ນ້ຳຖ້ວມບໍ່ຢຸດ ໄຟຟ້າໄຊຍະບູລີ ເລັ່ງເກັບກູ້ລະບົບຕາຂ່າຍ ແລະ ຍ້າຍກົງເຕີຂື້ນສູ່ທີ່ສູງ

156

ໃນວັນທີ 03 ສິງຫາ 2020 ທີ່ຜ່ານມານີ້ ໄດ້ເກີດມີພາຍຸຟ້າຝົນລົມແຮງພັດເຂົ້າ ແຂວງໄຊຍະບູລີ ເຮັດໃຫ້ເກີດມີໄພນໍ້າຖ້ວມຢູ່ 10 ບ້ານ ທີ່ລຽບຕາມແຄມນໍ້າຮຸ່ງໃນເທດສະບານ ແຂວງໄຊຍະບູລີຄື: ບ້ານ ໂຮມໄຊ, ບ້ານ ປົ່ງ, ບ້ານ ນາຍາວ, ບ້ານ ນາໄຮ, ບ້ານ ສີເມືອງ, ບ້ານ ຖີ່ນ, ບ້ານ ບຸ່ງ, ບ້ານ ໜອງແຊງ, ບ້ານ ນາຕໍໃຫຍ່ ແລະ ບ້ານ ນາຊໍ່າ.


ຈາກສະພາບການດັ່ງກ່າວໄດ້ສົ່ງຜົນເສຍຫາຍບໍ່ໜ້ອຍຕໍ່ອຸປະກອນໄຟຟ້າເປັນຕົ້ນແມ່ນ ໝໍ້ນັບໄຟໄໝ້ 07 ໜ່ວຍ, ກົງເຕີ້ຖືກນ້ຳຖ້ວມ 30 ໜ່ວຍ, ເສົາໄຟຟ້າລົ້ມ 01 ຕົ້ນ. ດ້ວຍສະພາບດັ່ງກ່າວ ຄະນະສາຂາ ແຂວງໄຊຍະບູລີ ໄດ້ຮີບຮ້ອນໃຈມອບແຜນວຽກໃຫ້ 03 ພະແນກການ ທີ່ກ່ຽວຂ້ອງຄື: ພະແນກເຕັກນິກ, ພະແນກຕາຂ່າຍ-ເດປານາ, ພະແນກໝໍ້ນັບໄຟ ນໍາພາອ້າຍນ້ອງ ພະນັກງານ-ກໍາມະກອນຂອງຕົນ ລົງແກ້ໄຂຢ່າງເລັ່ງດ່ວນ.

ການລົງແກ້ໄຂຂອງທີມງານແມ່ນໃຫ້ເກັບກູ້ ແລະ ຍ້າຍກົງເຕີໄຟຟ້າຂື້ນໄວ້ທີ່ສູງ ພ້ອມທັງຕັດໄຟຟ້າ ອອກຈາກບາງຈຸດ ທີ່ມີຄວາມສ່ຽງ ຈາກນໍ້າຖ້ວມອອກ ເພື່ອຄວາມປອດໄພ.


ພາບແລະຂ່າວຈາກ: ລັດວິສາຫະກິດໄຟຟ້າລາວ ສາຂາແຂວງໄຊຍະບູລີ