ເກີດເຫດລະເບີດ ກາງນະຄອນຫຼວງເບຣຸດຂອງລີບັງ ສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງ

90
A drone picture shows smoke from the scene of an explosion at the seaport of Beirut, Lebanon, Wednesday, Aug. 5, 2020. A massive explosion rocked Beirut on Tuesday, flattening much of the city's port, damaging buildings across the capital and sending a giant mushroom cloud into the sky. (AP Photo/Hussein Malla)

ອີງຕາມຂ່າວຕ່າງປະເທດໃຫ້ຮູ້ວ່າ: ວັນທີ 4 ສິງຫາ ໄດ້ເກີດເຫດລະເບີດ ຄັ້ງໃຫຍ່ ໃນສາງເກັບສິນຄ້າ ເຂດທ່າກຳປັ່ນ ໃນນະຄອນຫລວງ ເບຣຸດ ຂອງລີບັງ ຫລື ເລບານອນ ເຮັດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 70 ຄົນ ແລະ ບາດເຈັບຫຼາຍພັນຄົນ.

ແຮງລະເບີດເກີດຂຶ້ນ 2 ຄັ້ງ ຕິດຕໍ່ກັນ ພາຍໃນສາງສິນຄ້າຂອງທ່າກຳປັ່ນ ໃນນະຄອນຫລວງ ເບຣຸດ ຂອງລີບັງ ເຊິ່ງມີການເກັບວັດຖຸຜະລິດທາດລະເບີດໄວ້ ຄວາມຮຸນແຮງຂອງລະເບີດ ໄດ້ສ້າງຄວາມເສຍຫາຍເປັນວົງກວ້າງ ຕໍ່ອາຄານບ້ານເຮືອນໃນເຂດໃກ້ຄຽງ

ທ່ານ ໂມຮາມັດ ຮັສຊັນ ລັດຖະມົນຕີກະຊວງສາທາລະນະສຸກຂອງລີບັງເປີດເຜີຍວ່າ: ເຫດການດັ່ງກ່າວມີຜູ້ເສຍຊີວິດຢ່າງໜ້ອຍ 78 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບ ເກືອບ 4 ພັນຄົນ, ສ່ວນສາເຫດ ເຈົ້າໜ້າທີ່ຄາດວ່າເກີດຈາກວັດຖຸລະເບີດທີ່ເກັບຮັກສາໄວ້ໃນສາງເກັບມ້ຽນສິນຄ້າເປັນເວລາ 6 ປີມາແລ້ວ.

.

ປັດຈຸບັນ, ເຈົ້າໜ້າທີ່ກູ້ໄພພວມເລັ່ງຊອກຫາ ເພື່ອຊ່ວຍເຫລືອ ຜູ້ປະສົບເຄາະຮ້າຍ ດັ່ງກ່າວ.

.

ຂະນະທີ່ທາງການລີບັງກຳລັງເລັ່ງສືບສວນ-ສອບສວນເຖິງສາເຫດທີ່ແທ້ຈິງຂອງເຫດການດັ່ງກ່າວນີ້ ໂດຍສະພາຄວາມໝັ້ນຄົງສູງສຸດຂອງລີບັງກ່າວຢ້ຳວ່າ ຜູ້ທີ່ກ່ຽວຂ້ອງກັບເຫດການດັ່ງກ່າວນີ້ ຕ້ອງໄດ້ຮັບໂທດສູງສຸດ.

.