ປະຊາກອນຂອງ ສ.ເກົາຫຼີ ເລີ່ມຫຼຸດລົງ

75

ສຳນັກຂ່າວສານຫວຽດນາມ ລາຍງາຍວ່າ ສ.ເກົາຫຼີ ເລີ່ມປະເຊີນກັບສະພາບວິກິດປະຊາກອນທີ່ຫຼຸດລົງເປັນຄັ້ງທຳອິດ, ຫຼັງຕົວເລກເດັກນ້ອຍເກີດໃໝ່ທົ່ວປະເທດຕ່ຳກວ່າຜູ້ເສຍຊີວິດ.

ຜູ້ຊ່ຽວຊານຂອງ ສ.ເກົາຫຼີ ກ່າວວ່າ: ໃນປີ 2020 ອາດຈະເປັນປີທຳອິດ ແລະ ເປັນປະຫວັດການທີ່ອັດຕາການຈະເລີນເຕີບໂຕຂອງປະຊາກອນຫຼຸດລົງໃນລະດັບຕິດລົບ ( ອັດຕາການເກີດຕ່ຳກວ່າອັດຕາການຕາຍ ) ທ່າມກາງຈຳນວນປະຊາກອນ ສ.ເກົາຫຼີ ຫຼຸດລົງຢ່າງຕໍ່ເນື່ອງໃນໄລຍະ 7 ເດືອນຜ່ານມາ.

ຕາມຂໍ້ມູນຈາກກົມສະຖິຕິຂອງ ສ.ເກົາຫຼີ ລະບຸວ່າ: ເດືອນພຶດສະພາຜ່ານມາ ເດັກນ້ອຍເກີດໃໝ່ພາຍໃນປະເທດ ລວມມີ 23.000 ຄົນ ຫຼຸດລົງ 2.359 ຄົນ, ໃນຂະນະທີ່ຈຳນວນຜູ້ເສຍຊີວິດມີ 24.353 ຄົນ ຫຼຸດລົງ 397 ຄົນ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ປັດຈຸບັນປະຊາກອນຂອງ ສ.ເກົາຫຼີ ມີປະມານ 51.271 ລ້ານຄົນ ໂດຍມີອາຍຸສະເລ່ຍ 43,7 ປີ.