ລັດຖະບານຕັ້ງເປົ້າໃຫ້ເດັກນ້ອຍລຸ່ມ 1 ປີ ຮັບວັກແຊັງຄົບໃຫ້ໄດ້ 95%

114

ລັດຖະບານ ໄດ້ຕັ້ງເປົ້າໝາຍສຳລັບເດັກນ້ອຍລຸ່ມ 1 ປີ ໄດ້ຮັບວັກແຊັງຄົບໃຫ້ໄດ້ 95%. “ ເພື່ອບັນລຸເປົ້າໝາຍນີ້, ພວກເຮົາຕ້ອງໄດ້ເຮັດວຽກຮ່ວມກັນກັບຂະແໜງການອື່ນໆ ນອກເໜືອຈາກຂະແໜງການສາທາລະນະສຸກ.

ໃນວັນທີ 4 ສິງຫາ ປີ 2020 ທີ່ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມຂົນຂວາຍຂໍການສະໜັບສະໜູນກ່ຽວກັບວຽກງານການບໍລິການໃຫ້ວັກແຊັງກັນພະຍາດ ທີ່ເຂົ້າຮ່ວມໂດຍຜູ້ຕາງໜ້າຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ສູນກາງແນວລາວສ້າງຊາດ, ສະຫະພັນແມ່ຍິງລາວ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ຄູ່ຮ່ວມພັດທະນາທີ່ເຮັດວຽກໃນຂົງເຂດແມ່ ແລະ ເດັກ.

ທ່ານ ດຣ. ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ມີຂຶ້ນເພື່ອເສີມສ້າງການຮ່ວມມືກັບທຸກພາກສ່ວນ ຮັບປະກັນການບໍລິການໃຫ້ວັກແຊັງໄປຮອດໄປເຖິງເດັກນ້ອຍທຸກຄົນຢູ່ ສປປ ລາວ ທັງເປັນການເສີມສ້າງການຮ່ວມມືກັນໃນການແກ້ໄຂອັດຕາປົກຄຸມຂອງການໃຫ້ວັກແຊັງກັນພະຍາດຕໍ່າ ເຊິ່ງໄດ້ຖືກຜົນກະທົບ ໂດຍການລະບາດຂອງເຊື້ອພະຍາດໂຄວິດ – 19.

ທ່ານກ່າວຕື່ມອີກວ່າ: ການລະບາດຂອງເຊື້ອພະຍາດໂຄວິດ – 19 ຍັງສ້າງຜົນກະທົບຕໍ່ອັດຕາປົກຄຸມຂອງການໃຫ້ວັກແຊັງໃນທົ່ວໂລກ, ການລະບາດນີ້ຍັງໄດ້ກະທົບຕໍ່ການບໍລິການໃຫ້ວັກແຊັງປະຈຳ ແລະ ການບໍລິການດ້ານສຸຂະພາບທີ່ຈຳເປັນອື່ນໆ. ເຖິງວ່າຈະມີ ຄວາມທ້າທາຍເຫຼົ່ານີ້ກໍຕາມ, ວຽກງານໃຫ້ວັກແຊັງກັນພະຍາດຕ້ອງໄດ້ສືບຕໍ່ ແລະ ເພີ່ມຂຶ້ນ. ລັດຖະບານ ສປປ ລາວ ໄດ້ຕັ້ງເປົ້າໝາຍສຳລັບເດັກນ້ອຍລຸ່ມ 1 ປີ ໄດ້ຮັບວັກແຊັງຄົບ ໃຫ້ໄດ້ 95 % “ ເພື່ອບັນລຸເປົ້າໝາຍດັ່ງກ່າວນີ້, ພວກເຮົາຕ້ອງໄດ້ເຮັດວຽກຮ່ວມກັນກັບຂະແໜງການອື່ນໆ ນອກເໜືອຈາກຂະແໜງການສາທາລະນະສຸກ.

ທ່ານ ນາງ ເບຍເທ ແດດສໂທ ຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ ກ່າວວ່າ: ອັດຕາການປົກຄຸມການໃຫ້ວັກແຊັງກັນພະຍາດຕໍ່າສົ່ງຜົນກະທົບຕໍ່ຄວາມຄືບໜ້າຂອງວຽກງານແມ່ ແລະ ເດັກ ລວມທັງການພັດທະນາປະເທດຊາດ ໂດຍລວມເມື່ອເດັກນ້ອຍບໍ່ໄດ້ຮັບວັກແຊັງກັນພະຍາດ ກໍຈະເຮັດໃຫ້ຊີວິດຂອງເຂົາເຈົ້າ ແລະ ຊຸມຊົນຂອງເຂົາເຈົ້າມີຄວາມສ່ຽງ. ວັກແຊັງມີບົດບາດທີ່ສຳຄັນໃນການຢຸດຕິການເສຍຊີວິດຂອງເດັກໄດ້.

ທ່ານ ນາງ ເບຍເທ ແດດສໂທ ກ່າວຕື່ມວ່າ: ອົງການຢູນິເຊັບ ໄດ້ເຮັດວຽກຮ່ວມກັບລັດຖະບານແຫ່ງ ສປປ ລາວ ແລະ ຄູ່ຮ່ວມພັດທະນາ ເພື່ອໃຫ້ວັກແຊັງກັນພະຍາດແກ່ເດັກນ້ອຍທຸກຄົນຢູ່ໃນທຸກຊຸມຊົນ ບໍ່ວ່າຈະຢູ່ເຂດຫ່າງໄກສອກຫຼີກ ຫຼື ມີຄວາມທ້າທາຍກໍຕາມ. ພວກເຮົາຢຶດໝັ້ນທີ່ຈະເຮັດວຽກຮ່ວມກັບຄູ່ຮ່ວມງານເພື່ອເສີມສ້າງວຽກງານການບໍລິການໃຫ້ວັກແຊັງກັນພະຍາດ ໃນການຊອກຫາ ແລະ ໃຫ້ບຸລິມະສິດແກ່ເດັກນ້ອຍ ເພື່ອຮັບປະກັນວ່າບໍ່ມີເດັກນ້ອຍຜູ້ໃດຖືກປະລະ.

ໃນກອງປະຊຸມດັ່ງກ່າວ ຍັງໄດ້ມີການຈັດຕັ້ງກຸ່ມເຮັດວຽກວິຊາການສະເພາະດ້ານການສື່ສານ ( Communication Technical Working Group ) ຂຶ້ນ ເພື່ອຊ່ວຍວຽກງານການບໍລິການໃຫ້ວັກແຊັງກັນພະຍາດແຫ່ງຊາດ. ກຸ່ມດັ່ງກ່າວປະກອບມີສະມາຊິກຈາກຂະແໜງການສາທາລະນະສຸກ ແລະ ຂະແໜງການທີ່ບໍ່ແມ່ນສາທາລະນະສຸກ ລວມທັງຄູ່ຮ່ວມພັດທະນາ ໂດຍການນຳໃຊ້ຊ່ອງທາງຂອງແຕ່ລະຂະແໜງການທີ່ມີຢູ່, ກຸ່ມນີ້ຈະຊອກຫາວິທີທາງເພື່ອປັບປຸງການສື່ສານ ແລະ ການປະສານງານລະຫວ່າງຂະແໜງການໃນທຸກຂັ້ນ.

[ ໂດຍ: ສົມລົດ ] ( ຂ່າວ + ຮູບ: ກົມສື່ມວນຊົນ )