ຂ່າວດີຄູ່ຜົວ-ເມຍໄປເຮັດວຽກຢູ່ເກົາຫຼີ ໂອກາດມາຮອດແລ້ວ

139

ເປັນຂ່າວດີຂອງພໍ່ແມ່ປະຊາຊົນລາວ ໂດຍສະເພາະແມ່ນ ຊາວເມືອງຄຳແຂວງຊຽງຂວາງທີ່ຈະໄດ້ຮັບໂອກາດພິເສດໄປເຮັດວຽກຢູ່ ສ.ເກົາຫຼີ (ຕາມລະດູການ 3-5ເດືອນ) ທ່ານໃດຢູ່ໃນເກນ 25-50 ປີ ບໍມີລູກນ້ອຍຕ່ຳກວ່າ 2 ປີ, ບໍ່ມີລູກຄາທ້ອງ ແລະພະຍາດປະຈຳໂຕແມ່ນຮີບໄປສະໝັກໄດ້ເລີຍ.

May be an image of 5 people, people standing and outdoors

ອີງຕາມ ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຈັດສົ່ງແຮງງານລາວໄປເຮັດວຽກຕາມລະດູການ ຢູ່ ສ.ເກົາຫຼີ ລະຫວ່າງ ກົມການຈັດຫາງານ ແລະ ເມືອງ ຊັງຈອງ ສ.ເກົາຫຼີ; ຫ້ອງການ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ເມືອງ ຊັງຈອງ, ສ. ເກົາຫຼີ ໄດ້ສະແດງເຈດຈໍານົງ ໃນການນໍາໃຊ້ແຮງງານ ເມືອງຄໍາ, ແຂວງ ຊຽງຂວາງ ຈໍານວນ 61 ຄົນ (ຍິງ 52 ຄົນ, ຊາຍ 7 ຄົນ ແລະ 1 ຄູ່ຜົວ-ເມຍ) ເພື່ອໄປເຮັດວຽກຕາມລະດູການ ຢູ່ເມືອງດັ່ງກ່າວ ໃນເດືອນມັງກອນ (ຈໍານວນ 33 ຄົນ ຍິງ 29 ຄົນ ) ເດືອນມີນາ (ຈໍານວນ 4 ຄົນ, ຍິງ 2 ຄົນ+1 ຄູ່ຜົວ-ເມຍ) ແລະ ເດືອນພຶດສະພາ ຂອງປີ 2023 (ຈໍານວນ 24 ຄົນ, ຍິງ 21 ຄົນ).

May be an image of 6 people, people standing, strawberry and outdoors

ສະນັ້ນ ເພື່ອເປັນການກະກຽມຄວາມພ້ອມ ແລະ ຮັບປະກັນໃຫ້ແກ່ການຄັດເລືອກແຮງງານທີ່ມີ ຄຸນະພາບ ແລະ ຖືກຕ້ອງຕາມຈຸດປະສົງຂອງນາຍຈ້າງ, ກົມການຈັດຫາງານ ພ້ອມດ້ວຍຄະນະ ຈະດໍາເນີນການຮັບສະຫມັກ ແລະ ຄັດເລືອກເອົາແຮງງານ ຢູ່ເມືອງຄໍ ຕາມກໍາຫນົດການດັ່ງນີ້:
– ວັນທີ 21/12/2022 ເວລາ 8:00ໂມງ – 16:00ໂມງ (ຫມົດມື້)
– ວັນທີ 22/12/2022 ເວລາ 8:00ໂມງ – 12:00ໂມງ (ເຄິ່ງມື້)

May be an image of 1 person
ສະນັ້ນ ເພື່ອເຮັດໃຫ້ຂະບວນການຮັບສະຫມັກ ແລະ ຄັດເລືອກເອົາແຮງງານ ມີຄວາມສະດວກ, ໂປ່ງໃສ ແລະ ຖືກຕ້ອງຕາມລະບຽບການທີ່ໄດ້ກໍານົດໄວ້, ຫ້ອງການ ກະຊວງ ຮສສ ຂໍແຈ້ງມາຍັງທ່ານ ເພື່ອແຈ້ງການຫາຫ້ອງການແຮງງານ ແລະສະຫວັດດີການສັງຄົມມືອງ ຄໍາ ເພື່ອແຈ້ງໃຫ້ແຮງງານຜູ້ທີ່ມີຄວາມສົນໃຈ ແລະ ເງື່ອນໄຂຄົບຖ້ວນຈາກບ້ານຕ່າງໆ ພາຍໃນເມືອງດັ່ງກ່າວ ເພື່ອ ເຂົ້າຮ່ວມການຄັດເລືອກໃນວັນເວລາທີ່ໄດ້ລະບຸໄວ້ຂ້າງເທິງນັ້ນ.

May be an image of 7 people, people standing and outdoors

ສໍາລັບແບບຟອມການສະຫມັກ ກົມການຈັດຫາງານ ຈະ ກະກຽມໄປແຈກຈ່າຍໃນມື້ລົງທະບຽນ ແລະ ຂໍໃຫ້ພະແນກ ຮສສ ແຂວງ ຊຽງຂວາງ, ຫ້ອງການ ຮສສ ເມືອງຄໍາ ແລະ ການປົກຄອງຂັ້ນບ້ານ ໃຫ້ຄວາມຮ່ວມມືໃນການສະກັດກັ້ນບໍ່ໃຫ້ມີນາຍຫນ້າ ເຂົ້າມາມີສ່ວນຮ່ວມໃນຂະບວນການຄັດ ເລືອກແຮງງານຄັ້ງນີ້ຢ່າງເດັດຂາດ. ສໍາລັບ ຄ່າລົງທະບຽນ, ສະຫມັກ ແລະ ຄັດເລືອກ ແມ່ນຈະບໍ່ໄດ້ເສຍຄ່າໃຊ້ຈ່າຍ.

No photo description available.

ສ່ວນເງື່ອນໄຂຕາມນີ້ເລີຍ

No photo description available.