ປົກຄອງຂອງນ້ອງໆໄດ້ມາເຫັນໂຄງການຂອງພວກເຮົາອີກ.

อาจเป็นรูปภาพของ 6 คน และ ข้อความ