ພາສີໄຊຍະບູລີ ຈັດຕັ້ງພະນັກງານ ອອກບໍານານ ແລະ ແຕ່ງຕັ້ງຜູ້ຮັບຕຳແໜ່ງແທນ

115

ໃນວັນທີ 3 ກໍລະກົດ 2023 ຜ່ານມານີ້, ທີ່ຫ້ອງປະຊຸມຫ້ອງວ່າການແຂວງໄຊຍະບູລີ, ໄດ້ມີພິທີປະກາດການຈັດຕັ້ງພະນັກງານອອກພັກຜ່ອນຮັບອຸດໜູນບໍານານຂອງພາສີ ປະຈໍາແຂວງໄຊຍະບູລີ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ ແລະ ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ມີຫົວໜ້າ, ຮອງຫົວໜ້າພະແນກການເງິນແຂວງ, ຫົວໜ້າ, ຮອງຫົວໜ້າດ່ານພາສີສາກົນ, ມີຫົວໜ້າ, ຮອງຫົວໜ້າຂະແໜງການ, ວິຊາການພະແນກການເງິນແຂວງ ແລະ ພາສີດ່ານສາກົນເຂົ້າຮ່ວມ.

ໃນພິທີ ທ່ານ ອຸໄທ ອິນທິລາດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ, ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນສະບັບເລກທີ 1050/1051/1052/1053/1054/1055/ກງ, ລົງວັນທີ 7 ເມສາ 2023 ວ່າດ້ວຍການອະນຸມັດໃຫ້ພະນັກງານລັດຖະກອນພັກການຮັບອຸດໜູນບໍານານ.

ໂດຍລັດຖະມົນຕີກະຊວງການເງິນເຫັນດີອະນຸມັດໃຫ້: ທ່ານ ຫຸມພັນ ແສງພະຈັນ ຫົວໜ້າພາສີປະຈໍາແຂວງໄຊຍະບູລີ, ທ່ານ ຄໍາສີວົງ ຄໍາສອນ ຮອງຫົວໜ້າຂະແໜງພາສີປະຈໍາແຂວງໄຊຍະບູລີ, ທ່ານ ທະວີ ສັກຫຼວງລາດ ຮອງຫົວໜ້າດ່ານພາສີນໍ້າເຫືອງ, ທ່ານ ແທ່ນຄໍາ ພອນເສດຖາ ຮອງຫົວໜ້າດ່ານພາສີສາກົນປາງມອນ, ທ່ານ ວົງສະຫວັນ ຫຼວງລາດ ຮອງຫົວໜ້າດ່ານພາສີສາກົນນໍ້າເງິນ ແລະ ທ່ານ ທອງສະຫວັນ ເຄື່ອງດີ ຮັກສາຕໍາແໜ່ງປະເພດ 8 ພາສີປະຈໍາແຂວງ ອອກພັກການຮັບອຸດໜູນບໍານານນັບແຕ່ງວດ III ປີ 2023 ເປັນຕົ້ນໄປ.

ພ້ອມກັນນັ້ນກໍຜ່ານຂໍ້ຕົກລົງສະບັບເລກທີ 1920/ກງ, ລົງວັນທີ 29 ມິຖຸນາ 2023 ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າກົມພາສີໄປປະຈໍາການລົງເລີກຮັບຜິດຊອບນໍາພາ-ຊີ້ນໍາວຽກງານຢູ່ພາສີປະຈໍາແຂວງໄຊຍະບູລີ, ຫຼວງພະບາງ ແລະ ແຂວງບໍ່ແກ້ວ.  ໂດຍລັດຖະມົນຕີກະຊວງການເງິນເຫັນດີຕົກລົງແຕ່ງຕັ້ງ: ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວໜ້າກົມພາສີໄປປະຈໍາການຊີ້ນໍາ-ນໍາພາວຽກງານພາສີຢູ່ແຂວງໄຊຍະບູລີ, ຫຼວງພະບາງ ແລະ ແຂວງບໍ່ແກ້ວ.

ພ້ອມນີ້, ທ່ານ ສຸດໃຈ ອິນທະວົງ ຮອງຫົວໜ້າພະແນກຂອງກົມພາສີ ກະຊວງການເງິນ, ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນສະບັບເລກທີ 05769/ກພສ ລົງວັນທີ 28 ມິຖຸນາ 2023 ວ່າດ້ວຍການແຕ່ງຕັ້ງຜູ້ວ່າການແທນຫົວໜ້າພາສີປະຈໍາແຂວງໄຊຍະບູລີ; ຫົວໜ້າກົມພາສີ ກະຊວງການເງິນ; ຕົກລົງເຫັນດີແຕ່ງຕັ້ງ: ທ່ານ ຫຸມພັນ ວົງສາ ຮອງຫົວໜ້າພາສີປະຈໍາແຂວງຂຶ້ນເປັນຜູ້ວ່າການຫົວໜ້າພາສີປະຈໍາແຂວງໄຊຍະບູລີ.

ໂດຍ: ກະຊວງການເງິນ