ໄມໂຄຣຊ໊ອຟຂໍຊື້ TikTok ຄາດຈະບັນລຸຂໍ້ຕົກລົງໃນເດືອນກັນຍານີ້

214

ສຳນັກຂ່າວ CNN ລາຍ ງານໂດຍອ້າງຖະແຫຼງການຂອງ ບໍລິສັດ ໄມໂຄຣຊ໊ອຟ ວ່າ: ໄມໂຄຣຊ໊ອຟ ບໍລິສັດຍັກໃຫຍ່ ຂອງສະຫະລັດອາເມຣິກາ ໄດ້ປຶກສາຫາລືກັບບໍລິສັດໄບແດນ ( ByteDance ) ບໍລິສັດເຕັກໂນໂລຊີຂອງ ສປ ຈີນ ເພື່ອຂໍຊື້ກິດຈະການແອັບພລິເຄຊັນຕິກຕ໊ອກ ( TikTok ) ໃນອາເມຣິກາ ແລະ ຄາດວ່າຈະບັນລຸຂໍ້ຕົກລົງໃນວັນທີ 15 ກັນຍານີ້.

ຫາກຂໍ້ຕົກລົງຂໍຊື້ TikTok ລຸລ່ວງໄປດ້ວຍດີ, ໄມໂຄຣຊ໊ອຟ ອາດຊ່ວຍຜ່ອນຄາຍຂໍ້ຂັດແຍ່ງລະຫວ່າງລັດຖະບານສະຫະລັດ ກັບ ບໍລິສັດຂອງຈີນ ທີ່ມີອິດທິພົນໃນອຸດສາຫະກຳເຕັກໂນໂລຊີຕໍ່ຜູ້ບໍລິໂພກນັບມື້ເພີ່ມຂຶ້ນ.

ແນວໃດກໍຕາມ, ຫຼັງຈາກຖະແຫຼງການຂອງໄມໂຄຣຊ໊ອຟ ອອກມາ, ປະທານາທິບໍດີ ໂດນັນ ທຣຳ ຂອງສະຫະລັດໄດ້ຄັດຄ້ານແນວຄິດຂອງໄມໂຄຣ ຊ໊ອຟທີ່ຂໍຊື້ ຕິກຕ໊ອກ ແລະ ຈະມີຄຳສັ່ງຫ້າມນຳໃຊ້ ຕິກຕ໊ອກ ທີ່ກຳລັງໄດ້ຮັບຄວາມນິຍົມໃນສະຫະລັດ ໂດຍອ້າງວ່າເພື່ອ ຄວາມໝັ້ນຄົງຂອງຊາດ. ແຕ່ຫຼັງຈາກນັ້ນພຽງ 2 ມື້ເທົ່ານັ້ນ ທຣຳ ກັບປ່ຽນທ່າທີສະໜັບສະໜູນໄມໂຄຣຊ໊ອຟ ຫຼັງໄດ້ພົບປະຫາລືກັບຜູ້ບໍລິຫານຂອງໄມໂຄຣຊ໊ອຟ.
ລາຍງານລະບຸວ່າ: ນອກຈາກຂໍຊື້ ຕິກຕ໊ອກ ໃນອາເມຣິກາແລ້ວ, ໄມໂຄຣຊ໊ອຟຍັງຈະເຈລະຈາຂໍຊື້ ຕິກຕ໊ອກ ໃນການາດາ, ອົສຕຣາລີ ແລະ ນູແວນເຊລັງນຳອີກ ໂດຍຈະເປີດໂອກາດໃຫ້ນັກລົງທຶນລາຍອື່ນເຂົ້າຮ່ວມກິດຈະການນຳ.