ບັນຫາກິ່ນເໝັນຈາກສວນກ້ວຍຢູ່ເມືອງຫີນເຫີບ ໄດ້ຮັບການແກ້ໄຂແລ້ວ

64

ຈາກກໍລະນີທີ່ມີສຽງຈົ່ມວ່າຈາກປະຊາຊົນຢູ່ພາຍໃນເມືອງຫີນເຫີບ, ແຂວງວຽງຈັນ ໄດ້ຮັບຜົນກະທົບຈາກກິ່ນເໝັນຂອງສວນກ້ວຍຫອມ ແລະ ໂຮງງານຢາງພາລາຂອງນັກລົງທຶນຕ່າງປະເທດທີ່ເຂົ້າໄປລົງທຶນຢູ່ພາຍໃນເມືອງເຊິ່ງເກີດຂຶ້ນເມື່ອບໍ່ດົນມານີ້.

อาจเป็นรูปภาพของ พื้นหญ้า

ຕໍ່ບັນຫາດັ່ງກ່າວ, ທ່ານ ວອນ ວໍລະສານ ເຈົ້າເມືອງຫີນເຫີບ ໄດ້ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 22 ມິຖຸນາ 2023 ທີ່ຜ່ານມານີ້ວ່າ:

ໃນປັດຈຸບັນ ມີຢູ່ 5 ບໍລິສັດທີ່ເຂົ້າມາລົງທຶນປູກກ້ວຍຫອມຢູ່ເມືອງຫີນເຫີບ, ມີເນື້ອທີ່ລວມທັງໝົດ 1.237 ເຮັກຕາ, ກວມເອົາ 10 ບ້ານ.

ໃນການຄຸ້ມຄອງບໍລິສັດດັ່ງກ່າວ, ອົງການປົກຄອງເມືອງໄດ້ປະຕິບັດຕາມ 5 ມາດຕະການສໍາຄັນ, ເຊິ່ງໜຶ່ງໃນນັ້ນແມ່ນມາດຕະການທາງດ້ານສິ່ງແວດລ້ອມ ໂດຍໄດ້ຊີ້ນໍາໃຫ້ບໍລິສັດເອົາໃຈໃສ່ເກັບມ້ຽນບັນດາສິ່ງເສດເຫລືອໃຫ້ເປັນລະບຽບຮຽບຮ້ອຍ ເປັນຕົ້ນແມ່ນ: ຖົງຢາງ, ເຄື່ອງຫຸ້ມຫໍ່, ສິ່ງວັດຖຸຈາກປຸ໋ຍ ແລະ ສິ່ງເສດເຫລືອຕ່າງໆ ບໍ່ໃຫ້ສົ່ງກິ່ນເໝັນ.

อาจเป็นรูปภาพของ พื้นหญ้า และ ต้นไม้

ໂດຍການສ້າງຂຸມຂີ້ເຫຍື່ອໄວ້ສະເພາະພາຍໃນສວນ, ນັບທັງສວນກ້ວຍ ແລະ ສວນຢາງພາລາ ຫລື ໂຮງງານຂອງຢາງພາລາ ໂດຍບໍ່ອະນຸຍາດໃຫ້ຖິ້ມຊະຊາຍ, ຈູດ ຫລື ເຜົາ, ພ້ອມນີ້ ແມ່ນຫ້າມບໍ່ໃຫ້ປ່ອຍນໍ້າເປື້ອນຈາກການລ້າງກ້ວຍ, ລວມເຖິງຈາກຫໍພັກຂອງກໍາມະກອນລົງສູ່ສາຍນໍ້າ ຫລື ເນື້ອທີ່ດິນຂອງປະຊາຊົນທີ່ຢູ່ໃກ້ຄຽງ. ນອກຈາກນີ້ ແມ່ນຫ້າມບໍ່ໃຫ້ໃຊ້ຢາເຄມີຂ້າຫຍ້າ ແລະ ຢາປາບສັດຕູພືດເກີນຂອບເຂດທີ່ກໍານົດ ແລະ ອື່ນໆ.

อาจเป็นรูปภาพของ พื้นหญ้า และ ต้นไม้

ທ່ານເຈົ້າເມືອງໃຫ້ຮູ້ຕື່ມວ່າ: ສໍາລັບກິ່ນເໝັນຈາກສວນກ້ວຍທີ່ເກີດຂຶ້ນຈົນກາຍເປັນສຽງຈົ່ມວ່າຈາກປະຊາຊົນທີ່ຢູ່ໃກ້ ແມ່ນຍ້ອນບໍລິສັດທີ່ລົງທຶນປູກກ້ວຍຫອມນໍາໃຊ້ປຸ໋ຍ ແລະ ຝຸ່ນແບບປະຖົມປະຖານ.

ໂດຍການນໍາເອົາສິ່ງເສດເຫລືອຈາກໂຮງງານຂ້າສັດແລ້ວເອົາມາບົດ, ພາຍຫລັງບົດແລ້ວໄດ້ເອົາຫຍ້າຝລັ່ງ ແລະ ພືດຕ່າງໆ ທີ່ມີພາຍໃນເມືອງເຊິ່ງເປັນລັກສະນະຊາກພືດ, ຈາກນັ້ນໄດ້ນໍາເອົາທັງໝົດມາປະສົມເຂົ້າກັນແລ້ວຫຸ້ມຫໍ່ປະໄວ້ໂດຍມີແຜ່ນຜ້າປົກໄວ້ ເປັນເວລາ 7-10 ວັນ ແລ້ວເອົາຜ້າທີ່ປົກອອກເພື່ອເອົາຝຸ່ນໄປໃສ່ກ້ວຍທີ່ປູກ ຈຶ່ງເຮັດໃຫ້ມີກິ່ນເໝັນ ໂດຍສະເພາະຕອນກາງຄືນ. ໃນນີ້ເຂດທີ່ມີກິ່ນເໝັນຫລາຍກວ່າໝູ່ແມ່ນ ບ້ານຫີນເຫີບເໜືອ, ນາສັກ, ນາຕ້າຍ ແລະ ບ້ານນາຄຸ້ມ ເຊິ່ງເປັນບ້ານທີ່ຢູ່ພາຍໃນເທດສະບານເມືອງ.

ไม่มีคำอธิบายรูปภาพ

ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນ ອົງການປົກຄອງເມືອງ ໄດ້ສົ່ງພະນັກງານວິຊາການທີ່ກ່ຽວຂ້ອງໄປແນະນໍາໃຫ້ບັນດາ ບໍລິສັດຜູ້ລົງທຶນປູກກ້ວຍຫອມຈັດສັນສະຖານທີ່ບົ່ມຝຸ່ນແບບທໍາມະຊາດສະເພາະຢ່າງລະອຽດ ສົ່ງຜົນໃຫ້ມາຮອດປັດຈຸບັນ ບັນຫາກິ່ນເໝັນຈາກສວນກ້ວຍຫອມພາຍໃນເມືອງນັບມື້ຫລຸດລົງແລ້ວ.

เปิดรูปภาพ

ສ່ວນບັນຫາຢາງພາລາທີ່ສົ່ງກິ່ນເໝັນ ປັດຈຸບັນ ຢູ່ເມືອງຫີນເຫີບ ມີ 2 ບໍລິສັດໃຫຍ່ທີ່ໄດ້ສ້າງຕັ້ງໂຮງງານຢາງພາລາ 2 ແຫ່ງ ( 1 ແຫ່ງໄດ້ດໍາເນີນການຜະລິດມາແລ້ວ 6 ປີ ແລະ ອີກ 1 ແຫ່ງພວມຢູ່ໃນຂັ້ນຕອນກໍ່ສ້າງໂຮງງານ), ໃນນີ້ ທີ່ເຮັດໃຫ້ມີກິ່ນເໝັນແມ່ນໄລຍະການຂົນສົ່ງຢາງພາລາເຂົ້າຫາໂຮງງານ ເຊິ່ງອົງການປົກຄອງເມືອງໄດ້ປະສານກັບບໍລິສັດທີ່ກ່ຽວຂ້ອງເພື່ອຊອກຫາວິທີແກ້ໄຂໃຫ້ໄດ້ໂດຍໄວ.

ໂດຍ: ວິທະຍຸກະຈາຍສຽງແຫ່ງຊາດລາວ