ຫຼາຍບ້ານຂອງແຂວງໄຊຍະບູລີ ຖືກນໍ້າຖ້ວມ

210

ອິດທິພົນຂອງພາຍຸຊິນລາກູ ທີ່ພັດເຂົ້າ ສປປ ລາວ ແຕ່ວັນທີ 2 ສິງຫາຜ່ານມາ ໄດ້ເຮັດໃຫ້ຫຼາຍບ້ານຂອງເມືອງບໍ່ແຕນ, ເມືອງໄຊຍະບູລີ ແຂວງໄຊຍະບູລີ ເກີດນ້ຳຖ້ວມກະທັນຫັນ ສົ່ງຜົນກະທົບຕໍ່ການດໍາລົງຊີວິດຂອງພໍ່ແມ່ປະຊາຊົນ.

ທ່ານ ບຸນເລີດ ໄຊຍະລາດ ຫົວໜ້າໜ່ວຍງານວັດທະນະທຳ, ຫ້ອງການວັດທະນະທຳ ແລະ ທ່ອງທ່ຽວເມືອງບໍ່ແຕນ ແຂວງໄຊຍະບູລີໄດ້ລາຍງານໃນຕອນທ່ຽງວັນທີ 3 ສິງຫານີ້ວ່າ: ຜົນກະທົບຈາກພາຍຸຊິນລາກູ ເຊິ່ງໄດ້ພັດຜ່ານຫຼາຍແຂວງໃນພາກເໜືອຂອງລາວເຮົາ ໃນລະຫວ່າງວັນທີ 2 – 3 ສິງຫາ 2020 ຜ່ານມາ ຢູ່ເມືອງບໍ່ແຕນ ກໍໄດ້ຮັບຜົນກະທົບຈາກຂອງພາຍຸດັ່ງກ່າວ ເຊິ່ງໄດ້ເຮັດໃຫ້ມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ ຈຶ່ງເຮັດໃຫ້ນ້ຳໄຫຼຊຸ, ຖ້ວມບ້ານເຮືອນ, ຖ້ວມນາ, ຮົ້ວສວນຂອງພໍ່ແມ່ປະຊາຊົນຢູ່ໃນເມືອງບໍ່ແຕນ ຈຳນວນ 9 ບ້ານ ຄື: ບ້ານນາກອກ, ນາສ້ານ, ຕາລິ່ງ, ເມືອງຮຳ, ເໝືອງແຜ່, ບໍ່ສ້ານ, ນາບໍ່ນ້ອຍ, ຕົ້ນຕານ ແລະ ບ້ານໜອງຜັກບົ້ງ ໄດ້ເຮັດໃຫ້ເຄື່ອງໃຊ້ພາຍໃນເຮືອນ, ເຄື່ອງປູກຂອງຝັງ ລວມທັງສັດລ້ຽງຂອງປະຊາຊົນເສຍຫາຍເປັນຈຳນວນຫຼາຍ ໂດຍສະເພາະແມ່ນເຂົ້ານາຂອງປະຊາຊົນທີ່ປັກດຳແລ້ວ ຖືກນ້ຳຖ້ວມເປັນບໍລິເວນກວ້າງ.

ຕາມການລາຍງານຂອງນັກຂ່າວທ້ອງຖິ່ນໃຫ້ຮູ້ວ່າ: ໃນເວລາປະມານ 12:30 ໂມງ ຂອງວັນທີ 3 ສິງຫາ 2020 ແມ່ນໍ້າຮຸ່ງ ທີ່ໄຫຼຜ່ານຕົວເມືອງໄຊຍະບູລີ ໄດ້ເພີ່ມຂຶ້ນສູງ ບາງຈຸດລົ້ນຝັ່ງເນື່ອງຈາກຝົນຕົກໜັກຫຼາຍວັນຕິດຕໍ່ກັນໄຫຼເຂົ້າຖ້ວມເຮືອນຊານພໍ່ແມ່ປະຊາຊົນ, ສໍານັກງານອົງການຂອງລັດ, ຖະໜົນຫົນທາງ, ໄຮ່, ສວນ, ນາທີ່ຢູ່ແຄມນໍ້າຮຸ່ງບາງຈຸດຖ້ວມສູງເຖິງ 70 – 80 ຊັງຕີແມັດ ລົດຈັກແມ່ນທຽວໄປ – ມາບໍ່ໄດ້. ເຫດການນໍ້າຖ້ວມບາງຈຸດເທສະບານເມືອງໄຊຍະບູລີໃນຄັ້ງນີ້ ຖືວ່າໜັກທີ່ສຸດໃນຮອບ 9 ປີ ນັບແຕ່ປີ 2011.

ຕໍ່ກັບເຫດການດັ່ງກ່າວ, ການນໍາຂອງແຂວງ ເວົ້າລວມ, ເວົ້າສະເພາະກໍຄືຄະນະປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງ, ເມືອງໄຊຍະບູລີ ໄດ້ລະດົມທຸກພາກສ່ວນໃຫ້ຄວາມຊ່ວຍເຫຼືອ ໂດຍສະເພາະກໍາລັງຫຼັກແມ່ນທະຫານ, ຕໍາຫຼວດເຂົ້າຊ່ວຍເຫຼືອຄອບຄົວທີ່ໄດ້ຮັບຜົນກະທົບນໍ້າຖ້ວມ, ຂົນຍ້າຍວັດຖຸສິ່ງຂອງ, ສັດລ້ຽງຂອງປະຊາຊົນໄປຍັງຈຸດທີ່ສູງ ແລະ ປອດໄພ, ສ່ວນມູນຄ່າຄວາມເສຍຫາຍຈາກໄພພິບັດນໍ້າຖ້ວມຄັ້ງນີ້ ພາກສ່ວນກ່ຽວຂ້ອງຍັງລົງເກັບກໍາຂໍ້ມູນ ແລະ ຍັງບໍ່ສາມາດປະເມີນຜົນເສຍຫາຍໄດ້ເທື່ອ.

ມາເຖິງປັດຈຸບັນນີ້ເຫັນວ່ານໍ້າຫຼຸດລົງຕາມລໍາດັບເກືອບເຂົ້າສູ່ພາວະປົກກະຕິແລ້ວ.

ສ່ວນກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກບົດລາຍງານສະພາບອາກາດ ເລກທີ 1042/ກອຕທ ລົງວັນທີ 3 ສິງຫາ 2020 ຄາດຄະເນສະພາບອາກາດໃນໄລຍະວັນທີ 3 ຫາ 5 ສິງຫານີ້ວ່າ ຮ່ອງ ຄວາມກົດດັນອາກາດຕໍ່າຈະພັດຜ່ານພາກເໜືອຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງຢູ່ທົ່ວໄປໃນແຕ່ລະພາກ.

ຈາກນັ້ນ, ວັນທີ 6 ຫາ 9 ສິງຫາ 2020 ລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີກຳລັງປານກາງພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງ ຫາ ຕົກໜັກ ຢູ່ບາງທ້ອງຖິ່ນ ແຂວງ ພາກເໜືອ ລົງຫາພາກກາງ ແລະ ພາກໃຕ້ ພ້ອມຈະມີລົມພັດແຮງເປັນບາງໂອກາດ.

ໃນຂະນະທີ່ລະດັບນ້ຳຂອງມີການເພີ່ມຂຶ້ນເລັກໜ້ອຍ ຈາກການວັດແທກລະດັບນ້ຳລະຫວ່າງວັນທີ 31 ກໍລະກົດ ຫາ 4 ສິງຫາ 2020 ດັ່ງລຸ່ມນີ້.