ເອດີບີ ຄາດ ຍອດເງິນສົ່ງກັບປະເທດຫຼຸດລົງກວ່າ 100 ຕື້ໂດລາ

75

ທະນາຄານພັດທະນາອາຊີ ເອດີບີ ຄາດການວ່າ: ຍອດເງິນທີ່ສົ່ງກັບປະເທດ ( Remittance ) ຂອງບັນດາປະເທດທົ່ວໂລກຫຼຸດລົງ 1 ແສນລ້ານໂດລາສະຫະລັດ ຫຼື 100 ຕື້ໂດລາສະຫະລັດ ໃນປີ 2020 ເນື່ອງຈາກມີການເລີກຈ້າງ ແລະ ຖືກຫຼຸດຄ່າແຮງງານລົງໃນໄລຍະທີ່ເກີດການລະບາດຂອງພະຍາດໂຄວິດ – 19.

ເອດີບີ ປະເມີນວ່າອາຊີ ເຊິ່ງເປັນທະວີບທີ່ມີແຮງງານຕ່າງດ້າວເປັນຈຳນວນຫຼວງຫຼາຍ ເຊິ່ງຄາດວ່າຍອດເງິນສົ່ງກັບປະເທດອາດຫຼຸດລົງເຖິງ 50,4 ຕື້ໂດລາສະຫະລັດ.


ໃນປີ 2019 ຍອດເງິນສົ່ງກັບປະເທດໃນຂົງເຂດອາຊີ ແລະ ປາຊີຟິກມີທັງໝົດ 315 ຕື້ໂດລາສະຫະລັດ ໂດຍເງິນຈຳນວນດັ່ງກ່າວນີ້ຊ່ວຍກະຕຸ້ນການເຕີບໂຕທາງດ້ານເສດຖະກິດໃນຂົງເຂດແຫ່ງນີ້ ເຊິ່ງລວມທັງຟີລິບປິນ.

ກ່ອນໜ້ານີ້ ເອດີບີ ໄດ້ອອກບົດລາຍງານເຖິງທ່າອ່ຽງການເຕີບໂຕດ້ານເສດຖະກິດປະເທດທີ່ກຳລັງພັດທະນາໃນອາຊີ ໂດຍລະບຸວ່າ: ລວມຍອດຜະລິດຕະພັນພາຍໃນ ( ຈີດີພີ ) ຂອງກຸ່ມປະເທດທີ່ກຳລັງພັດທະນາໃນອາຊີ ຄາດວ່າຈະຂະຫຍາຍຕົວພຽງ 0,1% ໃນປີ 2020 ເຊິ່ງຫຼຸດລົງຈາກທີ່ເຄີຍຄາດການໄວ້ໃນເດືອນເມສາຜ່ານມາທີ່ຄາດວ່າຈະຢູ່ໃນລະດັບ 2,2%.

ຕົວເລກຄາດການ ຈີດີພີ ຄັ້ງຫຼ້າສຸດນີ້ ຖືວ່າເປັນອັດຕາການຂະຫຍາຍຕົວທີ່ຕ່ຳທີ່ສຸດ ນັບແຕ່ປີ 1961 ເປັນຕົ້ນມາ ເນື່ອງຈາກມາດຕະການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19 ໄດ້ສົ່ງຜົນກະທົບຕໍ່ກິດຈະກຳທາງເສດຖະກິດ ເຮັດໃຫ້ການໃຊ້ຈ່າຍຫຼຸດລົງ.