ເສດຖະກິດ ຄ່ອຍຟື້ນຕົວດີຂຶ້ນຫຼັງລັດຖະບານຜ່ອນຜັນຫຼາຍມາດຕະການ

232

ລັດຖະບານເລີ່ມຜ່ອນຄາຍຫຼາຍມາດຕະການໃນການຄວບຄຸມ ແລະ ປ້ອງກັນການລະບາດຂອງພະຍາດໂຄວິດ -19 ເຮັດໃຫ້ເສດຖະກິດຄ່ອຍກັບຄືນສູ່ສະພາບປົກກະຕິ ເຫັນໄດ້ຈາກຕົວເລກອັດຕາຈ້າງງານເລີ່ມດີຂຶ້ນ, ການເຄື່ອນຍ້າຍສິນຄ້າໂລ່ງລ່ຽນເຮັດໃຫ້ກະຕຸ້ນການສົ່ງອອກ, ການລົງທຶນທຸລະກິດທົ່ວໄປເພີ່ມຂຶ້ນ 7,1%, ການຜະລິດໄຟຟ້າຂະຫຍາຍຕົວ 5,2%.

ພາບປະກອບຂ່າວເທົ່ານັ້ນ

ອີງຕາມບົດປະເມີນສະພາບເສດຖະກິດມະຫາພາກຂອງ ສປປ ລາວ 6 ເດືອນຕົ້ນປີ 2020 ໃນໄລຍະການແຜ່ລະບາດພະຍາດ ໂຄວິດ – 19 ປະຈຳເດືອນກໍລະກົດ ຂອງສະຖາບັນຄົ້ນ ຄວ້າເສດຖະກິດແຫ່ງຊາດລະບຸວ່າ: ພັກ ແລະ ລັດຖະບານ ໄດ້ກໍານົດ 10 ນະໂຍບາຍ ແລະ 9 ມາດຕະການ ເພື່ອຫຼຸດຜ່ອນຜົນກະທົບຕໍ່ການພັດທະນາເສດຖະກິດ – ສັງຄົມ ໃນປີ 2020 ກ່ຽວກັບສະພາບລວມໃນ ສປປ ລາວ ໂດຍສະເພາະຄວາມຄືບໜ້າການຟື້ນຕົວຂອງເສດຖະກິດ ເຖິງແມ່ນວ່າສະຖານະການແຜ່ລະບາດພະຍາດໂຄວິດ – 19 ໃນຂົງເຂດອາຊີ ມີທ່າອ່ຽງດີຂຶ້ນ ແຕ່ສະຖານະການໃນທົ່ວໂລກຍັງສືບຕໍ່ຮ້າຍແຮງ ແລະ ສົ່ງຜົນກະທົບຕໍ່ເສດຖະກິດໃນວົງກວ້າງ.

ເດືອນມິຖຸນາ ກອງທຶນການເງິນສາກົນ ( ໄອເອັມເອັຟ ) ໄດ້ປະເມີນຄືນຕົວເລກຄາດຄະເນເສດຖະກິດໂລກປີ 2020 ຫຼຸດລົງ ເປັນ -4,9% ລວມທັງປະເທດໄທ ຕິດລົບ -7,7% ແລະ ສປ ຈີນ 1%. ສໍາລັບ ສປປ ລາວ ໄອເອັມເອັຟ ຄາດໄວ້ໃນເດືອນເມສາ ທີ່ລະດັບ 0,7% ແຕ່ກໍມີ ຄວາມເປັນໄປໄດ້ສູງທີ່ຈະມີການປະເມີນຄືນໃໝ່ຫຼຸດລົງອີກ.

ພາບປະກອບຂ່າວເທົ່ານັ້ນ

ໃນໄລຍະຜ່ານມາ, ລັດຖະບານກໍໄດ້ຜ່ອນຄາຍຫຼາຍມາດຕະການ ເພື່ອເຮັດໃຫ້ເສດຖະກິດກັບຄືນສູ່ສະພາບປົກກະຕິ. ມາຮອດປັດຈຸບັນເຫັນວ່າມີຫຼາຍສັນຍານທີ່ບົ່ງບອກວ່າເສດຖະກິດ ສປປ ລາວ ໂດຍລວມຄ່ອຍໆດີຂຶ້ນ ເປັນຕົ້ນແມ່ນ: ຕົວເລກປະກາດຮັບສະໝັກງານເລີ່ມເພີ່ມຂຶ້ນຈາກທີ່ມີອັດຕາຕໍ່າສຸດໃນເດືອນເມສາ ເຖິງແມ່ນວ່າຈະຍັງບໍ່ທັນສູງເທົ່າໄລຍະດຽວກັນຂອງປີຜ່ານມາກໍຕາມ. ສ່ວນພາກການສົ່ງອອກ ເຫັນວ່າເລີ່ມດີຂຶ້ນໃນເດືອນພຶດສະພາ ແລະ ມິຖຸນາ ເມື່ອທຽບໃສ່ໄລຍະແຕ່ເດືອນມັງກອນ ຫາ ເດືອນເມສາ ເຖິງແມ່ນວ່າຈະຍັງບໍ່ທັນກັບຄືນເຂົ້າສູ່ລະດັບປົກກະຕິກໍຕາມ.

ສາເຫດສ່ວນໜຶ່ງແມ່ນຍ້ອນການເຄື່ອນຍ້າຍສິນຄ້າຂ້າມແດນມີ ຄວາມໂລ່ງລ່ຽນຂຶ້ນ; ບັນຍາກາດການທ່ອງທ່ຽວພາຍໃນເລີ່ມດີຂຶ້ນ ເຖິງຈະບໍ່ສາມາດທົດແທນການທ່ອງທ່ຽວຂອງຕ່າງປະເທດ ແຕ່ກໍພໍຊ່ວຍໃຫ້ຂະແໜງການມີລາຍຮັບຈໍານວນໜຶ່ງ; ມູນຄ່າການອະນຸມັດການລົງທຶນໃນປະເພດທຸລະກິດທົ່ວໄປ ໃນໄລຍະ 6 ເດືອນ ເຫັນວ່າຍັງເພີ່ມຂຶ້ນ 7,1% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ; ການຜະລິດໄຟຟ້າໃນໄລຍະ 5 ເດືອນຜ່ານມາ ຂະຫຍາຍຕົວ 5,2% ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ.

ພາບປະກອບຂ່າວເທົ່ານັ້ນ

ຂະແໜງການບໍລິການອື່ນໆ ເຊັ່ນ: ໂທລະຄົມມະນາຄົມ ( ບໍລິການອິນເຕີເນັດ ), ການເງິນ – ການທະນາຄານ, ສາທາລະນະສຸກ, ນໍ້າປະປາ – ໄຟຟ້າ ແລະ ການບໍລິການພາກລັດຍັງປະກອບສ່ວນໄດ້ດີຕໍ່ການເຕີບໂຕຂອງເສດຖະກິດ ເພາະເປັນຂະແໜງການທີ່ຍັງດໍາເນີນປົກກະຕິ ແລະ ມີການໃຊ້ຈ່າຍງົບປະມານເຂົ້າໃນການປ້ອງກັນການແຜ່ລະບາດຂອງພະຍາດ; ການປ່ອຍສິນເຊື່ອຂອງທະນາຄານທຸລະກິດໃຫ້ແກ່ຂະແໜງເສດຖະກິດໃນໄລຍະ 5 ເດືອນຜ່ານມາ ຍັງຂະຫຍາຍຕົວ 7,5% ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ. ນອກນັ້ນ, ຍັງສືບຕໍ່ໄດ້ຮັບການຊ່ວຍເຫຼືອຈາກສາກົນ ແລະ ປະເທດເພື່ອນບ້ານ ເປັນມູນຄ່າປະມານ 110,6 ລ້ານໂດລາ ຫຼື ກວມ 0,61% ຂອງ GDP ໃນປີ 2019; ຂະແໜງກະສິກໍາຍັງສືບຕໍ່ຂະຫຍາຍຕົວ ເຖິງແມ່ນວ່າຈະຢູ່ໃນທ່າອ່ຽງຊ້າລົງທຽບກັບແຜນທີ່ວາງໄວ້ກໍຕາມ ຄາດວ່າຍັງຈະຂະຫຍາຍຕົວປະມານ 0,9 – 1,7% ໝົດປີ 2020 ແຕ່ກໍຍັງຕໍ່າກວ່າລະດັບປົກກະຕິ ( ປະມານ 2,8 – 3% ).

ພາບປະກອບຂ່າວເທົ່ານັ້ນ

ເຖິງຢ່າງໃດກໍຕາມ, ການເຕີບໂຕຂອງເສດຖະກິດໝົດປີ ຄາດວ່າຍັງມີຄວາມບອບບາງຫຼາຍ ແລະ ມີຄວາມສ່ຽງສູງທີ່ອາດຈະຫຼຸດລົງຈາກລະດັບທີ່ຄາດການໄວ້ເບື້ອງຕົ້ນ ຍ້ອນສະພາບການແຜ່ລະບາດຢູ່ນອກປະເທດ ໂດຍສະເພາະປະເທດຕາເວັນຕົກ ຍັງສືບຕໍ່ເພີ່ມຂຶ້ນຕໍ່ເນື່ອງ ແລະ ອາດສືບຕໍ່ຮຸນແຮງຂຶ້ນໃນສອງໄຕມາດສຸດທ້າຍຂອງປີ 2020 ເຊິ່ງເປັນສິ່ງທ້າທາຍຕໍ່ຄວາມຫວັງໃນການປົດລ໋ອກການພົວພັນລະຫວ່າງປະເທດທີ່ເປັນໜຶ່ງໃນທາງອອກສໍາຄັນຂອງການຟື້ນຟູເສດຖະກິດ. ຕົວຊີ້ບອກທີ່ໜ້າເປັນຫ່ວງແມ່ນອັດຕາການຕິດເຊື້ອທົ່ວໂລກ ເພີ່ມຂຶ້ນຈາກລະດັບສະເລ່ຍຕໍ່າກວ່າ 50 ພັນຄົນຕໍ່ມື້ ໄລຍະເດືອນມີນາ – ເມສາ ມາເປັນປະມານ 1 ແສນຄົນຕໍ່ມື້ ໄລຍະເດືອນເມສາ – ມິຖຸນາ ແລະ ມາເປັນປະມານ 2 ແສນຄົນຕໍ່ມື້ ໃນເດືອນກໍລະກົດເປັນຕົ້ນມາ.

ຂະແໜງທ່ອງທ່ຽວ ຄາດວ່າຈະສືບຕໍ່ໄດ້ຮັບຜົນກະທົບໃນ 6 ເດືອນທ້າຍປີ ຈາກຕົວເລກຫຼ້າສຸດ, ນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າມາລາວໃນໄຕມາດທີ 2 ເກືອບວ່າບໍ່ມີເລີຍ ເຮັດໃຫ້ຕົວເລກນັກທ່ອງທ່ຽວທີ່ເຂົ້າມາລາວສະສົມໃນ 6 ເດືອນຕົ້ນປີ ມີພຽງ 886.447 ເທື່ອຄົນ ໂດຍຫຼຸດລົງ -60% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ພາບປະກອບຂ່າວເທົ່ານັ້ນ

ການຜະລິດຂອງຂະແໜງທີ່ສໍາຄັນ ເຊັ່ນ: ອຸດສາຫະກໍາປຸງແຕ່ງ ແລະ ເຄື່ອງກໍ່ສ້າງໃນໄລຍະ 5 ເດືອນຕົ້ນປີເລີ່ມມີທ່າອ່ຽງຫຼຸດລົງ. ຕົວຢ່າງ: ການຜະລິດຊີມັງ ຫຼຸດລົງ -25%, ການຜະລິດເຄື່ອງດື່ມເບຍຫຼຸດລົງ -10,9% ແລະ ການຜະລິດເຄື່ອງດື່ມນໍ້າຫວານ ຫຼຸດລົງ -2,3% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ສ່ວນການຜະລິດຄໍາ ແລະ ທອງແດງ ແມ່ນໄດ້ເລີ່ມຫຼຸດລົງຕັ້ງແຕ່ຕົ້ນປີເປັນຕົ້ນມາ ຄື: -41% ແລະ -2% ໃນໄຕມາດທີ 1; ມູນຄ່າສົ່ງອອກ 6 ເດືອນຕົ້ນປີ ຍັງຢູ່ໃນລະດັບຕໍ່າ ມີປະມານ 2.600 ລ້ານໂດລາ ຫຼຸດລົງ -5,1% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ( 2.800 ລ້ານໂດລາ ).

ສິນຄ້າປະເພດເຄື່ອງນຸ່ງຫົ່ມ, ມັນຕົ້ນ, ກ້ວຍ, ກາເຟ, ເຫຍື່ອໄມ້, ເຈ້ຍ ແລະ ຊິ້ນສ່ວນເຄື່ອງເອເລັກໂຕຣນິກ ຄາດວ່າໄດ້ຮັບຜົນກະທົບຫຼາຍສຸດຍ້ອນເສດຖະກິດຂອງຕະຫຼາດສົ່ງອອກ ເຊັ່ນ: ໄທ, ຈີນ, ຫວຽດນາມ ຂະຫຍາຍຕົວຊ້າ ຫຼື ຫຼຸດລົງ. ການລົງທຶນຄາດວ່າຈະຫຼຸດລົງເຊັ່ນກັນ, ອີງຕາມຂໍ້ມູນຈາກກະຊວງແຜນການ ແລະ ການລົງທຶນ, ມູນຄ່າອະນຸມັດລົງທຶນໃນປະເພດສໍາປະທານໃນໄລຍະ 5 ເດືອນຕົ້ນປີ ມີພຽງ 151 ລ້ານໂດລາ ເຊິ່ງຕໍ່າກວ່າມູນຄ່າອະນຸມັດລົງທຶນໃນໄລຍະດຽວກັນຂອງປີຜ່ານມາ ( 2.383,8 ລ້ານໂດລາ ).