ໜ້າຫ່ວງ! ລະດັບນໍ້າຊັນສູງກາຍເຂດອັນຕະລາຍ ເຕືອນປະຊາຊົນລະວັງ ພ້ອມຂົນເຄື່ອງໜີໄພດ່ວນ

144

ພາຍຫຼັງທີ່ຝົນຕົກຕິດຕໍ່ກັນເປັນເວລາຫຼາຍວັນ ສົ່ງຜົນໃຫ້ແມ່ນໍ້າສາຍຫຼັກຢູ່ເຂດພາກເໜືອຍື່ງລົ້ນຖ້ວມບ້ານເຮືອນຂອງປະຊາຊົນເປັນຈໍານວນຫຼາຍ ໂດຍສະເພາະແມ່ນແຂວງໄຊຍະບູລີ, ແຕ່ຫຼ້າສຸດ ມື້ນີ້ ວັນທີ 5 ສິງຫາ 2020 ນໍ້າຊັນຢູ່ເຂດເມືອງບໍລິຄັນ ແຂວງບໍລິຄໍາໄຊ ໄດ້ຍື່ງຂຶ້ນຫຼາຍ ເຮັດໃຫ້ສະພາບຕອນນີ້ ນໍ້າຖ້ວມບ້ານເຮືອນປະຊາຊົນແລ້ວ.

ອີງຕາມການລາຍງານຂອງ Bolikhamxay Province ໃຫ້ຮູ້ວ່າ: ນ້ຳຊັນເຂດເມືອງບໍລິຄັນ ຂື້ນສູງເຖີງ 8,45 ແມັດແລ້ວ ໃນເຊົ້າມື້ນີ້ ເວລາ 6:00 ໂມງ ຂອງວັນທີ 5 ສິງຫາ 2020 ເຊີ່ງຢູ່ໃນເຂດອັນຕະລາຍແລ້ວ ພໍ່ແມ່ປະຊາຊົນທີ່ຢູ່ລຽບຕາມແຄມນ້ຳຊັນ ແຕ່ບໍລິຄັນ ຫາ ປາກຊັນ ໃຫ້ຮີບຮ້ອນເກັບ ຮັກສາວັດຖຸສິ່ງຂອງ-ຂອງຕົນເອງ ແລະ ເຝົ້າລະວັງບໍ່ໃຫ້ຄົນບໍ່ດີສວຍໃຊ້ໂອກາດ ໃນຍາມເກີດໄພພິບັດ.

ແຕ່ສະພາບການຫຼ້າສຸດໃນຊ່ວງບ່າຍຂອງວັນດຽວກັນແມ່ນນ້ຳເລີ່ມໄຫຼເຂົ້າເທດສະບານເມືອງບໍລິຄັນ ບາງຈຸດ ຢູ່ບ້ານນາແຫນ, ສີສະຫວາດ ແລະ ຫາດດອນຄູນແລ້ວ.

ຂະນະດຽວກັນ ກົມອຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງເຕືອນຝົນຕົກໜັກປະຈຳວັນທີ 5 ສິງຫາ 2020 ໃຫ້ຮູ້ວ່າ:  ຮ່ອງຄວາມກົດດັນອາກາດຕ່ຳຍັງພັດຜ່ານຢູ່ເຂດແຂວງພາກເໜືອ ຂອງປະເທດລາວ, ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ມີກຳລັງແຮງປານກາງຍັງພັດປົກຄຸມເປັນສ່ວນໃຫ່ຍ, ເຊິ່ງຈະເຮັດໃຫ້ຝົນຍັງຈະສືບຕໍ່ຕົກໜັກຢູ່ບາງທ້ອງຖີ່ນຂອງແຂວງ ພາກເໜືອ ຫາ ພາກກາງ, ສ່ວນພາກໃຕ້ ຍັງຈະມີຝົນຕົກໃນລະດັບຄ່ອຍ.

ສຳລັບ ລະດັບນໍ້າຊັນ ເຂດເມືອງເກົ່າໄດ້ຂຶ້ນສູງກາຍເຂດລະດັບອັນຕະລາຍແລ້ວ, ໂດຍໃນຕອນເຊົ້າຂອງມຶ້ນີ້ແທກໄດ້ 8,52 ແມັດ, (ລະດັບອັນຕະລາຍ ແມ່ນ 8 ແມັດ) ແລະ ຄາດຄະເນວ່າລະດັບນໍ້າຍັງຈະສືບຕໍ່ຂຶ້ນສູງຕື່ມອີກ. ດັ່ງນັ້ນຈຶ່ງແຈ້ງເຕືອນເຖິງ ພໍ່ແມ່ ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ລຽບຕາມແຄມນໍ້າຊັນ ໂດຍສະເພາະຢູ່ເຂດເມືອງ ບໍລິຄັນ ໃຫ້ມີສະຕິລະມັດລະວັງຕໍ່ສະພາບ, ນໍ້າຖ້ວມຊຸ, ຖ້ວມອັ່ງ ແລະ ດິນເຈື່ອນ ພ້ອມທັງຍົກຍ້າຍວັດຖຸສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈຳ