ພະໂນສອນ ປິວແກ້ວປະເສີດ ຜູ້ຊະນະເລີດການແຂ່ງຂັນອອກແບບສະຖາປັດຕະຍະກໍາ

50

ພະໂນສອນ ປິວແກ້ວປະເສີດ ເກີດ ແລະ ເຕີບໃຫຍ່ທີ່ ເມືອງແປກ ແຂວງຊຽງຂວາງແດນໜາວ ປັດຈຸບັນຢູ່ບ້ານໜອງວຽງຄຳ ເມືອງໄຊທານີ ນະຄອນຫຼວງວຽງຈັນ ປັດຈຸບັນສຶກສາປະລິນຍາຕີ ຢູ່ຄະນະສະຖາປັດຕະຍະກຳສາດ ມະຫາວິທະຍາໄລແຫ່ງຊາດ ສາຂາການວາງແຜນ ແລະ ອອກແບບສະພາບແວດລ້ອມຜັງເມືອງ ປີທີ 4.

อาจเป็นรูปภาพของ 6 คน และ ข้อความ

ພະໂນສອນ ປິວແກ້ວປະເສີດ ໃຫ້ສໍາພາດວ່າ: ຜັງເມືອງເປັນສິ່ງທີ່ໜ້າຫຼົງໄຫຼຫຼາຍ ແລະ ມີຄວາມໝາຍກວ້າງຂວາງເຮົາຈະບໍ່ເວົ້າແຕ່ພຽງພື້ນທີ່ອາໄສໃດໜຶ່ງເທົ່ານັ້ນ ແຕ່ເມືອງຄືການເວົ້າເຖິງທຸກສິ່ງທຸກຢ່າງຂອງຄົນທີ່ອາໄສຢູ່ໃນເຂດເມືອງລວມເຖິງສິ່ງແວດລ້ອມ,ພູມມິທັດ, ການວາງແຜນ, ການຈັດການລະບົບຂົນສົ່ງສາທາລະນະ, ສິ່ງອຳນວຍຄວາມສະດວກຕ່າງໆ ລ້ວນແລ້ວມາຈາກການວາງຜັງເມືອງທີ່ດີຂອງນັກວາງແຜນຜັງເມືອງ ເຊິ່ງເປັນສິ່ງທ້າທາຍຫຼາຍສຳລັບປະເທດເຮົາທີ່ຈະແກ້ໄຂໃຫ້ມັນດີຂຶ້ນກວ່າເກົ່າ.

อาจเป็นรูปภาพของ 1 คน, กำลังอ่านหนังสือ และ ข้อความ

ຜ່ານມາມີຜົນງານພົ້ນເດັ່ນຫຼາຍຢ່າງເຊັ່ນ:

– ຮ່ວມການແຂ່ງຂັນຈຳປາບານທີ່ສະຖານໄກສອນ ທີ່ເປັນການຮ່ວມມືກັນກັບນັກສຶກສາຈາກ ສສ ຫວຽດນາມ ແລະ ຝຣັ່ງ ທີ່ຈັດຂຶ້ນຢູ່ນະຄອນໄກສອນ ພົມວິຫານ ໃນຫົວຂໍ້ການສົ່ງເສີມການທ່ອງທ່ຽວໃນເຂດອານຸຮັກເມືອງເກົ່າ ເມືອງໄກສອນ ເຊິ່ງທີມນ້ອງເອງກໍສາມາດຍາດເອົາທີ 3 ມາໄດ້ ຈາກແຂ່ງຂັນ

อาจเป็นรูปภาพของ 7 คน และ ข้อความ

– ເປັນຕົວແທນນັກສຶກສາລາວໄປຮ່ວມງານ workshop ທີ່ມະຫາວິທະຍາໄລມະຫາສາລະຄາມ ປະເທດໄທ ໃນຫົວຂໍ້ Global citizen camp 2023 ( ຄ່າຍຄວາມເປັນພົນລະເມືອງໂລກ 2023 )

– ການແຂ່ງຂັນອອກແບບຊີງຊ້າໂຄງສ້າງໄມ້ໄຜ່ທີ່ສວນນົກໜານຊາ ນະຄອນກວາງໂຈ ໃນຮອບຄັດເລືອກລະດັບປະເທດສາມາດຍາດມາໄດ້ທີ່ 3

อาจเป็นรูปภาพของ 1 คน, แผนที่, โปสเตอร์, เสื้อพาร์กา และ ข้อความ

ແລະ ການແຂ່ງຂັນທີ່ຜ່ານມາບໍ່ດົນນີ້ ກໍສາມາດຍາດໄດ້ອັນດັບໜຶ່ງເປັນຕົວແທນລະດັບປະເທດໄປຮ່ວມງານແຂ່ງຂັນການອອກແບບສະຖາປັດຕະຍະກຳລະດັບອາຊີ ຄັ້ງທີ 12 ຢູ່ນະຄອນໄທເປ ໄຕ້ຫວັນ.

อาจเป็นรูปภาพของ 7 คน, แท่นบรรยาย และ ข้อความ

ຫຼ້າສຸດນ້ອງໄດ້ເຂົ້າຮ່ວມ ການແຂ່ງຂັນອອກແບບສະຖາປັດຕະຍະກຳ ໃນຫົວຂໍ້ “ ການໄຫຼວຽນຕາມທຳມະຊາດ ” ມີຜູ້ເຂົ້າຮ່ວມແຂ່ງຂັນຈາກ 3 ມະຫາວິທະຍາໄລຄື ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສຸພານຸວົງ, ມະຫາວິທະຍາໄລຈຳປາສັກ ໂດຍຜູ້ທີ່ຜ່ານເຂົ້າຮອບແມ່ນ 12 ຄົນ ແລະ ຜ່ານຮອບຊີງ 5 ຄົນ ແລະ ນ້ອງເອງໄດ້ຮັບລາງວັນຊະນະເລີດ ໄດ້ເປັນຕົວແທນນັກສຶກສາລາວ ເຂົ້າຮ່ວມການແຂ່ງຂັນໃນລະດັບອາຊີທີ່ໄຕ້ຫວັນ ສປ ຈີນ ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 8 – 9 ທັນວາ 2023 ນີ້ ເຊິ່ງຜົນງານທີ່ນ້ອງອອກແບບແມ່ນ ” ສິລະປະຂອງທຳມະຊາດແມ່ນສ້າງດ້ວຍມືເຮົາເອງ” ສິ່ງທີ່ຢາກຈະສື່ໃນການອອກແບບ ແມ່ນຢາກໃຫ້ເຮົາທຸກຄົນຫັນກັບມາສົນໃຈທຳມະຊາດ,ນຳໃຊ້ທຳມະຊາດໃຫ້ເກີດຄຸນຄ່າທີ່ສຸດ ໂດຍບໍ່ທຳລາຍທຳມະຊາດໄປຫຼາຍກວ່ານີ້ ກ່ອນທີ່ເຮົາຈະບໍ່ເຫຼືອມັນໃນອະນາຄົດອັນໃກ້ນີ້.

อาจเป็นรูปภาพของ 2 คน และ ข้อความ

ໃນດ້ານການຮຽນ ກໍມີອຸປະສັກຫຼາຍ ເຊັ່ນ: ເລື່ອງຂອງເວລາທີ່ມີຈຳກັດໃນການເຮັດວຽກທີ່ຕ້ອງສົ່ງໃຫ້ທັນເວລາ, ງົບປະມານ ແລະ ການເຮັດວຽກກັບຫຼາຍພາກສ່ວນ ແຕ່ເຖິງຢ່າງໃດນ້ອງເອງກໍສາມາດຜ່ານຜ່າມັນມາໄດ້ ດ້ວຍການຈັດສັນເວລາ ແລະ ລະບຽບວິໄນກັບຕົນເອງ ໂດຍມີຄະຕິຢູ່ຄື ຮຽນ ເຮັດວຽກ ໃຫ້ສົມດຸນກັບການໃຊ້ຊີວິດ ໂດຍບໍ່ກົດດັນຕົນເອງຫຼາຍ ເຊິ່ງມັນກໍໄດ້ຜົນ ແລະ ເຮັດໃຫ້ເຮົາຮຽນມ່ວນຂຶ້ນ. ໃນເວລາວ່າງນ້ອງເອງມັກຈະໄປສຳຜັດກັບທຳມະຊາດ ເຊັ່ນການປີນ ພູ, ຍ່າງປ່າ ຫຼື ກິດຈະກຳທີ່ເປັນວຽກອາສາສະໝັກ ນ້ອງເອງມັກສະແຫວງຫາປະສົບການໃຫ້ຕົນເອງຢູ່ສະເໝີ ເພື່ອໃຫ້ເຮົາຮູ້ວ່າໃນໂລກເຮົານີ້ ມີຫຼາຍຢ່າງທີ່ເຮົາຄວນໄດ້ລອງ ແລະ ສຳຜັດ. ໃນອະນາຄົດກໍຢາກຈະເປັນນັກຜັງເມືອງທີ່ດີ ມີຄຸນນະພາບ ແລະ ຊ່ວຍເຫຼືອສັງຄົມໄດ້ ເພາະນ້ອງເອງກໍຢາກນຳໃຊ້ຄວາມຮູ້ທີ່ຕົນເອງໄດ້ສຶກສາມາໄປພັດທະນາເມືອງຂອງເຮົາໃຫ້ດີຂຶ້ນ.

อาจเป็นรูปภาพของ 1 คน, แผนที่ และ ข้อความ

ຢາກຝາກບອກກັບນ້ອງໆວ່າ ວຽກງານຜັງເມືອງສຳຄັນຫຼາຍກັບການພັດທະນາປະເທດ ໃນປະເທດເຮົາຍັງຕ້ອງການບຸກຄະລາກອນທີ່ມີຄວາມສາມາດທາງດ້ານນີ້ ເພື່ອຮອງຮັບການພັດທະນາປະເທດຂອງເຮົາຫຼາຍ ທັງໃນຕອນນີ້ ແລະ ຕໍ່ໜ້າ ການຮຽນຜັງເມືອງບໍ່ພຽງແຕ່ເຂົ້າໃຈສະຖາປັດຕະຍະກຳ – ຜັງເມືອງເທົ່ານັ້ນ ແຕ່ເຮົາຍັງໄດ້ຮຽນກ່ຽວກັບເສດຖະກິດ, ສິ່ງແວດລ້ອມ, ສັງຄົມຂອງເມືອງອີກດ້ວຍ. ນ້ອງມີຄະຕິປະຈໍາໃຈຢູ່ສະເໝີ ຄື: ຄວາມພະຍາຍາມ ບໍເຄີຍທໍລະຍົດໃຜ ຂໍໃຫ້ເຮົາເຊື່ອໝັ້ນໃນຄວາມມຸ່ງໝັ້ນຂອງຕົນ ເພາະຕົນເປັນທີ່ເພິ່ງແຫ່ງຕົນ ”.