ຕັດສິນໃຈເຮັດອາຊີບຕັດຫຍິບເປັນຫຼັກ ສ້າງລາຍຮັບໄດ້ 50-100 ລ້ານກີບຕໍ່ປີ ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ

72

ການປະກອບອາຊີບ ບໍ່ວ່າຈະເປັນອາຊີບໃດກໍຕາມ ຫາກວ່າບໍ່ຜິດຕໍ່ລະບຽບກົດໝາຍ, ບໍ່ສ້າງຄວາມເດືອດຮ້ອນໃຫ້ແກ່ສັງຄົມ ຄົນອ້ອມຂ້າງແຕ່ກົງກັນຂ້າມມັນຊ່ວຍເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນທຸກຄົນໃນສັງຄົມກໍສາມມາດເຮັດໄດ້, ດັ່ງອາຊີບຕັດຫຍິບ ກໍເປັນອາຊີບໜຶ່ງທີ່ຫຼາຍຄົນໃຫ້ຄວາມສົນໃຈ ເພາະຍຸກປະຈຸບັນເຄື່ອງນຸ່ງປະເພດຕ່າງໆ ບໍ່ວ່າຈະເປັນໂສ້ງ, ສີ້ນ, ເສື້ອ ກໍຍັງເປັນສິ່ງຕ້ອງການຫຼາຍໃນສັງຄົມບໍ່ວ່າຈະໄປງານດອງ, ງານບຸນ, ງານສັງຄົມອື່ນໆ ຕະຫຼອດຮອດພະນັງງານອົງການຕ່າງໆ, ນັກຮຽນ, ນັກນັກສຶກສາ ບາງຄັ້ງກໍຈຳເປັນຕ້ອງຕັດເອົາຈຶ່ງເຮັດໃຫ້ອາຊີບຕັດຫຍິບ ກໍຄືຊ່າງຕັດເປັນບຸກຄົນທີມີຄວາມສຳຄັນ ແລະເຮັດໃຫ້ຫຼາຍຄົນທີ່ຍຶດຖືອາຊີບຕັດຫຍິບສ້າງລາຍໄດ້ໃຫ້ຄອບຄົວເປັນຫຼັກ

ດັ່ງຄອບຄົວຂອງ ທ່ານ ນາງ ພິມມະສອນ ຈັນທະມີໄຊ ຫຼື ພຸດ ເຈົ້າຂອງກິດຈະການຮ້ານຕັດຫຍິບ ບ້ານດອນໄຊ ເມືອງໄຊ ແຂວງອຸດົມໄຊ ກໍເປັນຄອບຄົວໜຶ່ງທີ່ມີລາຍຮັບຈາກການຕັດຫຍິບເຄື່ອງນຸ່ງເປັນຫຼັກ ທ່ານ ນາງ ພິມມະສອນ ຈັນທະມີໄຊ ເວົ້າໃຫ້ຟັງວ່າ: ຕົນເອງຕົນເປັນລູກຍິງຄົນດຽວໃນຄອບຄົວ ມີອ້າຍນ້ອງຮ່ວມພໍ່ແມ່ດຽວກັນ 4 ຄົນ, ແຕ່ເລື່ອງບໍ່ຄາດຄິດກໍເກີດຂຶ້ນ ຜູ້ອ້າຍໄດ້ເສຍຊີວິດໄປ 1 ຄົນ, ເມື່ອກ່ອນ ຄອບຄົວແມ່ນດຳລົງຊີວິດຢູ່ບ້ານ ໜອງແມງດາ ເມືອງໄຊ ແຂວງອຸດົມໄຊ ເນື່ອງຈາກວ່າເຮືອນຢູ່ຕອນນັ້ນແມ່ນ ສະຖານທີ່ຄັບແຄບ, ທາງເຂົ້າອອກຂ້ອນຂ້າງຫຍຸ້ງຍາກເພາະເປັນຮ່ອມນ້ອຍ, ເຮັດທຸລະກິດການຊື້,ການຂາຍ ກໍບໍ່ສະດວກເທົ່າທີ່ຄວນ. ດັ່ງນັ້ນ, ຕົນເອງ ແລະຄອບຄົວ ຈຶ່ງໄດ້ຕັດສິນໃຈຍົກຍ້າຍ ໄປຢູ່ບ້ານດອນໄຊ ເມືອງໄຊ ແຂວງອຸດົມໄຊໃນປີ 2018 ຈົນເຖິງປະຈຸບັນ.

ແຕ່ກ່ອນ ຊີວີດການເປັນຢູ່ ຂອງຄອບຄົວແມ່ນລຳບາກ ສົມຄວນພໍ່ແມ່ເຮັດອາຊີບຄ້າຂາຍ ເພື່ອສົ່ງລູກຮຽນສາມັນຈົນຈົບວິຊາສະເພາະທັງ 4 ຄົນ, ແຕ່ລະຄົນແມ່ນໄດ້ຊອກວຽກເຮັດຕາມທີ່ຕົນມັກກໍຄືວຸດທິທີ່ຮຽນຈົບມາ ເພື່ອຫາລາຍໄດ້ຄ້ຳຈູນຄອບຄົວ ແຕ່ສະພາບຊີວິດການເປັນຢູ່ກໍຍັງບໍ່ດີຂຶ້ນເນື່ອງຈາກພົບມໍລະສຸມພໍ່ແມ່ໄດ້ຍືມເງິນທະນາຄານມາເຮັດຄ້າຍຂາຍ ແຕ່ກໍຂາດທຶນຈົນເຮັດໃຫ້ໄດ້ຂາຍດິນທີ່ມີຢູ່ເພື່ອມາແກ້ຈຸດນັ້ນ, ເມື່ອເຫັນສະພາບຄວາມຫຍຸ້ງຍາກຂອງຄອບຄົວ ຕົນເອງກໍໄດ້ຊອກທຸກວິທີທາງເພື່ອຍາກແບ່ງເບົາພາລະຊ່ວຍພໍ່ແມ່ ເບື້ອງຕົ້ນແມ່ນໄດ້ເຂົ້າເຮັດວຽກນຳໂຄງການ. ນອກກນັ້ນ, ກໍໄປຮ້ອງເພງໃນງານຕ່າງໆແຕ່ລາຍຮັບກໍຍັງບໍ່ສາມາດຄ້ຳຈູນຄອບຄົວ

ທ່ານ ນາງ ພິມມະສອນ ຈັນທະມີໄຊ ເວົ້າອີກວ່າ: ຕົນເອງແມ່ນມີຄວາມມັກໃນອາຊີບຕັດຫຍິບຢູ້ແລ້ວແຕ່ບໍ່ມີໂອກາດທີ່ຈະໄດ້ເຮັດມັນຈິງຈັງຈັກເທື່ອ, ຈົນຮອດປີ 2018 ຈຶ່ງຕັດສິນໃຈຫັນມາຮຽນຕັດຫຍິບ ໂດຍເລືອກຮຽນນຳຮ້ານທີ່ໄດ້ຮັບຄວາມນິຍົມຈາກສັງຄົມ ເຊິ່ງຕົນເອງໄດ້ເລືອກຮຽນຕັດສີ້ນ, ເສື້ອແມ່ຍິງ ເພາະສັງຄົມມີຄວາມຕ້ອງການຫຼາຍກວ່າເພດຊາຍ ພາຍຫຼັງຮຽນໄປນຳຫຍິບໄປນຳຕົນເອງກໍຮັບເຄື່ອງນຳລູກຄ້າມາຫຍິບດ້ວຍລາຄາບໍ່ແພງເພື່ອຫາປະສົບການຈາກການຕຳໜິສົ່ງຂ່າວນຳລູກຄ້າ ມາພັດທະນາຕົນເອງໄລຍະນັ້ນໃນໜຶ່ງເດືອນສາມາດສ້າງລາຍຮັບປະມານ 4 – 5 ລ້ານກີບຕໍ່ເດືອນ, ເມື່ອເຫັນວ່າລາຍຮັບມີທ່ວງທ່າທີ່ດີ ຕົນເອງຈຶ່ງຕັດສິນໃຈຫັນເອົາອາຊີບຕັດຫຍິບເປັນຫຼັກໃນການສ້າງລາຍຮັບໃຫຫ້ຄອບຄົວ ແລະເຊົາຈາກການເຮັດອາຊີບອື່ນໆ ແລະ ໄດ້ເງິນນະໂຍບາຍການຈາກເຮັດວຽກນຳໂຄງການເກືອບ 80 ລ້ານ ຕົນເອງກໍໄດ້ນຳເອົາເງິນຈຳນວນນັ້ນມາລົງທຶນເບື່ອງຕົ້ນຊື້ຈັກຫຍິບ ຈຳນວນ 2 ເຄື່ອງ, ຈັກແຊ່ວ 1 ເຄື່ອງ, ຈັກປັ້ມດຸມ 1 ເຄື່ອງ, ຈຳນວນນຶ່ງກໍເອົາໃຊ້ຈ່າຍຕໍ່ເຕີມເຮືອນທີ່ຕັ້ງບໍ່ແລ້ວ, ຂະຫຍາຍຮ້ານໃຫ້ກ້ວາງອອກອີກ,

ແຕ່ປີ 2019 ເປັນຕົ້ນມາ, ຈາກການມາໄຊ້ບໍລິການຫຍິບເຄື່ອງຂອງລູກຄ້າ ເຫັນວ່າຕົນເອງກໍມີຄວາມຊຳນິຊຳນານ, ໝັ້ນໃຈຫຼາຍຂຶ້ນຈາກປະສົບການ, ການຫຍິບຕົວຈິງ ແລະ ການຖອດຖອນ ບົດຮຽນນຳອາຈານສອນ ກໍຄືການຕິຊົມຂອງລູກຄ້າ, ທັງເຮັດໂຕຈິງໄປນຳຮຽນເພີ່ມໄປນຳເຊັ່ນ: ໂສ້ງ, ເສື້ອທ່ານຊາຍ, ຊູດຊົນເຜົ່າກື່ມຸ, ຊອກຮູ້ຮ່ຳຮຽນ ຝືກທັກສະເຕັກນິກການສົ່ງຄວາມຮູ້ໃຫ້ຜູ້ທີ່ຢາກຮຽນ ແລະໄດ້ຕັດສິນໃຈຢຶມເງິນທະນາຄານ ເພີ່ມອີກເພື່ອຊື້ຈັກຫຍິບອີກ 8 ເຄື່ອງ, ຊື້ແຜ່ນແພ ແລະ ອຸປະກອນອື່ນໆມາອຳນວຍຄວາມສະດວກໃຫ້ລູກຄ້າ. ນອກນັ້ນ, ຕົນເອງຍັງຮັບນັກຮຽນຜູ້ທີມີໃຈມັກອາຊີບຕັດຫຍິບຕື່ມອີກ

ຈາກຄວາມຕັດສິນໃຈສູງບວກກັບຄວາມດຸໝັ່ນ, ອົດທົນ, ຕັ້ງໃຈກ້າເຮັດກ້າຮັບຄຳຕຳໜິຕິຊົມ ເພື່ອພັດທະນາຕົນເອງເຫັນວ່າກິດຈະການແມ່ນໄປໄດ້ດີສົມຄວນ ປັດຈຸບັນທາງຮ້າແມ່ນໄດ້ເນັ້ນສອນຄົບວົງຈອນ ຄ່າຮຽນທີ່ເກັບນຳນັກຮຽນແມ່ນ 5-8 ລ້ານກີບຕໍ່ຄົນຕໍ່1ຊຸດຮຽນ ໄລຍະຮຽນແມ່ນ 3 ເດືອນ, 6 ເດືອນ ແລະ 1ປີ. ນອກນັ້ນ, ກໍມີລາຍຮັບຈາການຕັດຊຸດໄປການ, ຊຸດໄປງານ, ພົ້ນເດັ່ນກວ່າໝູ່ແມ່ນຊຸດຊົນເຜົ່າກື່ມຸ ເຊິ່ງມີລູກຄ້າພາຍໃນເແຂວງ ແລະຕ່າງແຂວງອີກຈຳນວນໜຶ່ງ ເຊິ່ງລາຍໄດ້ສະເລ່ຍແມ່ນປະມານ 10 ລ້ານກີບຕໍ່ເດືອນ ລວມລາຍຮັບຈາກການສົ່ງອອກຜະລິຕະພັນບວກກັບຄ່າຮຽນແມ່ນມີລາຍຮັບປະມານ 50-100 ລ້ານກີບຕໍ່ປີ, ພາຍຫຼັງຫັກຄ່າໃຊ້ຈ່າຍທັງໝົດ ຈາກລາຍຮັບທີ່ໄດ້ແມ່ນເຮັດໃຫ້ຊີວິການເປັນຢູ່ຂອງຄອບຄົວດີຂຶ້ນເຊັ່ນ: ເຮັດເຮືອນສອງຊັ້ນຖາວອນ, ຂະຫຍາຍຮ້ານກ້ວາງອອກ, ສະໜອງອຸປະກອນຄົບວົງຈອນ, ມີພາຫະນະຮັບໃຊ້ພຽງພໍ, ມີເງິນແຮໃນຄອບຄົວ

ນອກຈາກນີ້, ທ່ານ ນາງ ພິມມະສອນ ຈັນທະມີໄຊ ກ່າວຕື່ມອີກວ່າຕົນເອງມີຄວາມຮູ້ສຶກພູມໃຈຫຼາຍຕໍ່ອາຊີບຕັດຫຍິບ ເພາະມັນເປັນອາຊີບຄົງ, ມີລາຍຮັບແນ່ນອນ ແລະ ຍັງສາມາດຖ່າຍທອດຄວາມຮູ້, ປະສົບການ ໃຫ້ນ້ອງນັກຮຽນໃຫ້ມີອາຊີບມີວຽກເຮັດງານທຳ ແລະ ເພີ່ນຍັງໄດ້ຝາກເຖິງຜູ້ທີ່ມີຈິດໃຈມັກຮັກອາຊີບນີ້ ກໍສາມາດມາແລກປ່ຽນບົດຮຽນນຳໄດ້ຮ້ານແມ່ນຕັ້ງຢູ່ບ້ານດອນໄຊ ເມືອງໄຊ ແຂວງອຸດົມໄຊ

ບົດໂດຍ: ສຸໄພລີນ ອີນພູວຽງ, ຂ່າວແຂວງອຸດົມໄຊ