ຮູ້ຈັກ ສາວຕິກຕ້າ ແພດປະຈໍາສະໜາມຄຽງຄູ່ກັບວົງການບານເຕະລາວ

183

ການແຂ່ງຂັນບານເຕະໃນແຕ່ລະນັດໃດ ອົງປະກອບໜຶ່ງທີ່ບໍ່ສາມາດຂາດໄດ້ນັ້ນກໍຄືແພດປະຈໍາສະໜາມ ເຊິ່ງທີມງານເສດຖະກິດ-ການຄ້າ ໄດ້ມີໂອກາດສໍາພາດກັບ ສາວຕິກຕ້າ ແພດປະຈໍາການແຂ່ງຂັນໃນວົງການບານເຕະລາວ ທີ່ເຊື່ອວ່າຫຼາຍໆຄົນຄົງຈະເຫັນໃນການແຂ່ງຂັນບານເຕະທີ່ຜ່ານມາ ໂດຍສະເພາະໃນເປບຊີ ລາວລີກ 1 ປີ 2020 ຈາກ 15 ນັດທີ່ຜ່ານມາ ຕິກຕ້າ ກໍຈະປະຈໍາຢູ່ສະໜາມກີລາແຫ່ງຊາດ ຫຼັກ 16 ສະເໝີບໍ່ເຄີຍຂາດ ເໝືອນດັ່ງດອກໄມ້ປະທັບສະໜາມ ໃຫ້ທຸກຄົນໄດ້ຜ່ອນຄາຍ ແລະ ສະບາຍໃຈເວລາເຫັນຢູ່ສະໜາມ.

ດັ່ງນັ້ນ, ມື້ນີ້ທີມງານຂອງພວກເຮົາຈິ່ງຈະມາແນະນໍາບົດບາດຂອງ ສາວຕິກຕ້າ ແພດປະຈໍາສະໜາມ ນອກຈາກຈະເປັນແພດທີ່ຢູ່ຂ້າງສະໜາມ ເພື່ອໃຫ້ນັກກີລາ ແລະ ຝ່າຍຈັດການແຂ່ງຂັນອຸ່ນໃຈຢູ່ຕະຫຼອດເວລາ ໃຫ້ທ່ານຜູ້ອ່ານໄດ້ຮູ້ຈັກນໍາກັນ ແລະ ຖ້າມີໂອກາດສາມາດໄປທັກທາຍສາວຄົນນີ້ໄດ້ ນອກຈາກໜ້າຕາດີແລ້ວ ນິດໄສກໍຍັງດີ ໂດຍເປັນຄົນອາລົມດີ, ເຊິ່ງທາງທີມງານພວກເຮົາໄດ້ນໍາເອົາ 14 ຂໍ້ ທີ່ຫຼາຍຄົນອາດຍັງບໍ່ຮູ້ກ່ຽວກັບສາວຄົນນີ້.

1.ປະຫວັດຫຍໍ້: ຊື່ ຕິກຕ້າ ດວງພະຈັນ ປັດຈຸບັນແມ່ນອາຍຸ 30 ປີ ມີຖິ່ນຖານກຳເນີດຢູ່ຊຽງຂວາງ ກ່ອນທີ່ຄອບຄົວຈະຍ້າຍມາຢູ່ ບ້ານຈອມມະນີກາງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຕັ້ງແຕ່ຕອນອາຍຸ 5 ປີ, ໂດຍ ຕິກຕ້າ ເປັນລູກສາວກົກ ແລະ ມີນ້ອງຊາຍອີກ 2 ຄົນ.

2.ດ້ານການສຶກສາ: ຮຽນຢູ່ໂຮງຮຽນປະຖົມ ລາດຊະວົງ ບ້ານໂພນພະເນົາ ກ່ອນຍ້າຍມາຮຽນຢູ່ໂຮງຮຽນຈອມມະນີ ແລະ ຍ້າຍໄປຮຽນຢູ່ໂຮງຮຽນເລກ 9 ຈົນຈົບມັດທະຍົມປາຍ ( ມໍ 6 ) ແນ່ນອນຄວາມໄຝ່ຝັນຂອງສາວຄົນນີ້ແມ່ນຢາກໄປເປັນແພດ ມາຕັ້ງແຕ່ນ້ອຍ ຈິ່ງໄດ້ຕັດສິນໃຈໄປຕໍ່ຮຽນວິຊາຊີບ ແພດ ສາຂາກາຍະພາບບໍາບັດ ຢູ່ວິທະຍາຄານສາທາລະນະສຸກ ( ທາດດໍາ ).

3.ສາເຫດທີ່ຕັດສິນໃຈໄປຮຽນແພດ: ຍ້ອນຄອບຄົວພໍ່ແມ່ອ້າຍນ້ອງ ລວມເຖິງພີ່ນ້ອງ ບໍ່ມີໃຜເປັນແພດຈັກຄົນ ແລະ ບວກກັບຕົວເອງເປັນທີ່ຮັກຄອບຄົວ ຈິ່ງບໍ່ຢາກໃຫ້ທຸກໃນຄອບຄົວເຈັບປ່ວຍ ແລະ ມີຄວາມຝັນຢາກດູແລທຸກໆຄົນ ໃຫ້ມີສຸຂະພາບທີ່ແຂງແຮງ.

6.ຈຸດເລີ່ມຕົ້ນຂອງການເປັນແພດສະໜາມ: ຮຽນຈົບແພດປີ 2008 ແຕ່ກ່ອນຈະເລີ່ມເຂົ້າສູ່ວົງການບານເຕະລາວ ດ້ວຍການເປັນເປັນແພດປະຈໍາສະໜາມໃນປີ 2016 ແມ່ນໄປຮັບໃຊ້ງານບານເຕະມິດຕະພາບຂອງ ທີມລາວອໍສະຕ້າ ທີ່ກຽມໄປແຂ່ງຂັນນັດອຸ່ນເຄື່ອງທີ່ປະເທດກໍາປູເຈຍ ໂດຍເປັນປະສົບການຄັ້ງສໍາຄັນ ແລະ ເປັນຈຸດເລີ່ມຕົ້ນຂອງການຮຽນຮູ້ ລວມເຖິງເປັນໄລຍະເວລາທີ່ເຮັດໃຫ້ຕົວເອງຮູ້ສຶກຮັກມັກ ຈິ່ງໄດ້ຮັບໃຊ້ການແຂ່ງຂັນນັບຕັ້ງແຕ່ນັ້ນມາ ຈົນມາເຖິງປີ 2017 ໄດ້ໄປກັບທີມຊາດຍິງລາວ ຢູ 16 ຢູ່ຊົນບູລີປະເທດໄທ ຊຸດທີ່ທີມສ້າງປະຫວັດສາດເຂົ້າໄປຫຼິ້ນຮອບສຸດທ້າຍ.

7.ກາຍເປັນແພດຮັບໃຊ້ໃຫ້ ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ): ນັບແຕ່ປີ 2016-2018 ສຕລ ໄດ້ເອີ້ນມາຮັບໃຊ້ໃນການແຂ່ງຂັນບານເຕະລາວພຣີເມຍລີກ ແລະ ສາຍ ກ ຈົນໃນທີ່ສຸດ ສຕລ ໄດ້ເຫັນເຖິງຜົນງານ ແລະ ຄວາມມະນະອົດທົນ ຈິ່ງໄດ້ດຶງເຂົ້າເປັນພະນັກງານປະຈໍາຂອງ ສຕລ ຢ່າງເປັນທາງການໃນປີ 2019.

8.ສິ່ງປະທັບໃຈທີ່ສຸດໃນການເປັນແພດປະຈໍາສະໜາມ: ໄດ້ເບິ່ງແຍ່ງ ແລະ ດູແລຄົນເຈັບ ສາມາດບັນເທົ່າຄວາມເຈັບປວດຂອງນັກກີລາ ຫຼື ຄົນເຈັບ ໃຫ້ຫາຍດີິ ນັ້ນແມ່ນຄວາມສຸກ ແລະ ໜ້າທີ່ຂອງແພດ.

9.ອຸປະສັກ: ເນື່ອງຈາກແພດສະໜາມສ່ວນຫຼາຍຈະເປັນຜູ້ຊາຍ ແຕ່ສໍາລັບ ຂ້າພະເຈົ້າ ມັນບໍ່ມີບັນຫາສໍາລັບຜູ້ຍິິງ, ແຕ່ອຸປະສັກອີກຢ່າງແມ່ນ ເຮົາບໍ່ສາມາດຄາດເດົາວ່າຈະເກີດຫຍັງຂຶ້ນ, ເວລາມີການກະທົບແຮງ, ມີເລືອດ, ຫົວແຕກ ຫຼື ຊ໊ອກໃນເດີ່ນ ມັນເປັນກໍເປັນອີກຄວາມກົດດັນສໍາລັບແພດ ຕ້ອງໄດ້ກຽມພ້ອມຮັບມືຢູ່ຕະຫຼອດເວລາ.

10.ການກຽມຕົວໃຫ້ພ້ອມຢູ່ສະເໝີ: ມີແຜນປະຈໍາອາທິດ ໂດຍສິ່ງສໍາຄັນທີ່ສຸດກໍຄື ຕ້ອງອອກກໍາລັງກາຍເປັນປະຈໍາ ແລະ ເຂົ້າຫ້ອງອອກກໍາລັງກາຍຢ່າງໜ້ອຍ 3ຄັ້ງຕໍ່ອາທິດ ໂດຍສະເພາະກ່ອນມື້ແຂ່ງຕ້ອງໃຫ້ພ້ອມ ເພື່ອເລັ່ງຄວາມໄວໃນການແລ່ນເຂົ້າຫາຄົນເຈັບໄດ້ໄວທີ່ສຸດ ລວມເຖິງຜັກຜ່ອນໃຫ້ພຽງພໍ. ສ່ວນເວລາແຂ່ງຕ້ອງມີຄວາມຕື່ນຕົວຢູ່ຕະຫຼອດເວລາ ແລະ ມີສະຖິຕິຢູ່ໃນການແຂ່ງຂັນຕະຫຼອດ ເພາະທຸກວິນາທີມີຄ່າ ແລະ ຊ້າບໍ່ໄດ້, ສ່ວນການກິນອາຫານຕ້ອງໃຫ້ຄົບຕາມໂພຊະນາການເຊັ່ນ: ຜັກ, ຊີ້ນ, ໂປຣຕີນ, ນໍ້າໝາກໄມ້ ແລະ ອື່ນໆທີ່ມີປະໂຫຍດ.

11.ແພດສະໜາມມີຄວາມສໍາຄັນ ແລະ ໜ້າທີ່ແນວໃດໃນການແຂ່ງຂັນ?: ແພດສະໜາມແມ່ນຕ້ອງເປັນກາງ ແລະ ສາມາດເບິ່ງທຸກຄົນໃນສະໜາມໄດ້ ນັບແຕ່ນັກກີລາ, ຄູຝຶກ, ກໍາມະການ, ຄົນຫາມເປ, ລົດສົ່ງຄົນເຈັບສຸກເສີນ ແລະ ອື່ນໆ. ແນ່ນອນວ່າ ຖ້າບໍ່ມີແພດສະໜາມ ໃນນັດໃດນັດໜຶ່ງກໍບໍ່ສາມາດເລີ່ມການແຂ່ງຂັນໄດ້ຢ່າງເດັດຂາດ, ສ່ວນແພດສະໜາມກໍມີໜ້າທີ່ປະສານງານກັບຜູ້ຄວບຄຸມການແຂ່ງຂັນ, ກໍາມະການ, ທີມແພດປະຈໍາທີມ, ລົດຮັບສົ່ງຄົນຈັບສຸກເສີນ ແລະ ອື່ນໆທີ່ກ່ຽວຂ້ອງກັບດ້ານສຸຂະພາບ.

12.ຜົນງານ: ເຄີຍເປັນແພດກາງປະຈໍາສະໜາມ ນັບແຕ່ນັດການແຂ່ງຂັນຂອງ ທີມຊາດຍິງ, ທີມຊາດຊາຍ ຊຸດນ້ອຍ ຈົນເຖິງຊຸດໃຫຍ່ໃນລາຍການລະດັບນາໆຊາດ, ສ່ວນລະດັບລີກແມ່ນເຄີຍຮັບໃຊ້ ເປບຊີ ລາວລີກ 1 ແລະ ຄອມມານໂດ ລາວລີກ 2 ( ສາຍ ກ ) ລວມເຖິງລາຍການຊີງຂັນຂອງສະຫະພັນບານເຕະແຫ່ງຊາດລາວ ທັງຢູ 12, 15 ແລະ 18 ລວມເຖິງຊຸດໃຫຍ່.

13.ສະຖານະຂອງ ສາວຕິກຕ້າ: ປັດຈຸບັນ ແມ່ນຍັງໂສດຢູ່ ຍັງບໍ່ທັນໄດ້ສ້າງຄອບຄົວເທື່ອ, ສ່ວນຊາຍໃນຝັນກໍເປັນຄົນທໍາມະດາ ບໍ່ຈໍາເປັນຕ້ອງຮັ່ງມີ ຫຼື ພຽບພ້ອມ ຂໍພຽງເຂົ້າໃຈກັນ ແລະ ເບິ່ງແຍງເຮົາໄດ້.
14.ຝາກເຖິງນ້ອງໆ ທີ່ຢາກມາເປັນແພດສະໜາມ ນັ້ນຕ້ອງມີຄວາມຮັກມັກ, ຄວາມອົດທົນ ໃນອາຊີບຂອງແພດສະໜາມ ເພາະຕ້ອງໄດ້ຢູ່ໃນສະໜາມບໍ່ວ່າອາກາດຈະຮ້ອນ, ໜາວ ຫຼື ຝົນຕົກ ທີ່ສໍາຄັນຕ້ອງເປັນກາງ, ເອົາໃຈໃສ່ ແລະ ເຂົ້າກັບທຸກຄົນໃຫ້ໄດ້ດີ ແລ້ວທ່ານຈະພົບກັບຄວາມສຸກກັບອາຊີບນີ້.
ຂ່າວ: ຄໍາສອນ; ຮູບ: ສອນໄຊ