Monthly Archives: August, 2020

ລັດຖະບານຕັ້ງເປົ້າໃຫ້ເດັກນ້ອຍລຸ່ມ 1 ປີ ຮັບວັກແຊັງຄົບໃຫ້ໄດ້ 95%

ລັດຖະບານ ໄດ້ຕັ້ງເປົ້າໝາຍສຳລັບເດັກນ້ອຍລຸ່ມ 1 ປີ ໄດ້ຮັບວັກແຊັງຄົບໃຫ້ໄດ້ 95%. “ ເພື່ອບັນລຸເປົ້າໝາຍນີ້, ພວກເຮົາຕ້ອງໄດ້ເຮັດວຽກຮ່ວມກັນກັບຂະແໜງການອື່ນໆ ນອກເໜືອຈາກຂະແໜງການສາທາລະນະສຸກ. ໃນວັນທີ 4 ສິງຫາ ປີ 2020 ທີ່ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມຂົນຂວາຍຂໍການສະໜັບສະໜູນກ່ຽວກັບວຽກງານການບໍລິການໃຫ້ວັກແຊັງກັນພະຍາດ ທີ່ເຂົ້າຮ່ວມໂດຍຜູ້ຕາງໜ້າຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ສູນກາງແນວລາວສ້າງຊາດ, ສະຫະພັນແມ່ຍິງລາວ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ...

ເສດຖະກິດ ຄ່ອຍຟື້ນຕົວດີຂຶ້ນຫຼັງລັດຖະບານຜ່ອນຜັນຫຼາຍມາດຕະການ

ລັດຖະບານເລີ່ມຜ່ອນຄາຍຫຼາຍມາດຕະການໃນການຄວບຄຸມ ແລະ ປ້ອງກັນການລະບາດຂອງພະຍາດໂຄວິດ -19 ເຮັດໃຫ້ເສດຖະກິດຄ່ອຍກັບຄືນສູ່ສະພາບປົກກະຕິ ເຫັນໄດ້ຈາກຕົວເລກອັດຕາຈ້າງງານເລີ່ມດີຂຶ້ນ, ການເຄື່ອນຍ້າຍສິນຄ້າໂລ່ງລ່ຽນເຮັດໃຫ້ກະຕຸ້ນການສົ່ງອອກ, ການລົງທຶນທຸລະກິດທົ່ວໄປເພີ່ມຂຶ້ນ 7,1%, ການຜະລິດໄຟຟ້າຂະຫຍາຍຕົວ 5,2%. ອີງຕາມບົດປະເມີນສະພາບເສດຖະກິດມະຫາພາກຂອງ ສປປ ລາວ 6 ເດືອນຕົ້ນປີ 2020 ໃນໄລຍະການແຜ່ລະບາດພະຍາດ ໂຄວິດ - 19 ປະຈຳເດືອນກໍລະກົດ ຂອງສະຖາບັນຄົ້ນ ຄວ້າເສດຖະກິດແຫ່ງຊາດລະບຸວ່າ: ພັກ...

ອັດຕາເງິນເຟີ້ເດືອນມິຖຸນາ ຫຼຸດລົງເລັກໜ້ອຍ

ອັດຕາເງິນເຟີ້ເດືອນມິຖຸນາ 2020 ຢູ່ໃນລະດັບ 5,28% ຫຼຸດລົງເລັກໜ້ອຍເມື່ອທຽບກັບອັດຕາເງິນເຟີ້ຂອງເດືອນພຶດສະພາ ເຊິ່ງຢູ່ລະດັບ 5,46%; ເນື່ອງຈາກໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເຊິ່ງເປັນໝວດຫຼັກເໜັງຕີງຊ້າລົງກວ່າເດືອນຜ່ານມາແຕ່ກໍເຫັນວ່າຍັງເປັນອັດຕາເຟີ້ທີ່ສູງຢູ່ໃນໝວດສິນຄ້າດັ່ງກ່າວ. ຂະນະທີ່ປັດໄຈ ແລະ ສາເຫດທີ່ຍັງສົ່ງຜົນໃຫ້ອັດຕາເງິນເຟີ້ເດືອນມິຖຸນາເໜັງຕີງເພີ່ມສູງຂຶ້ນ ແມ່ນມາຈາກປັດໄຈພາຍໃນ ແລະ ພາຍນອກ ໂດຍສະເພາະແມ່ນຜົນກະທົບຈາກໂຄວິດ - 19. ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໄດ້ເປີດເຜີຍບົດລາຍງານອັດຕາເງິນເຟີ້ເດືອນມິຖຸນາ...

ຄວາມຫວັງຂອງປະຊາຊົນ! ພາກລັດຮ່ວມລົງນາມຄົ້ນຄວ້າສະໜອງນໍ້າ ຮັບໃຊ້ການຜະລິດຢູ່ສະໜາມໄຊ

ພາຍຫຼັງທີ່ເມືອງສະໜາມໄຊ ແຂວງອັດຕະປື ພາກໃຕ້ຂອງລາວ ພົບໄພພິບັດນໍ້າຖ້ວມຄັ້ງໃຫຍ່ເມື່ອປີ 2018 ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໃນຂົງເຂດນັ້ນຫຍຸ້ງຍາກຫຼາຍ ເນື່ອງຈາກຊັບສິນທຸກຢ່າງລ້ວນໄດ້ຮັບຜົນກະທົບເສຍຫາຍປະເມີນມູນຄ່າບໍ່ໄດ້ ເຊິ່ງຫຼັງນໍ້າແຫ້ງລັດຖະບານກໍ່ມີນະໂຍບາຍຊ່ວຍເຫຼືອຫຼາຍຢ່າງເພື່ອຊ່ວຍບັນເທົາຜູ້ເຄາະຮ້າຍເຫຼົ່ານັ້ນ. ຫຼ້າສຸດ ມາເພີ່ມອີກໜຶ່ງໂຄງການຄື ໂຄງການຄົ້ນຄວ້ານຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອສະໜອງນໍ້າຮັບໃຊ້ການຜະລິດກະສິກຳ ຢູ່ ເມືອງ ສະໜາມໄຊ ທີ່ໄດ້ລົງນາມເຊັນສັນຍາໄປເມື່ອວັນທີ 31 ກໍລະກົດ 2020 ໂດຍທ່ານ ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ...

4 ສິ່ງທີ່ຕ້ອງມີໃນການເຮັດການຕະຫຼາດ

ການຕະຫຼາດເປັນສິ່ງສຳຄັນທີ່ຈະເຮັດໃຫ້ການຂາຍສິນຄ້າຂອງທ່ານໄດ້ຂາຍດີ, ເປັນທີ່ສົນໃຈຂອງລູກຄ້າ. ຄໍລຳຊື້ໄດ້ຂາຍໝານມື້ນີ້ ຈະນຳສະເໜີ 4 ສິ່ງທີ່ນັກການຕະຫຼາດຄວນມີ ເພື່ອພັດທະນາການຂາຍ ແລະ ການຕະຫຼາດໃນອົງກອນນັ້ນ ປະກອບມີຄື: 1 ການເອົາໃຈເຂົາມາໃສ່ໃຈເຮົາ: ທັກສະນີ້ເປັນທັກສະທີ່ສຳຄັນຫຼາຍທີ່ນັກການຕະຫຼາດຕ້ອງມີໃນປັດຈຸບັນ ເອົາໄວ້ເພື່ອເຮັດການຕະຫຼາດໃນອະນາຄົດ, ເປັນຫຍັງຈຶ່ງຕ້ອງມີທັກສະນີ້ ກໍເພາະການເຂົ້າໃຈມຸມມອງຂອງຜູ້ບໍລິໂພກນັ້ນເປັນເລື່ອງສຳຄັນຫຼາຍ ເມື່ອເວລາທີ່ຈະຕ້ອງເຮັດການຕະຫຼາດໃດໆອອກມາ ການທີ່ນັກການຕະຫຼາດພະຍາຍາມທີ່ຈະເຂົ້າໃຈກຸ່ມເປົ້າໝາຍໃນເບື້ອງເລິກເຖິງລະດັບອາລົມ ແລະ ຈິດຕະວິທະຍານັ້ນ ຈະເຮັດໃຫ້ນັກການຕະຫຼາດສາມາດສ້າງການຕະຫຼາດທີ່ມີຄວາມໝາຍເບື້ອງເລິກ ແລະ ຄົງຢູ່ໄດ້ດົນໃນ ຄວາມສຳພັນກັບຜູ້ບໍລິໂພກຂຶ້ນມາໄດ້ ເຊິ່ງນັກການຕະຫຼາດຄວນຈະຕ້ອງເລີ່ມຖາມຄຳຖາມວ່າ...

ລັດແຈ້ງປັບຂຶ້ນລາຄານໍ້າມັນ! ກາຊວນມາແຮງ ຂຶ້ນອີກ 100ກີບ/ລິດ ມີຜົນມື້ອື່ນເປັນຕົ້ນໄປ

ລັດອອກແຈ້ງການປັບຂຶ້ນລາຄານ້ຳມັນເຊື້ອໄຟທຸກຊະນິດ ໃນນີ້ ກາຊວນມາແຮງສຸດ ໂດຍປັບຂຶ້ນ 100ກີບຕໍ່ລິດ ສ່ວນນ້ຳມັນແອັດຊັງພິເສດ ຂຶ້ນ 20 ກີບ, ແອັດຊັງທຳມະດາ 80 ກີບ ແຈ້ງການສະບັບດັ່ງກ່າວແມ່ນໃຫ້ເລີ່ມປະຕິບັດທົ່ວປະເທດເຊົ້າວັນທີ 5 ສິງຫານີ້ເປັນຕົ້ນໄປ. ກະຊວງອຸດສາຫະກຳ ແລະ ການຄ້າ ແຈ້ງການເລກທີ 0716/ອຄ.ກຄພນ, ນະຄອນຫຼວງວຽງຈັນ, ວັນທີ 4 ສິງຫາ 2020...

ໄມໂຄຣຊ໊ອຟຂໍຊື້ TikTok ຄາດຈະບັນລຸຂໍ້ຕົກລົງໃນເດືອນກັນຍານີ້

ສຳນັກຂ່າວ CNN ລາຍ ງານໂດຍອ້າງຖະແຫຼງການຂອງ ບໍລິສັດ ໄມໂຄຣຊ໊ອຟ ວ່າ: ໄມໂຄຣຊ໊ອຟ ບໍລິສັດຍັກໃຫຍ່ ຂອງສະຫະລັດອາເມຣິກາ ໄດ້ປຶກສາຫາລືກັບບໍລິສັດໄບແດນ ( ByteDance ) ບໍລິສັດເຕັກໂນໂລຊີຂອງ ສປ ຈີນ ເພື່ອຂໍຊື້ກິດຈະການແອັບພລິເຄຊັນຕິກຕ໊ອກ ( TikTok ) ໃນອາເມຣິກາ ແລະ ຄາດວ່າຈະບັນລຸຂໍ້ຕົກລົງໃນວັນທີ...

ຣັດເຊຍ ກຽມແຈກຢາຍວັກແຊັງຕ້ານໂຄວິດ – 19 ໃຫ້ແພດ ແລະ ຄູ

ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານ ມີຄາອິລ ມູຣັຊໂກ ລັດຖະມົນຕີກະຊວງສາທາລະນະສຸກຣັດເຊຍ ເປີດເຜີຍວ່າ: ສະຖາບັນກາມາເລຢາ ເຊິ່ງເປັນສະຖາບັນວິໄຈຂອງລັດຖະບານຣັດເຊຍ ໄດ້ສຳເລັດການທົດລອງດ້ານຄລີນິກ ສຳລັບວັກແຊັງຕ້ານໂຄວິດ - 19 ແລະ ກຳລັງຢູ່ໃນຂັ້ນຕອນການຮ່າງເອກະສານເພື່ອຂຶ້ນທະບຽນ ພ້ອມລະບຸວ່າບຸກຄະລາກອນທາງການແພດ ແລະ ຄູອາຈານ ຈະໄດ້ຮັບວັກແຊັງດັ່ງກ່າວນີ້ເປັນກຸ່ມທຳອິດ ກ່ອນຈະຂະຫຍາຍສູ່ກຸ່ມຄົນອື່ນໆໃນເດືອນຕຸລາຈະເຖິງນີ້ ແລະ ຈະແຈກຢາຍຢ່າງກວ້າງຂວາງ. ລາຍງານລະບຸວ່າ: ວັກແຊັງຕ້ານໂຄວິດ - 19...

ສະຫະລັດອາຣັບເອເມເຣັດ ເປີດນຳໃຊ້ໂຮງໄຟຟ້ານິວເຄລຍ ເປັນຊາດທຳອິດໃນຕາເວັນອອກກາງ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ສະຫະລັດອາຣັບເອເມເຣັດ ກາຍເປັນປະເທດທໍາອິດໃນຕາເວັນອອກກາງ ທີ່ເປີດນຳໃຊ້ໂຮງໄຟຟ້ານິວເຄລຍເມື່ອວັນທີ 1 ສິງຫາຜ່ານມາ ໂດຍມີຊື່ວ່າ “ ບາຣາກາ ” ເຊິ່ງໄດ້ເປີດການຜະລິດເຕົາປະຕິກອນປະລະມານູ ເຕົາທີ 1 ຈາກທັງໝົດ 4 ເຕົາ, ຄາດວ່າສາມາດຮອງຮັບ ຄວາມຕ້ອງການການໃຊ້ໄຟຟ້າໄດ້ເຖິງ 1/4 ຂອງປະເທດ. ລາຍງານລະບຸວ່າ: ໂຮງໄຟຟ້ານິວເຄລຍແຫ່ງນີ້ນຳໃຊ້ເຕັກໂນໂລຊີຂອງ ສ.ເກົາຫຼີ ໂດຍເບື້ອງຕົ້ນໂຄງການດັ່ງກ່າວມີກຳນົດເປີດນຳໃຊ້ຢ່າງເປັນທາງການ ແຕ່ປີ...

ເຊກອງ ເລີ່ມຈ່າຍຄ່ານໍ້າປະປາຜ່ານທະນາຄານຮ່ວມພັດທະນາ

ລັດວິສາຫະກິດນໍ້າປະປາແຂວງເຊກອງ ຕົກລົງເຫັນດີຮ່ວມມືກັບທະນາຄານຮ່ວມພັດທະນາ ( JDB ) ໜ່ວຍບໍລິການແຂວງເຊກອງ ເພື່ອເປີດການຊໍາລະຄ່ານໍ້າປະປາຜ່ານລະບົບທະນາຄານດັ່ງກ່າວ. ພິທີເຊັນສັນຍາໄດ້ມີຂຶ້ນໃນວັນທີ 3 ສິງຫາ 2020 ລະຫວ່າງ ທ່ານ ບຸນເຫຼືອ ສີລິພັນ ອໍານວຍການລັດວິສາຫະກິດນໍ້າປະປາແຂວງເຊກອງ ແລະ ທ່ານ ຖາວອນ ອ້ວນມາລາ ຜູ້ບໍລິຫານພາກກາງ - ພາກໃຕ້ ທະນາຄານຮ່ວມພັດທະນາ ໂດຍມີຄະນະຜູ້ບໍລິຫານ...
- Advertisment -
Slide
Slide

Most Read

error: Content is protected !!