ລັດແຈ້ງປັບຂຶ້ນລາຄານໍ້າມັນ! ກາຊວນມາແຮງ ຂຶ້ນອີກ 100ກີບ/ລິດ ມີຜົນມື້ອື່ນເປັນຕົ້ນໄປ

134

ລັດອອກແຈ້ງການປັບຂຶ້ນລາຄານ້ຳມັນເຊື້ອໄຟທຸກຊະນິດ ໃນນີ້ ກາຊວນມາແຮງສຸດ ໂດຍປັບຂຶ້ນ 100ກີບຕໍ່ລິດ ສ່ວນນ້ຳມັນແອັດຊັງພິເສດ ຂຶ້ນ 20 ກີບ, ແອັດຊັງທຳມະດາ 80 ກີບ ແຈ້ງການສະບັບດັ່ງກ່າວແມ່ນໃຫ້ເລີ່ມປະຕິບັດທົ່ວປະເທດເຊົ້າວັນທີ 5 ສິງຫານີ້ເປັນຕົ້ນໄປ.

ກະຊວງອຸດສາຫະກຳ ແລະ ການຄ້າ ແຈ້ງການເລກທີ 0716/ອຄ.ກຄພນ, ນະຄອນຫຼວງວຽງຈັນ, ວັນທີ 4 ສິງຫາ 2020 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດາບໍລິສັດນ້ຳມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ແຈ້ງປັບຂຶ້ນລາຄາຂາຍຍ່ອຍນ້ຳມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ ໂດຍໃຫ້ປະຕິບັດລາຄາຂາຍຍ່ອຍໃໝ່ ໃນເຂດເທດສະບານແຂວງ, ນະຄອນຫຼວງວຽງຈັນ ດັ່ງແຈ້ງການລຸ່ມນີ້:

ດ້ານລາຄາໃໝ່ນີ້ໃຫ້ເລີ່ມປະຕິບັດວັນທີ 5 ສິງຫາ 2020 ເວລາ 6:00 ໂມງໃນຂອບເຂດທົ່ວປະເທດ; ປັບລາຄານ້ຳມັນແອັດຊັງພິເສດ ປັບຂຶ້ນ 20 ກີບຕໍ່ລິດ, ແອັດຊັງທຳມະດາ ປັບຂຶ້ນ 80 ກີບຕໍ່ລິດ ແລະ ກາຊວນ ປັບຂຶ້ນ 100 ກີບຕໍ່ລິດ; ການຄິດໄລ່ເສຍພັນທະ ແລະ ຄ່າທຳນຽມຕ່າງໆແມ່ນໃຫ້ພາກສ່ວນທີ່ກ່ຽວຂ້ອງຄິດໄລ່ເກັບຕາມທີ່ກຳນົດໄວ້ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 0613/ກຄພນ.ຄສລ, ລົງວັນທີ 4 ສິງຫາ 2020 ຈົນກວ່າຈະມີການປ່ຽນແປງ.

ໃຫ້ບັນດາບໍລິສັດນ້ຳມັນເຊື້ອໄຟປະຕິບັດຕາມເນື້ອໃນຂ້າງເທີງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປ້ຳຂາຍຍ່ອຍຂອງຕົນໃຫ້ບໍລິການຢ່າງເປັນປົກກະຕິ ແລະ ແຈ້ງການສະບັບນີ້ປ່ຽນແທນແຈ້ງການສະບັບເລກທີ 0677/ອຄ.ກຄພນ, ລົງວັນທີ 16 ກໍລະກົດ 2020.