Monthly Archives: August, 2020

ເກີດເຫດລະເບີດ ກາງນະຄອນຫຼວງເບຣຸດຂອງລີບັງ ສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງ

ອີງຕາມຂ່າວຕ່າງປະເທດໃຫ້ຮູ້ວ່າ: ວັນທີ 4 ສິງຫາ ໄດ້ເກີດເຫດລະເບີດ ຄັ້ງໃຫຍ່ ໃນສາງເກັບສິນຄ້າ ເຂດທ່າກຳປັ່ນ ໃນນະຄອນຫລວງ ເບຣຸດ ຂອງລີບັງ ຫລື ເລບານອນ ເຮັດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 70 ຄົນ ແລະ ບາດເຈັບຫຼາຍພັນຄົນ. ແຮງລະເບີດເກີດຂຶ້ນ 2 ຄັ້ງ ຕິດຕໍ່ກັນ ພາຍໃນສາງສິນຄ້າຂອງທ່າກຳປັ່ນ ໃນນະຄອນຫລວງ...

ການເຕີບໃຫຍ່ຂະຫຍາຍຕົວຂອງສື່ມວນຊົນລາວ ແລະ ຜູ້ປະກອບອາຊີບນັກຂ່າວ

ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນລາວ ແລະ ການພິມຈຳໜ່າຍ ຄົບຮອບ 70 ປີ ( 13 ສິງຫາ 1950 ຫາ 13 ສິງຫາ 2020 ) ຄໍລຳອາຊີບ - ວຽກງານວັນນີ້ ຈະມານຳສະເໜີວຽກງານສື່ມວນຊົນກັບການປັບຕົວເຂົ້າກັບສື່ຍຸກໃໝ່ ແລະ ຄວາມຮູ້ສຶກຂອງຜູ້ທີ່ປະກອບອາຊີບສື່ມວນຊົນ. ທ່ານ ປິ່ນປາຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ,...

ນ້ຳຖ້ວມບໍ່ຢຸດ ໄຟຟ້າໄຊຍະບູລີ ເລັ່ງເກັບກູ້ລະບົບຕາຂ່າຍ ແລະ ຍ້າຍກົງເຕີຂື້ນສູ່ທີ່ສູງ

ໃນວັນທີ 03 ສິງຫາ 2020 ທີ່ຜ່ານມານີ້ ໄດ້ເກີດມີພາຍຸຟ້າຝົນລົມແຮງພັດເຂົ້າ ແຂວງໄຊຍະບູລີ ເຮັດໃຫ້ເກີດມີໄພນໍ້າຖ້ວມຢູ່ 10 ບ້ານ ທີ່ລຽບຕາມແຄມນໍ້າຮຸ່ງໃນເທດສະບານ ແຂວງໄຊຍະບູລີຄື: ບ້ານ ໂຮມໄຊ, ບ້ານ ປົ່ງ, ບ້ານ ນາຍາວ, ບ້ານ ນາໄຮ, ບ້ານ ສີເມືອງ, ບ້ານ ຖີ່ນ,...

ເອດີບີ ຄາດ ຍອດເງິນສົ່ງກັບປະເທດຫຼຸດລົງກວ່າ 100 ຕື້ໂດລາ

ທະນາຄານພັດທະນາອາຊີ ເອດີບີ ຄາດການວ່າ: ຍອດເງິນທີ່ສົ່ງກັບປະເທດ ( Remittance ) ຂອງບັນດາປະເທດທົ່ວໂລກຫຼຸດລົງ 1 ແສນລ້ານໂດລາສະຫະລັດ ຫຼື 100 ຕື້ໂດລາສະຫະລັດ ໃນປີ 2020 ເນື່ອງຈາກມີການເລີກຈ້າງ ແລະ ຖືກຫຼຸດຄ່າແຮງງານລົງໃນໄລຍະທີ່ເກີດການລະບາດຂອງພະຍາດໂຄວິດ - 19. ເອດີບີ ປະເມີນວ່າອາຊີ ເຊິ່ງເປັນທະວີບທີ່ມີແຮງງານຕ່າງດ້າວເປັນຈຳນວນຫຼວງຫຼາຍ ເຊິ່ງຄາດວ່າຍອດເງິນສົ່ງກັບປະເທດອາດຫຼຸດລົງເຖິງ 50,4...

ໜ້າຫ່ວງ! ລະດັບນໍ້າຊັນສູງກາຍເຂດອັນຕະລາຍ ເຕືອນປະຊາຊົນລະວັງ ພ້ອມຂົນເຄື່ອງໜີໄພດ່ວນ

ພາຍຫຼັງທີ່ຝົນຕົກຕິດຕໍ່ກັນເປັນເວລາຫຼາຍວັນ ສົ່ງຜົນໃຫ້ແມ່ນໍ້າສາຍຫຼັກຢູ່ເຂດພາກເໜືອຍື່ງລົ້ນຖ້ວມບ້ານເຮືອນຂອງປະຊາຊົນເປັນຈໍານວນຫຼາຍ ໂດຍສະເພາະແມ່ນແຂວງໄຊຍະບູລີ, ແຕ່ຫຼ້າສຸດ ມື້ນີ້ ວັນທີ 5 ສິງຫາ 2020 ນໍ້າຊັນຢູ່ເຂດເມືອງບໍລິຄັນ ແຂວງບໍລິຄໍາໄຊ ໄດ້ຍື່ງຂຶ້ນຫຼາຍ ເຮັດໃຫ້ສະພາບຕອນນີ້ ນໍ້າຖ້ວມບ້ານເຮືອນປະຊາຊົນແລ້ວ. ອີງຕາມການລາຍງານຂອງ Bolikhamxay Province ໃຫ້ຮູ້ວ່າ: ນ້ຳຊັນເຂດເມືອງບໍລິຄັນ ຂື້ນສູງເຖີງ 8,45 ແມັດແລ້ວ ໃນເຊົ້າມື້ນີ້ ເວລາ 6:00...

ປະຊາກອນຂອງ ສ.ເກົາຫຼີ ເລີ່ມຫຼຸດລົງ

ສຳນັກຂ່າວສານຫວຽດນາມ ລາຍງາຍວ່າ ສ.ເກົາຫຼີ ເລີ່ມປະເຊີນກັບສະພາບວິກິດປະຊາກອນທີ່ຫຼຸດລົງເປັນຄັ້ງທຳອິດ, ຫຼັງຕົວເລກເດັກນ້ອຍເກີດໃໝ່ທົ່ວປະເທດຕ່ຳກວ່າຜູ້ເສຍຊີວິດ. ຜູ້ຊ່ຽວຊານຂອງ ສ.ເກົາຫຼີ ກ່າວວ່າ: ໃນປີ 2020 ອາດຈະເປັນປີທຳອິດ ແລະ ເປັນປະຫວັດການທີ່ອັດຕາການຈະເລີນເຕີບໂຕຂອງປະຊາກອນຫຼຸດລົງໃນລະດັບຕິດລົບ ( ອັດຕາການເກີດຕ່ຳກວ່າອັດຕາການຕາຍ ) ທ່າມກາງຈຳນວນປະຊາກອນ ສ.ເກົາຫຼີ ຫຼຸດລົງຢ່າງຕໍ່ເນື່ອງໃນໄລຍະ 7 ເດືອນຜ່ານມາ. ຕາມຂໍ້ມູນຈາກກົມສະຖິຕິຂອງ ສ.ເກົາຫຼີ ລະບຸວ່າ: ເດືອນພຶດສະພາຜ່ານມາ ເດັກນ້ອຍເກີດໃໝ່ພາຍໃນປະເທດ...

ສ້າງຄົນຮຸ່ນໃໝ່ໃຫ້ກາຍເປັນມືອາຊີບດ້ານອະສັງຫາ

ບໍລິສັດ ຈະເລີນນະຄອນ ພັດທະນາອະສັງຫາ ຈໍາກັດ ໄດ້ຈັດງານສໍາມະນາພາຍໃຕ້ຫົວຂໍ້ “ ເຕັກນິກການຊື້ - ຂາຍອະສັງຫາ ເພື່ອເປັນການແບ່ງປັນ ຄວາມຮູ້, ປະສົບການດ້ານທຸລະກິດອະສັງຫາໃນລາວ ເພື່ອໃຫ້ຜູ້ປະກອບການທົ່ວໄປ, ນັກຮຽນ - ນັກສຶກສາທີ່ສົນໃຈເຮັດທຸລະກິດດ້ານນີ້ ຫຼື ຜູ້ທີ່ຕ້ອງການເປັນນາຍໜ້າຊື້ - ຂາຍອະສັງຫາ ໂດຍສະເພາະແມ່ນປະເພດດິນປຸກສ້າງ, ບ້ານຈັດສັນ, ເຮືອນໃຫ້ເຊົ່າ, ຄອນໂດ...

ຜະລິດເສັ້ນເຂົ້າປຸ້ນແຫ້ງຊ່ວຍສ້າງວຽກເຮັດງານທໍາ 20 ຄົນຕໍ່ມື້

ທ່ານ ຊົງປະດິດ ແກ້ວບົວ ອາຍຸ 46 ປີ ປັດຈຸບັນຢູ່ບ້ານສີເມືອງ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໃຫ້ສໍາພາດວ່າ: ພາຍຫຼັງທີ່ຈົບການສຶກສາຢູ່ປະເທດຈີນ ກໍເລີ່ມເຮັດທຸລະກິດຄ້າຂາຍຍ່ອຍ ແລະ ຂາຍສົ່ງຕາມຫ້າງຮ້ານຕ່າງໆພາຍໃນເມືອງໄຊຍະບູລີ. ແຕ່ໄລຍະເວລານັ້ນການຄ້າຂາຍກໍບໍ່ປານໃດ ຈຶ່ງລົງທຶນຊື້ດິນ 1 ຕອນ ແລະ ຊື້ເຄື່ອງຈັກຜະລິດເສັ້ນເຂົ້າປຸ້ນແຫ້ງ ໃນປີ 2018 ເຊິ່ງໃຊ້ກໍາມະກອນມື້ໜຶ່ງ ເກືອບ 20...

ຮູ້ຈັກ ສາວຕິກຕ້າ ແພດປະຈໍາສະໜາມຄຽງຄູ່ກັບວົງການບານເຕະລາວ

ການແຂ່ງຂັນບານເຕະໃນແຕ່ລະນັດໃດ ອົງປະກອບໜຶ່ງທີ່ບໍ່ສາມາດຂາດໄດ້ນັ້ນກໍຄືແພດປະຈໍາສະໜາມ ເຊິ່ງທີມງານເສດຖະກິດ-ການຄ້າ ໄດ້ມີໂອກາດສໍາພາດກັບ ສາວຕິກຕ້າ ແພດປະຈໍາການແຂ່ງຂັນໃນວົງການບານເຕະລາວ ທີ່ເຊື່ອວ່າຫຼາຍໆຄົນຄົງຈະເຫັນໃນການແຂ່ງຂັນບານເຕະທີ່ຜ່ານມາ ໂດຍສະເພາະໃນເປບຊີ ລາວລີກ 1 ປີ 2020 ຈາກ 15 ນັດທີ່ຜ່ານມາ ຕິກຕ້າ ກໍຈະປະຈໍາຢູ່ສະໜາມກີລາແຫ່ງຊາດ ຫຼັກ 16 ສະເໝີບໍ່ເຄີຍຂາດ ເໝືອນດັ່ງດອກໄມ້ປະທັບສະໜາມ ໃຫ້ທຸກຄົນໄດ້ຜ່ອນຄາຍ ແລະ ສະບາຍໃຈເວລາເຫັນຢູ່ສະໜາມ. ດັ່ງນັ້ນ,...

ຫຼາຍບ້ານຂອງແຂວງໄຊຍະບູລີ ຖືກນໍ້າຖ້ວມ

ອິດທິພົນຂອງພາຍຸຊິນລາກູ ທີ່ພັດເຂົ້າ ສປປ ລາວ ແຕ່ວັນທີ 2 ສິງຫາຜ່ານມາ ໄດ້ເຮັດໃຫ້ຫຼາຍບ້ານຂອງເມືອງບໍ່ແຕນ, ເມືອງໄຊຍະບູລີ ແຂວງໄຊຍະບູລີ ເກີດນ້ຳຖ້ວມກະທັນຫັນ ສົ່ງຜົນກະທົບຕໍ່ການດໍາລົງຊີວິດຂອງພໍ່ແມ່ປະຊາຊົນ. ທ່ານ ບຸນເລີດ ໄຊຍະລາດ ຫົວໜ້າໜ່ວຍງານວັດທະນະທຳ, ຫ້ອງການວັດທະນະທຳ ແລະ ທ່ອງທ່ຽວເມືອງບໍ່ແຕນ ແຂວງໄຊຍະບູລີໄດ້ລາຍງານໃນຕອນທ່ຽງວັນທີ 3 ສິງຫານີ້ວ່າ: ຜົນກະທົບຈາກພາຍຸຊິນລາກູ ເຊິ່ງໄດ້ພັດຜ່ານຫຼາຍແຂວງໃນພາກເໜືອຂອງລາວເຮົາ ໃນລະຫວ່າງວັນທີ...
- Advertisment -
Slide
Slide

Most Read

error: Content is protected !!