ຄວາມຫວັງຂອງປະຊາຊົນ! ພາກລັດຮ່ວມລົງນາມຄົ້ນຄວ້າສະໜອງນໍ້າ ຮັບໃຊ້ການຜະລິດຢູ່ສະໜາມໄຊ

116

ພາຍຫຼັງທີ່ເມືອງສະໜາມໄຊ ແຂວງອັດຕະປື ພາກໃຕ້ຂອງລາວ ພົບໄພພິບັດນໍ້າຖ້ວມຄັ້ງໃຫຍ່ເມື່ອປີ 2018 ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໃນຂົງເຂດນັ້ນຫຍຸ້ງຍາກຫຼາຍ ເນື່ອງຈາກຊັບສິນທຸກຢ່າງລ້ວນໄດ້ຮັບຜົນກະທົບເສຍຫາຍປະເມີນມູນຄ່າບໍ່ໄດ້ ເຊິ່ງຫຼັງນໍ້າແຫ້ງລັດຖະບານກໍ່ມີນະໂຍບາຍຊ່ວຍເຫຼືອຫຼາຍຢ່າງເພື່ອຊ່ວຍບັນເທົາຜູ້ເຄາະຮ້າຍເຫຼົ່ານັ້ນ.

ຫຼ້າສຸດ ມາເພີ່ມອີກໜຶ່ງໂຄງການຄື ໂຄງການຄົ້ນຄວ້ານຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອສະໜອງນໍ້າຮັບໃຊ້ການຜະລິດກະສິກຳ ຢູ່ ເມືອງ ສະໜາມໄຊ ທີ່ໄດ້ລົງນາມເຊັນສັນຍາໄປເມື່ອວັນທີ 31 ກໍລະກົດ 2020 ໂດຍທ່ານ ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ທ່ານ ເລັດ ໄຊຍະພອນ, ເຈົ້າແຂວງໆ ອັດຕະປື ພ້ອມມີບັນດາຫົວໜ້າກົມ, ຫົວໜ້າພະແນກການອ້ອມຂ້າງແຂວງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຂອງໂຄງການດັ່ງກ່າວ ແມ່ນເພື່ອຫັນເອົາວິທະຍາສາດ ແລະ ເຕັກໂນໂລຊີ ລົງສູ່ທ້ອງຖິ່ນຮາກຖານ ເພື່ອສະໜອງນ້ຳຮັບໃຊ້ການຜະລິດກະສິກຳຢູ່ ເມືອງ ສະໜາມໄຊ, ແຂວງອັດຕະປື ແນໃສ່ຈັດຫາແຫຼ່ງນໍ້າ, ສະໜອງນໍ້າເຂົ້າໃນພື້ນທີ່ການຜະລິດກະສິກໍາເຂົ້າໃນເຂດຈັດສັນບຸກເບີກໃໝ່ຂອງປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກອຸທົກກະໄພເຂື່ອນແຕກທີ່ ເມືອງ ສະໜາມໄຊ, ແຂວງ ອັດຕະປື ແລະ ການຖ່າຍທອດຄວາມຮູ້ ແລະ ເຕັກໂນໂລຊີ ເພື່ອການສະໜອງນໍ້າ, ການຜະລິດແບບປະສົມປະສານຕາມທິດຍືນຍົງ ແລະ ສີຂຽວ ສ້າງປະຖົມປັດໄຈເອື້ອອຳນວຍຄວາມສະດວກສະບາຍໃຫ້ແກ່ການຜະລິດແບບສະຫະກອນ ແລະ ກາຍເປັນສິນຄ້າຢ່າງເປັນຂະບວນຟົດພື້ນ.

ໂຄງການດັ່ງກ່າວແມ່ນຕັ້ງຢູ່ເຂດຈັດສັນໃໝ່ ບ້ານ ດົງບາກ, ເຂດຜະລິດກະສິກຳບ້ານໃໝ່ ແລະ ບ້ານຄັງ, ເມືອງສະໜາມໄຊ, ແຂວງອັດຕະປື ຊຶ່ງສອງຝ່າຍແມ່ນຈະຮ່ວມມືກັນຄົ້ນຄວ້າຂຽນໂຄງການນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອສະໜອງນ້ຳຮັບໃຊ້ການຜະລິດກະສິກຳຢູ່ ເມືອງ ສະໜາມໄຊ, ແຂວງອັດຕະປື ໂດຍນຳສະເໜີຂໍນຳໃຊ້ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ. ໃນນີ້ ແມ່ນຈະໄດ້ມີການສໍາຫຼວດເກັບກໍາຂໍ້ມູນ ລະບົບທາງເດີນນໍ້າທໍາມະຊາດ, ນໍ້າໃຕ້ດິນ, ຄວາມເຂັ້ມຂອງແສງແດດ; ຄົ້ນຄວ້າອອກແບບສ້າງອ່າງກັກເກັບນໍ້າ (ແກ້ມລິງ), ລະບົບປໍ້ານໍ້າໄຟຟ້າແສງຕາເວັນ, ລະບົບເຊື່ອມຕໍ່ແຫຼ່ງນໍ້າ ແລະ ລະບົບກະຈາຍນໍ້າເຂົ້າພື້ນທີ່ການຜະລິດກະສິກໍາ; ຕົວແບບການຜະລິດກະສິກໍາແບບປະສົມປະສານ (ກະເສດທິດສະດີໃໝ່ ຫຼື ຊົນລະກະເສດ); ແລະ ສ້າງສະຖານີນໍ້າດື່ມສະອາດໃຫ້ກັບໂຮງຮຽນ.

ຂໍ້ມູນຈາກ: ໜັງສືພິມ ວິທະຍາສາດ ແລະ ການພັດທະນາ