ການເຕີບໃຫຍ່ຂະຫຍາຍຕົວຂອງສື່ມວນຊົນລາວ ແລະ ຜູ້ປະກອບອາຊີບນັກຂ່າວ - Laoedaily

ການເຕີບໃຫຍ່ຂະຫຍາຍຕົວຂອງສື່ມວນຊົນລາວ ແລະ ຜູ້ປະກອບອາຊີບນັກຂ່າວ

ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນລາວ ແລະ ການພິມຈຳໜ່າຍ ຄົບຮອບ 70 ປີ ( 13 ສິງຫາ 1950 ຫາ 13 ສິງຫາ 2020 ) ຄໍລຳອາຊີບ – ວຽກງານວັນນີ້ ຈະມານຳສະເໜີວຽກງານສື່ມວນຊົນກັບການປັບຕົວເຂົ້າກັບສື່ຍຸກໃໝ່ ແລະ ຄວາມຮູ້ສຶກຂອງຜູ້ທີ່ປະກອບອາຊີບສື່ມວນຊົນ.

ທ່ານ ປິ່ນປາຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ, ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ກ່າວວ່າ: ຕະຫຼອດໄລຍະ 70 ປີຜ່ານມາ ວຽກງານສື່ມວນຊົນໄດ້ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ. ມາເຖິງປັດຈຸບັນສື່ມວນຊົນລາວໄດ້ສືບຕໍ່ໃນການເປັນກະບອກສຽງໃຫ້ແກ່ພັກ – ລັດຖະບານ ໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຕ່າງໆ ໂດຍສະເພາະແນວທາງນະໂຍບາຍຂອງພັກ ກໍຄືກົດໝາຍລະບຽບການ ແລະ ແຜນພັດທະນາເສດຖະ ກິດ – ສັງຄົມຂອງຊາດ ເຊິ່ງສື່ມວນຊົນໄດ້ເປັນພາຫະນະ ແລະ ເປັນເຄື່ອງມືໂຄສະນາທີ່ເຮັດໜ້າທີ່ປຸກລະດົມຂົນຂວາຍ ແລະ ເຜີຍແຜ່ຂໍ້ມູນ – ຂ່າວສານຕ່າງໆໃຫ້ມວນຊົນທັງພາຍໃນ ແລະ ຕ່າງປະເທດໄດ້ຮັບຮູ້ຢ່າງທົ່ວເຖິງ.

ພັກ – ລັດຖະບານ ຍາມໃດກໍໄດ້ເອົາໃຈໃສ່ກໍ່ສ້າງຖັນແຖວພະນັກງານ ພັດທະນາໂຄງລ່າງພື້ນຖານດ້ານການໂຄສະນາໃຫ້ແກ່ສື່ມວນຊົນ. ພ້ອມດຽວກັນນີ້, ສື່ມວນຊົນລາວນອກຈາກໄດ້ຮັບການພັດທະນາຢູ່ພາຍໃນປະເທດແລ້ວ ຍັງໄດ້ຮັບການຊ່ວຍເຫຼືອຈາກເພື່ອນມິດຍຸດທະສາດ ກໍຄືບັນດາເພື່ອນມິດໃນໂລກ ແລະ ໄດ້ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆໃນຍຸກສະຕະວັດທີ 21 ເຊິ່ງເປັນຍຸກແຫ່ງການພັດທະນາເຕັກໂນໂລຊີການສື່ສານ ແລະ ຂໍ້ມູນ – ຂ່າວສານສື່ມວນຊົນລາວ ກໍຄືກັບສື່ມວນຊົນຕ່າງໆຢູ່ໃນໂລກໄດ້ພົບກັບຂໍ້ສະດວກຕ່າງໆ ເປັນຕົ້ນແມ່ນສື່ມວນຊົນໄດ້ມີເຕັກໂນໂລຊີແບບໃໝ່ໃນການສື່ສານ, ມີອຸປະກອນໃນການເຮັດວຽກທີ່ທັນສະໄໝ ເຊິ່ງສ້າງຄວາມສະດວກໃນການສົ່ງຂໍ້ມູນ – ຂ່າວສານ ແລະ ແຈກຢາຍຂໍ້ມູນ – ຂ່າວສານໄປເຖິງຜູ້ບໍລິໂພກໄດ້ສະດວກສະບາຍກວ່າເກົ່າ.

ພາບປະກອບຂ່າວເທົ່ານັ້ນ

ຂະນະດຽວກັນ, ກໍມີການປາກົດຕົວຂອງສື່ແບບໃໝ່ ເຊິ່ງໄດ້ສ້າງ ຄວາມຫຍຸ້ງຍາກໃຫ້ແກ່ສື່ມວນຊົນ ເຊິ່ງໃນເມື່ອກ່ອນແມ່ນມີແຕ່ສື່ຫຼັກເປັນຜູ້ນຳສະເໜີຂ່າວຕ່າງໆ, ສື່ແບບໃໝ່ໄດ້ເຜີຍແຜ່ຂໍ້ມູນ – ຂ່າວສານທີ່ຂາດການກັ່ນຕອງ, ຫຼາຍຂໍ້ມູນບໍ່ມີເປັນຄວາມຈິງສ້າງຄວາມສັບສົນໃຫ້ແກ່ຜູ້ບໍລິໂພກຂ່າວ. ສະນັ້ນ, ຕໍ່ສະພາບການດັ່ງກ່າວ ສື່ແບບເກົ່າຕ້ອງໄດ້ປັບຕົວເພື່ອປັບປຸງຄຸນນະພາບໃນການສົ່ງຂໍ້ມູນ – ຂ່າວສານຕ່າງໆ ຕ້ອງໃຫ້ມີຄວາມຊັດເຈນ ທັນເຫດການ ເພື່ອຕອບໂຕ້ ແລະ ຊີ້ແຈງໃຫ້ປະຊາຊົນໄດ້ເຂົ້າໃຈຕໍ່ສື່ແບບໃໝ່ ເຊິ່ງຂາດ ຄວາມເປັນຈິງ ຂາດຂໍ້ມູນທີ່ບໍ່ຄົບຖ້ວນ. ສະນັ້ນ, ສື່ມວນຊົນລາວຕ້ອງໄດ້ເອົາໃຈໃສ່ໃນການປ່ຽນຖ່າຍເຕັກນິກວິທະຍາການແບບເກົ່າ ອຸປະກອນແບບເກົ່າມາສູ່ແບບໃໝ່ ປ່ຽນແປງແບບແຜນວິທີເຮັດວຽກ ໂດຍການຫຼຸດກຳລັງຊັບພະຍາກອນມະນຸດລົງຫັນປ່ຽນການແບ່ງວຽກພາຍໃນສື່ມວນຊົນໃຫ້ແຕ່ລະຄົນມີ ຄວາມສາມາດຂຶ້ນຫຼາຍກວ່າເກົ່າ ເຊັ່ນ: ເປັນທັງນັກຂ່າວ, ຊ່າງພາບ ແລະ ນັກຕັດຕໍ່ ແລະ ຜູ້ສົ່ງຂ່າວ. ທັງໝົດນີ້ແນໃສ່ຮັບປະກັນການເປັນກະບອກສຽງອັນແຫຼມຄົມ ແລະ ນຳເອົາສື່ມວນຊົນລາວ ກ້າວສູ່ຄຸນນະພາບທັນສະໄໝ ແລະ ສາມາດເຊື່ອມໂຍງໄດ້ກັບສາກົນ.

ດ້ານ ທ່ານ ວິຣະມຸນີ ຈອມແກ້ວມະນີພົນ ເຮັດວຽກສື່ມວນຊົນຢູ່ໂທລະພາບແຫ່ງຊາດລາວຊ່ອງ 1 ( ທຊລ1 ) ພະແນກຂ່າວພາຍໃນ, ໜ່ວຍງານມືກ້ອງ ເປັນເວລາ 4 ປີ ໃຫ້ສຳພາດກ່ຽວກັບການເຮັດອາຊີບນັກຂ່າວ ວ່າ: ຂ້າພະເຈົ້າມີ ຄວາມຮູ້ສຶກພາກພູມໃຈ ແລະ ດີໃຈຫຼາຍກັບອາຊີບນີ້ ເພາະວ່າເຮົາເອງກໍຮຽນຈົບສາຍສື່ມວນຊົນ ແລະ ໄດ້ເຮັດວຽກຕາມວິຊາສະເພາະທີ່ໄດ້ຮຽນມາ, ສິ່ງສຳຄັນໄດ້ຮັບໃຊ້ການນຳພັກ – ລັດ.

ຖາມ: ທ່ານຄິດວ່າສື່ມວນຊົນລາວເຮົາມີການພັດທະນາຄືແນວໃດແດ່ ຕັ້ງແຕ່ອະດີດເຖິງປັດຈຸບັນ?.

ຕອບ: ສື່ມວນຊົນລາວມີການພັດທະນາຫຼາຍຈາກອະດີດເຖິງປັດຈຸບັນ ແຕ່ເກົ່າໃຊ້ກະແຊັດໃນການບັນທຶກພາບໃນການຖ່າຍທຳກໍເປັນພາບຂາວດຳ. ມາເຖິງປັດຈຸບັນກໍສະດວກສະບາຍຫຼາຍຢ່າງ ຈາກອັນນາລັອກມາສູ່ດິຈິຕອລ, ມາເປັນ SD, HD.

ພາບປະກອບຂ່າວເທົ່ານັ້ນ

ຖາມ: ທ່ານຄິດວ່າໂທລະພາບລາວເຮົາພົບຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຄືແນວໃດແດ່ໃນຍຸກດິຈິຕອລ ຫຼື ຍຸກສັງຄົມອອນລາຍປັດຈຸບັນ ແລະ ໂທລະພາບຄວນພັດທະນາຕົວເອງແນວໃດເພື່ອຄວາມຍືນຍົງ ແລະ ເຂັ້ມແຂງ.

ຕອບ: ໂທລະພາບລາວເຮົາຖືວ່າພົບຄວາມຫຍຸ້ງຍາກຫຼາຍໃນຍຸກນີ້ ເພາະສື່ສັງຄົມອອນລາຍສະດວກໃນການຊົມໃຊ້, ຢາກເບິ່ງຮູບເງົາຟັງເພງ, ຂ່າວສານຕ່າງໆກໍເບິ່ງໃນເທິງມືຖື ເບິ່ງໃນເຟສບຸ໊ກ, ຢູທູບ ແລະ ອື່ນໆ, ນີ້ເປັນສິ່ງທ້າທາຍຫຼາຍໃນຍຸກດິຈິຕອລ, ດັ່ງນັ້ນໂທລະພາບລາວເຮົາຄວນພັດທະນາຫຼາຍດ້ານຕື່ມ, ປັດຈຸບັນກໍດີຢູ່ ແຕ່ຈະເຮັດແນວໃດໃຫ້ມັນດີຂຶ້ນກ່ອນເກົ່າ, ໃຫ້ທັນເຫດການເພື່ອຈະແຂ່ງຂັນໃຫ້ຂ່າວຖ່ວງທັນໃນໂລກອອນລາຍ, ຄວນປັບປຸງດ້ານການບໍລິການວ່ອງໄວ ແລະ ອຸປະກອນການຖ່າຍທຳກໍຕ້ອງໃຫ້ທັນສະໄໝ ລວມເຖິງການພັດທະນາບຸກຄະລາກອນໃນຍຸກດິຈິຕອລໃຫ້ເຂັ້ມແຂງຂຶ້ນ.

ທ່ານ ສົມສະຫວິນ ວົງສີສຸພັນ ນັກຂ່າວໜັງສືພິມ ເສດຖະກິດ – ການຄ້າ ໄດ້ເຮັດວຽກໃນສາຍສື່ມວນຊົນມາເປັນເວລາ 10 ປີແລ້ວ ນັບແຕ່ປີ 2010 ເປັນຕົ້ນມາ ໃຫ້ທັດສະນະວ່າ: ຕົນເອງແມ່ນໄດ້ຮຽນຈົບປະລິນຍາຕີ ຂະແໜງຊ໊ອຟແວຣ໌ ພາກວິຊາວິສະວະກໍາສາດ ຢູ່ສະຖາບັນເຕັກໂນໂລຊີວຽງຈັນ ໂດຍໄດ້ເລີ່ມສະໝັກເຂົ້າເປັນນັກຂ່າວຢູ່ໜັງສືພິມ ເສດຖະກິດ – ສັງຄົມ ໃນທ້າຍປີ 2010 ແລະ ຍ້າຍມາຢູ່ໜັງສືພິມເສດຖະກິດ – ການຄ້າ ປີ 2013 ເຖິງປັດຈຸບັນ.

ຖາມ: ທ່ານມີຄວາມຮູ້ສຶກແນວໃດກັບອາຊີບນີ້?.

ຕອບ: ໂດຍສ່ວນຕົວແລ້ວຄິດວ່າ ເຮົາປະກອບອາຊີບໃດກໍດີ ຂໍແຕ່ມີ ຄວາມມັກຮັກໃນໜ້າວຽກນັ້ນໆ ແລະ ພະຍາຍາມພັດທະນາຕົນເອງຢູ່ເລື້ອຍໆ ກໍຈະເຮັດໃຫ້ເຮົາມີຄວາມເກັ່ງໃນສາຍງານນັ້ນໆ ແລ້ວສາມາດລ້ຽງກຸ້ມຕົນເອງ ຫຼື ຄອບຄົວໄດ້.ການເປັນຂ່າວກໍມີບົດບາດສໍາຄັນຕໍ່ການພັດທະນາເສດຖະກິດ – ສັງຄົມຂອງຊາດ, ເນື່ອງຈາກນັກຂ່າວເປັນຜູ້ໜຶ່ງທີ່ມີຄວາມສໍາຄັນ ແລະ ເປັນກະບອກສຽງອັນແຫຼມຄົມຂອງ ພັກ – ລັດ ໃນການກະຈາຍຂໍ້ມູນ – ຂ່າວສານໃຫ້ສັງຄົມຮັບຮູ້ ໂດຍນໍາເອົານະໂຍບາຍ, ມະຕິ, ຄໍາສັ່ງຂອງພັກມາເຜີຍແຜ່ເພື່ອໃຫ້ປະຊາຊົນຮັບຮູ້ຢ່າງກວ້າງ ຂວາງ ແລະ ນໍາເອົາບັນຫາຕ່າງໆທີ່ເກີດຂຶ້ນໃນສັງຄົມມານໍາສະເໜີ ເພື່ອສ່ອງແສງໃຫ້ຂັ້ນເທິງໄດ້ຮັບຮູ້ເຊັ່ນກັນ.

ພາບປະກອບຂ່າວເທົ່ານັ້ນ

ຖາມ: ທ່ານຄິດວ່າສື່ມວນຊົນລາວເຮົາມີການພັດທະນາຂຶ້ນຄືແນວໃດແດ່ຕັ້ງແຕ່ອະດີດເຖິງປັດຈຸບັນ?.

ຕອບ: ຂ້າພະເຈົ້າຄິດວ່າສື່ມວນຊົນລາວເຮົາມີທ່າກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງຕາມແຕ່ລະຍຸກ – ແຕ່ລະສະໄໝ ເນື່ອງຈາກພວກເຮົາມີກົດໝາຍວ່າດ້ວຍສື່ມວນຊົນສະບັບປັບປຸງ ແລະ ມີບັນດານິຕິກຳລຸ່ມກົດໝາຍຫຼາຍສະບັບທີ່ເປັນບ່ອນອີງໃຫ້ແກ່ສື່ມວນຊົນເຮົາໄດ້ເຄື່ອນໄຫວຕາມພາລະໜ້າທີ່ ເຊິ່ງເຫັນໄດ້ໃນການປ່ຽນແປງແຕ່ລະໄລຍະການເພີ່ມຂຶ້ນຂອງສື່ຕ່າງໆໃນທົ່ວປະເທດ ບໍ່ວ່າຈະເປັນສື່ສິ່ງພິມ, ສື່ວິທະຍຸ, ໂທລະພາບ ແລະ ສື່ອອນລາຍ ທີ່ກໍາລັງໄດ້ຮັບ ຄວາມສົນໃຈຈາກສັງຄົມໃນປັດຈຸບັນ.

ພາບປະກອບຂ່າວເທົ່ານັ້ນ

ຖາມ: ທ່ານຄິດວ່າໜັງສືພິມ ຫຼື ສື່ສິ່ງພິມຕ່າງໆພົບຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຄືແນວໃດແດ່ໃນຍຸກດິຈິຕອລ ແລະ ຄວນພັດທະນາຕົວເອງແນວໃດ ເພື່ອໃຫ້ຢູ່ລອດ?.

ຕອບ: ນັບແຕ່ສື່ອອນລາຍໄດ້ເຂົ້າມາມີບົດບາດໃນບ້ານເຮົາເມື່ອບໍ່ເທົ່າໃດປີຜ່ານມາ ໄດ້ເຮັດໃຫ້ບັນດາສື່ສິ່ງພິມ, ວິທະຍຸ, ວາລະສານ, ໂທລະພາບ ແລະ ອື່ນໆ ໄດ້ຕື່ນຕົວປັບປຸງຕົນເອງ ແລະ ຍົກລະດັບຄວາມຮູ້ – ຄວາມສາມາດຂອງພະນັກງານນັກຂ່າວໃຫ້ມີການພັດທະນາທັນກັບຍຸກເຕັກໂນໂລຊີດິຈິຕອລ ເພື່ອຮອງຮັບການປ່ຽນແປງໄປຕາມສະພາບການ ເຊິ່ງເຮົາຈະສັງເກດເຫັນໄດ້ບັນດາສື່ຕ່າງໆໄດ້ມີການຫັນຕົນເອງໄປສູ່ລະບົບອອນລາຍຫຼາຍຂຶ້ນ. ທັງນີ້, ກໍເພື່ອປະຢັດເວລາ, ປະຢັດຕົ້ນທຶນການຜະລິດ ແລະ ກະຈາຍຂ່າວໃຫ້ກວ້າງ ຂວາງທັນກັບເຫດການທີ່ເກີດຂຶ້ນໃນສັງຄົມ.
ຂະນະດຽວກັນ, ກໍມີສິ່ງທ້າທາຍບໍ່ໜ້ອຍທີ່ເຮັດໃຫ້ສື່ແບບເກົ່າຕ້ອງໄດ້ປັບປຸງຕົນເອງທາງດ້ານເນື້ອຫາສາລະ ແລະ ຄວາມຖືກຕ້ອງຂອງຂ່າວ ກ່ອນທີ່ຈະອອກສູ່ສາຍຕາສັງຄົມ ເພາະການຫັນເປັນດິຈິຕອລກໍຕ້ອງໄດ້ລະມັດລະວັງໃນຫຼາຍດ້ານ. ຄຽງຄູ່ກັນນັ້ນ, ກໍຕ້ອງພັດທະນາຜະລິດຕະພັນຕ່າງໆທີ່ມີຢູ່ໃຫ້ຕອບໂຈດຄວາມຕ້ອງການຂອງລູກຄ້າໃນຍຸກໃໝ່ ຈຶ່ງຈະເຮັດໃຫ້ອົງກອນສາມາດຢູ່ລອດ.

ເວັບໄຊທ໌ ລັດຖະບານ
ເວັບໄຊທ໌ແນະນຳ
ເພຈ໌ແນະນຳ