ເຊກອງ ເລີ່ມຈ່າຍຄ່ານໍ້າປະປາຜ່ານທະນາຄານຮ່ວມພັດທະນາ

89

ລັດວິສາຫະກິດນໍ້າປະປາແຂວງເຊກອງ ຕົກລົງເຫັນດີຮ່ວມມືກັບທະນາຄານຮ່ວມພັດທະນາ ( JDB ) ໜ່ວຍບໍລິການແຂວງເຊກອງ ເພື່ອເປີດການຊໍາລະຄ່ານໍ້າປະປາຜ່ານລະບົບທະນາຄານດັ່ງກ່າວ.

ພິທີເຊັນສັນຍາໄດ້ມີຂຶ້ນໃນວັນທີ 3 ສິງຫາ 2020 ລະຫວ່າງ ທ່ານ ບຸນເຫຼືອ ສີລິພັນ ອໍານວຍການລັດວິສາຫະກິດນໍ້າປະປາແຂວງເຊກອງ ແລະ ທ່ານ ຖາວອນ ອ້ວນມາລາ ຜູ້ບໍລິຫານພາກກາງ – ພາກໃຕ້ ທະນາຄານຮ່ວມພັດທະນາ ໂດຍມີຄະນະຜູ້ບໍລິຫານ ແລະ ພະນັກງານວິຊາການກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ສໍາລັບເນື້ອໃນສໍາຄັນໃນການຮ່ວມມືກັນຄັ້ງນີ້ ທັງສອງຝ່າຍເຫັນດີເປັນເອກະພາບເປີດນໍາໃຊ້ຄ່າບໍລິການຊໍາລະຄ່ານໍ້າປະປາ ໂດຍຜ່ານປ່ອງບໍລິການເຄົາເຕີ ( COUNTER SERVICE ), ຕູ້ ATM, ມືຖື Smartphone, (JDB YES ), ອິນເຕີເນັດແບັງຄິງ ( Internet Banking ) ແລະ ຜ່ານຜະລິດຕະພັນການບໍລິການເອເລັກໂຕຣນິກອື່ນໆ ຂອງທະນາຄານຮ່ວມພັດທະນາ ເຊິ່ງລັດວິສາຫະກິດນໍ້າປະປາແຂວງເຊກອງ ຍິນດີສະໜອງຂໍ້ມູນບັນຊີລາຍຊື່ຂອງລູກຄ້າ ເພື່ອນໍາໃຊ້ລະບົບດັ່ງກ່າວນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ໃນພິທີ ທ່ານ ບຸນເຫຼືອ ສີລິພັນ ກ່າວວ່າ: ການເຊັນສັນຍາໃນຄັ້ງນີ້ຖືເປັນການພັດທະນາລະບົບການບໍລິການທັງສອງຝ່າຍໃຫ້ເຂົ້າສູ່ລະບົບທີ່ທັນສະໄໝ, ສ້າງຄວາມສະດວກສະບາຍໃຫ້ກັບລູກຄ້າໃນການຊໍາລະຄ່ານໍ້າປະປາ ໂດຍຜ່ານລະບົບທີ່ທັນສະໄໝຕ່າງໆທີ່ລູກຄ້າມີບັນຊີຂຶ້ນກັບທະນາຄານຮ່ວມພັດທະນາໄດ້ວ່ອງໄວ, ປະຢັດເວລາ ແລະ ເຊື່ອແນວ່າທະນາຄານຮ່ວມພັດທະນາ ຈະໄດ້ເອົາໃຈໃສ່ປະຕິບັດຕາມຂໍ້ກໍານົດສັນຍາທີ່ກໍານົດໄວ້, ສະໜອງຜະລິດຕະພັນໃໝ່ໆເພື່ອສ້າງຄວາມປະທັບໃຈ ແລະ ດຶງດູດລູກຄ້າໃຫ້ເຂົ້າມາໃຊ້ບໍລິການຫຼາຍຂຶ້ນ.

[ ຂ່າວ : ສັນຍາ ]