ຜະລິດເສັ້ນເຂົ້າປຸ້ນແຫ້ງຊ່ວຍສ້າງວຽກເຮັດງານທໍາ 20 ຄົນຕໍ່ມື້

202

ທ່ານ ຊົງປະດິດ ແກ້ວບົວ ອາຍຸ 46 ປີ ປັດຈຸບັນຢູ່ບ້ານສີເມືອງ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໃຫ້ສໍາພາດວ່າ: ພາຍຫຼັງທີ່ຈົບການສຶກສາຢູ່ປະເທດຈີນ ກໍເລີ່ມເຮັດທຸລະກິດຄ້າຂາຍຍ່ອຍ ແລະ ຂາຍສົ່ງຕາມຫ້າງຮ້ານຕ່າງໆພາຍໃນເມືອງໄຊຍະບູລີ.

ແຕ່ໄລຍະເວລານັ້ນການຄ້າຂາຍກໍບໍ່ປານໃດ ຈຶ່ງລົງທຶນຊື້ດິນ 1 ຕອນ ແລະ ຊື້ເຄື່ອງຈັກຜະລິດເສັ້ນເຂົ້າປຸ້ນແຫ້ງ ໃນປີ 2018 ເຊິ່ງໃຊ້ກໍາມະກອນມື້ໜຶ່ງ ເກືອບ 20 ຄົນ ໂດຍຄ່າຈ້າງມື້ລະ 50 ພັນກີບ.

ຂັ້ນຕອນຂອງການຜະລິດເສັ້ນເຂົ້າປຸ້ນແຫ້ງແມ່ນໂມ້ແປ້ງລະອຽດ ສົ່ງເຂົ້າເຄື່ອງບີບ ແລ້ວບີບອອກມາລ້າງນໍ້າ ແລ້ວເອົາອອກຕາກແດດ 2 – 3 ຊົ່ວໂມງ. ຫຼັງຈາກນັ້ນ, ມາມັດແພັກເຂົ້າຖົງ; ແຕ່ລະມື້ສາມາດຜະລິດໄດ້ 1,5 ໂຕນ.

ສ່ວນວັດຖຸດິບມາຮັບໃຊ້ໂຮງງານແມ່ນນໍາເຂົ້າຈາກ ສປ ຈີນ ເຊັ່ນ: ແປ້ງເຂົ້າຈ້າວສໍາເລັດຮູບ, ນໍ້າມັນພືດ ເດືອນໜຶ່ງ 30 ໂຕນ ມູນຄ່າຊື້ປະມານ 7 ລ້ານກວ່າກີບ, ດ້ານການຈໍາໜ່າຍແມ່ນສົ່ງຂາຍພາຍໃນແຂວງ ແລະ ແຂວງໃກ້ຄຽງ ຄື: ແຂວງຫຼວງພະບາງ ໃນລາຄາ 38.000 ກີບຕໍ່ 5 ກິໂລ ສັງລວມແລ້ວສະເລ່ຍລາຍຮັບໃນປີໜຶ່ງ ເມື່ອຫັກຄ່າຈ້າງແຮງງານ ແລະ ຄ່າສິ້ນເປືອງອື່ນໆແລ້ວຈະມີກໍາໄລຢູ່ 100 ລ້ານກີບ.

ທ່ານຍັງໃຫ້ຮູ້ຕື່ມວ່າ ເມື່ອມາເບິ່ງຄວາມຮຽກຮ້ອງຕ້ອງການໃນການບໍລິໂພກຂອງສັງຄົມ ກໍຄືການຕະຫຼາດຈໍາໜ່າຍນັບມື້ຫຼາຍຂຶ້ນ ທາງບໍລິສັດເຮົາກໍມີແຜນຜະລິດຈໍາໜ່າຍເສັ້ນເຂົ້າປຸ້ນແຫ້ງຈາກ 1 ໂຕນເຄິ່ງຕໍ່ເດືອນ ມາເປັນ 2 ໂຕນຕໍ່ເດືອນ.

[ ຂ່າວ: ບຸນທີ ]