ຕັດສິນໃຈເຊົາຫຼິ້ນເກມ ແລ້ວກັບມາຕັ້ງໃຈຮຽນ ຈົນສໍາເລັດການສຶກສາທີ່ຕ່າງປະເທດ

72

ທິບພະຈັນ ປຸມະລັດ ເປັນໄວໜຸ່ມຄົນໜຶ່ງທີ່ເຄີຍຕິດເກມມາກ່ອນ, ດ້ວຍແຮງບັນດານໃຈຈາກພໍ່ແມ່ ແລະ ດ້ວຍ ຄວາມຕັດສິນໃຈອັນເດັດຂາດຂອງຕົນ ຈຶ່ງໄດ້ພິກຜັນຊີວິດໂດຍການເຊົາຫຼິ້ນເກມແລ້ວກັບມາຕັ້ງໃຈຮຽນອີກຄັ້ງ ໃນທີ່ສຸດກໍໄດ້ເປັນນັກຮຽນເກັ່ງ, ຄະແນນດີ ແລະ ຈົບມັດທະຍົມ ກໍໄດ້ໄປສຶກສາຕໍ່ທີ່ປະເທດມາເລເຊຍ.

อาจเป็นรูปภาพของ 1 คน, กำลังอ่านหนังสือ และ ข้อความ

ທິບພະຈັນ ປຸມະລັດ ໃຫ້ສໍາພາດວ່າ: ຂ້າພະເຈົ້າເລີ່ມຮຽນຊັ້ນປະຖົມ ແລະ ມັດທະຍົມ ຢູ່ໂຮງຮຽນສອງພາສາ ລາວ – ຝຣັ່ງ ຫຼັງຈາກຮຽນຈົບ ມ 7 ກໍໄດ້ມາຮຽນຕໍ່ທີ່ມະຫາວິທະຍາໄລແຫ່ງຊາດ ( ມຊ ) ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ວິຊາເສດຖະສາດພັດທະນາ ແລະ ການວາງແຜນ ພ້ອມທັງຮຽນພາສາອັງກິດຢູ່ທີ່ວິທະຍາໄລ ລາວ – ອາເມຣິກາ, ປັດຈຸບັນນີ້ແມ່ນກຳລັງສຶກສາທີ່ປະເທດມາເລເຊຍ ສາຂາວິຊາບໍລິຫານທຸລະກິດ ແລະ ການຕະຫຼາດ.

อาจเป็นรูปภาพของ 3 คน และ ข้อความ

ຢ້ອນກັບໄປໃນອະດີດ ເມື່ອຕອນທີ່ກຳລັງຮຽນຢູ່ຊັ້ນ ມ 3 ປົກກະຕິກໍເປັນຄົນໜຶ່ງທີ່ຕັ້ງໃຈຮຽນ ແລະ ມີຜົນຂອງການຮຽນຢູ່ໃນອັນດັບທີ່ດີມາຕະຫຼອດ ແຕ່ມີໄລຍະໜຶ່ງ ນ້ອງຕິດເກມຢ່າງແຮງ ແລະ ເຮັດໃຫ້ຜົົນຂອງການຮຽນຫຼຸດຕ່ຳລົງ, ຂາດຮຽນ ຈົນອາຈານປະຈຳຫ້ອງເພິ່ນສົງໄສ ແລະ ໄດ້ສ່ອງແສງກັບຄືນມາຫາພໍ່ແມ່ວ່າໃຫ້ຕັ້ງໃຈຮຽນ ແລະ ຮູ້ຈັກຄຸນຄ່າຂອງການຮຽນ ຈາກຈຸດນັ້ນໄດ້ຕັດສິນໃຈຢ່າງເດັດຂາດ ເພື່ອອອກຈາກເກມ ແລະ ຫັນກັບມາຕັ້ງໃຈຮຽນອີກຄັ້ງ ໂດຍມີການຕັ້ງໃຈເອົາໄວ້ວ່າຢາກໄດ້ຄະແນນເຕັມ10 ໃນທຸກວິຊາ ເພື່ອສ້າງປະຫວັດສາດໜ້າໃໝ່ໃຫ້ກັບໂຮງຮຽນ ແລະ ແລ້ວກໍໄດ້ເຮັດສຳເລັດ “ ເກົ້າອົດເກົ້າເຍື້ອນຫາກຊິໄດ້ທ່ອນຄຳ ” ຄະແນນປະຈຳເດືອນ 11 ໃນຕອນຮຽນ ມ 3 ໄດ້ຄະແນນເຕັມ 10 ທຸກວິຊາ ແລະ ນັ້ນເປັນເວລາທີ່ດີໃຈຫຼາຍທີ່ຕົນເອງໄດ້ເຮັດສຳເລັດ.

ຈາກຄວາມສຳເລັດດັ່ງກ່າວ ໄດ້ມາເລີ່ມມາວາງແຜນຊີວິດເພື່ອເປັນບັນທັດຖານໃນການດຳລົງຊີວິດຂອງຕົນໃນໄລຍະຍາວຂອງການສຶກສາຮ່ຳຮຽນ ເພື່ອເປັນບ່ອນອີງຕາມ 5 ຫຼັກມູນຂອງການສຶກສາ ທີ່ທາງກະຊວງສຶກສາທິການ ແລະ ກີລາ ໄດ້ວາງອອກ ໂດຍຢຶດຖືເອົາຫຼັກການນີ້ມາໂດຍຕະຫຼອດໃນຊີວິດຂອງນັກຮຽນ ນັບຕັ້ງແຕ່ນັ້ນເປັນຕົ້ນມາ ແລະ ກໍສາມາດເຮັດໄດ້ໃນທຸກໆດ້ານເພື່ອສ້າງສັນສິ່ງດີໆອອກມາ ແລະ ພັດທະນາມາໄດ້ຢ່າງຕໍ່ເນື່ອງ.

ສຳລັບບັນທັດຖານທີ່ໃຊ້ເຂົ້າໃນການດຳລົງຊີວິດເອີ້ນມັນວ່າ ” ຊີວິດທີ່ບໍລິຫານໄດ້ ” ແມ່ນໄດ້ອີງໃສ່ໃນການຕັ້ງເປົ້າໝາຍຂອງຊີວິດແບບ 6 ມິຕິມີຄືດັ່ງນີ້:

อาจเป็นรูปภาพของ 1 คน และ ข้อความ

1 ທາງດ້ານສຸຂະພາບ: ເປັນສິ່ງສຳຄັນທີ່ສຸດໃນຊີວິດ ເຊິ່ງນ້ອງໄດ້ວາງແຜນ ແລະ ປະຕິບັດຄື ຕ້ອງໄດ້ອອກກຳລັງກາຍຢ່າງໜ້ອຍ 30 ນາທີໃນແຕ່ລະມື້.

2 ດ້ານຄອບຄົວ: ຄືຕ້ອງໄດ້ມີການພົວພັນຕິດຕໍ່ຫາກັນຢູ່ເປັນປະຈຳ ໃຫ້ຄວາມອົບອຸ່ນແກ່ພໍ່ແມ່ສະໝ່ຳສະເໝີ ເພາະຄອບຄົວສຳຄັນທີ່ສຸດ.

3 ດ້ານວຽກງານ: ຄືການເຮັດວຽກ ແລະ ວາງແຜນສ້າງລາຍໄດ້ ໂດຍໃຫ້ມີຫຼາຍກວ່າ 1 ຊ່ອງທາງ ເພື່ອປ້ອງກັນ ຄວາມສ່ຽງຕ່າງໆທີ່ອາດຈະເກີດຂຶ້ນໄດ້.

4 ດ້ານການເງິນ: ຄືການວາງແຜນເພື່ອໃຫ້ເກີດມີສະພາບຄ່ອງທາງດ້ານການເງິນ ແລະ ວາງແຜນຢ່າງຖືກວິທີ ລາຍຮັບຕ້ອງໃຫ້ຫຼາຍກວ່າລາຍຈ່າຍ.

5 ດ້ານການພັດທະນາຕົວເອງ: ຕ້ອງໄດ້ມີການປັບປຸງຕົວເອງ ແລະ ຊອກຮູ້ຮ່ຳຮຽນຢູ່ຕະຫຼອດເວລາ ເພາະໂລກຂອງເຮົາປັດຈຸບັນນີ້ ແມ່ນປ່ຽນແປງໄປໄວຫຼາຍ ເພື່ອໃຫ້ທັນກັບທຸກຍຸກທຸກສະໄໝ.

6 ດ້ານການແບ່ງປັນ: ຄືການເຮັດວຽກເພື່ອຊ່ວຍເຫຼືອສັງຄົມ ເພື່ອໃຫ້ເກີດການພັດທະນາ ແລະ ກ້າວໜ້າໄປພ້ອມກັນ.

อาจเป็นรูปภาพของ 1 คน และ ข้อความพูดว่า "Nebraska Omaha 2 THE THOMPSON ALUMNI CENTER RU BY"

ສິ່ງທັງໝົດທີ່ຂ້າພະເຈົ້ານຳມາແບ່ງປັນໃນທີ່ນີ້ ກໍເພື່ອຢາກໃຫ້ຊາວໜຸ່ມຄົນຮຸ່ນໃໝ່ ໂດຍສະເພາະແມ່ນຮຸ່ນນ້ອງ ແລະ ຄົນທີ່ຢູ່ໄວດຽວກັນ ຄວນອອກມາສ້າງສັນສິ່ງໃໝ່ໆ, ນະວັດຕະກຳໃໝ່ໆຮ່ວມກັນ, ມີແນວຄິດທີ່ທຸ່ນທ່ຽງມີແບບແຜນ ແລະ ຮຽນຮູ້ໃນສິ່ງທີ່ຕົນເອງຮັກ ແລະ ມັກເພື່ອພັດທະນາຈຸດນັ້ນໃຫ້ມັນເກີດຜົນດີກັບຕົນເອງ ແລະ ສັງຄົມຂອງບ້ານເຮົາໃຫ້ໜ້າຢູ່ຫຼາຍຂຶ້ນ.

อาจเป็นรูปภาพของ 3 คน, ธง และ ข้อความพูดว่า "ลาอ"

ສໍາລັບຄະຕິປະຈໍາໃຈຂອງຂ້າພະເຈົ້າກໍຄື “ ຄວາມສຳເລັດບໍ່ມີຢູ່ຈິງ ແຕ່ຄວາມສຸກຕ່າງຫາກທີ່ມີຢູ່ຈິງ ສະນັ້ນຈົ່ງໃຊ້ຊີວິດໃນທຸກໆວັນໃຫ້ມີ ຄວາມສຸກ ຈົ່ງຢ່າລໍຖ້າໃນຄວາມສຳເລັດ ”.