ສະຫະລັດອາຣັບເອເມເຣັດ ເປີດນຳໃຊ້ໂຮງໄຟຟ້ານິວເຄລຍ ເປັນຊາດທຳອິດໃນຕາເວັນອອກກາງ

85

ສຳນັກຂ່າວຕ່າງປະເທດລາຍງານວ່າ: ສະຫະລັດອາຣັບເອເມເຣັດ ກາຍເປັນປະເທດທໍາອິດໃນຕາເວັນອອກກາງ ທີ່ເປີດນຳໃຊ້ໂຮງໄຟຟ້ານິວເຄລຍເມື່ອວັນທີ 1 ສິງຫາຜ່ານມາ ໂດຍມີຊື່ວ່າ “ ບາຣາກາ ” ເຊິ່ງໄດ້ເປີດການຜະລິດເຕົາປະຕິກອນປະລະມານູ ເຕົາທີ 1 ຈາກທັງໝົດ 4 ເຕົາ, ຄາດວ່າສາມາດຮອງຮັບ ຄວາມຕ້ອງການການໃຊ້ໄຟຟ້າໄດ້ເຖິງ 1/4 ຂອງປະເທດ.

ລາຍງານລະບຸວ່າ: ໂຮງໄຟຟ້ານິວເຄລຍແຫ່ງນີ້ນຳໃຊ້ເຕັກໂນໂລຊີຂອງ ສ.ເກົາຫຼີ ໂດຍເບື້ອງຕົ້ນໂຄງການດັ່ງກ່າວມີກຳນົດເປີດນຳໃຊ້ຢ່າງເປັນທາງການ ແຕ່ປີ 2017 ແຕ່ເນື່ອງຈາກວ່າເພື່ອຮັບປະກັນຄວາມປອດໄພ ຈຶ່ງໄດ້ເລື່ອນເວລາອອກໄປ 3 ປີ ກ່ອນຈະມາເປີດຢ່າງເປັນທາງການໃນຄັ້ງນີ້.

ແນວໃດກໍຕາມ, ລັດຖະບານກາຕາ ໄດ້ອອກມາວິພາກວິຈານເຖິງໂຮງໄຟຟ້ານິວເຄລຍ ດັ່ງກ່າວວ່າ ເປັນໄພຄຸກຄາມຕໍ່ສັນຕິພາບ ແລະ ສິ່ງແວດລ້ອມຂອງພູມີພາກ. ເຊັ່ນດຽວກັນກັບນັກວິເຄາະຕາເວັນຕົກທີ່ວິພາກວິຈານວ່າເປັນເລື່ອງທີ່ເໝາະສົມ ຫຼື ບໍ່ ເພາະວ່າຂົງເຂດຕາເວັນອອກກາງເຕັມໄປດ້ວຍບັນຫາທາງດ້ານການເມືອງ ແລະ ການກໍ່ການຮ້າຍ.