4 ສິ່ງທີ່ຕ້ອງມີໃນການເຮັດການຕະຫຼາດ

192

ການຕະຫຼາດເປັນສິ່ງສຳຄັນທີ່ຈະເຮັດໃຫ້ການຂາຍສິນຄ້າຂອງທ່ານໄດ້ຂາຍດີ, ເປັນທີ່ສົນໃຈຂອງລູກຄ້າ. ຄໍລຳຊື້ໄດ້ຂາຍໝານມື້ນີ້ ຈະນຳສະເໜີ 4 ສິ່ງທີ່ນັກການຕະຫຼາດຄວນມີ ເພື່ອພັດທະນາການຂາຍ ແລະ ການຕະຫຼາດໃນອົງກອນນັ້ນ ປະກອບມີຄື:

1 ການເອົາໃຈເຂົາມາໃສ່ໃຈເຮົາ: ທັກສະນີ້ເປັນທັກສະທີ່ສຳຄັນຫຼາຍທີ່ນັກການຕະຫຼາດຕ້ອງມີໃນປັດຈຸບັນ ເອົາໄວ້ເພື່ອເຮັດການຕະຫຼາດໃນອະນາຄົດ, ເປັນຫຍັງຈຶ່ງຕ້ອງມີທັກສະນີ້ ກໍເພາະການເຂົ້າໃຈມຸມມອງຂອງຜູ້ບໍລິໂພກນັ້ນເປັນເລື່ອງສຳຄັນຫຼາຍ ເມື່ອເວລາທີ່ຈະຕ້ອງເຮັດການຕະຫຼາດໃດໆອອກມາ ການທີ່ນັກການຕະຫຼາດພະຍາຍາມທີ່ຈະເຂົ້າໃຈກຸ່ມເປົ້າໝາຍໃນເບື້ອງເລິກເຖິງລະດັບອາລົມ ແລະ ຈິດຕະວິທະຍານັ້ນ ຈະເຮັດໃຫ້ນັກການຕະຫຼາດສາມາດສ້າງການຕະຫຼາດທີ່ມີຄວາມໝາຍເບື້ອງເລິກ ແລະ ຄົງຢູ່ໄດ້ດົນໃນ ຄວາມສຳພັນກັບຜູ້ບໍລິໂພກຂຶ້ນມາໄດ້ ເຊິ່ງນັກການຕະຫຼາດຄວນຈະຕ້ອງເລີ່ມຖາມຄຳຖາມວ່າ ຖ້າເປັນຜູ້ບໍລິໂພກຈະມັກແບບໃດ ຫຼື ຈະຮູ້ສຶກແນວໃນການເຮັດການຕະຫຼາດຂອງທ່ານເອງ ເອົາງ່າຍໆວ່າບໍ່ມັກການຕະຫຼາດແບບໃດກໍຢ່າເຮັດການຕະຫຼາດແບບນັ້ນຂຶ້ນມາ.

2 ການຮຽນຮູ້ທີ່ບໍ່ມີມື້ສິ້ນສຸດ: ສິ່ງຕໍ່ມາທີ່ຈະເຮັດໃຫ້ນັກການຕະຫຼາດສາມາດປັບຕົວເຂົ້າສູ່ການປ່ຽນແປງໄດ້ຢ່າງສະໝໍ່າສະເໝີ ນັ້ນຄືການຮຽນຮູ້ທີ່ຈະເປີດຮັບສິ່ງໃໝ່ໆຕະຫຼອດເວລາ ຫາຄວາມຮູ້ຢູ່່ສະເໝີດ້ວຍການພັດທະນາການຮຽນຮູ້ຕ່າງໆ ຈະເຮັດໃຫ້ນັກການຕະຫຼາດສາມາດທົດລອງສິ່ງຕ່າງໆຈົນຮູ້ວ່າແບບແຜນການເຮັດວຽກມັນເຮັດແນວໃດໃຫ້ມີປະສິດທິພາບ, ຂໍ້ດີ, ຂໍ້ເສຍ, ສິ່ງໃດຄວນເຮັດ ແລະ ບໍ່ຄວນເຮັດ ສິ່ງທີ່ນັກການຕະຫຼາດຕ້ອງເລີ່ມເຮັດຄືຂັ້ນຕອນການຮຽນຮູ້ຄວາມຄິດຕ່າງໆແບບນັກວິທະຍາສາດດ້ວຍການຕັ້ງບັນຫາ, ສ້າງສົມມຸດຖານ, ພິສູດ ແລະ ທົດລອງຫາຂໍ້ສະຫຼຸບອອກມາ ຈົນເຮັດໃຫ້ນັກການຕະຫຼາດສາມາດເຂົ້າເຖິງຄວາມຮູ້ນັ້ນໄດ້ ເຖິງແກ່ນຂອງຄວາມຮູ້ນັ້ນໆ, ຍິ່ງທ່ານສາມາດສ້າງການຮຽນຮູ້ນີ້ອອກມາເປັນວັດທະນະທຳອົງກອນໄດ້ ກໍຈະຍິ່ງເຮັດໃຫ້ທີມທ່ານເຂັ້ມແຂງ ເພາະຈະເກີດການສ້າງສັນສິ່ງໃໝ່ໆອອກມາ.

3 ຝຶກເຮັດ ແລະ ປະເມີນທຸກສິ່ງ: ຍຸກນີ້ສາມາດເຮັດທຸກຢ່າງຜ່ານອອນລາຍໄດ້ ເຮັດໃຫ້ມີຄຸນຄ່າຫຼາຍຢ່າງທີ່ເກີດຂຶ້ນມາ ສິ່ງທີ່ນັກການຕະຫຼາດຄວນຝຶກເຮັດໃຫ້ເປັນ ຄືການທີ່ສາມາດວັດຄ່າສິ່ງຕ່າງໆເຫຼົ່ານີ້ອອກມາໃຫ້ໄດ້ ແລະ ທຳ ຄວາມເຂົ້າໃຈວ່າເຮັດໄປເພື່ອຫຍັງ, ໄດ້ຫຍັງອອກມາ ແລະ ຂັ້ນຕອນການວັດເຫຼົ່ານີ້ເກີດຈາກການໃຊ້ວິທີຫຍັງ ເຊິ່ງຈະເຮັດໃຫ້ນັກການຕະຫຼາດນັ້ນບໍ່ຫຼົງຕິດກັບດັກຂອງ Vanity Metric ຫຼື ຄ່າການວັດທີ່ບໍ່ໄດ້ສະແດງຄວາມເປັນຈິງທັງໝົດອອກມາ ດ້ວຍຄວາມເຂົ້າໃຈຢ່າງແທ້ຈິງເຫຼົ່ານີ້ຈະເຮັດໃຫ້ນັກການຕະຫຼາດມີຫຼັກຖານທີ່ໜັກແໜ້ນໃນການເຮັດວຽກວ່າມີປະສິດທິພາບເທົ່າໃດ ແລະ ຮູ້ອີກວ່າຕໍ່ໄປຄວນຈະໃຊ້ເຄື່ອງມືຫຍັງໃນການເຮັດໃຫ້ປະສົບຄວາມສຳເລັດໃຫ້ສູງສຸດໃນການເຮັດການຕະຫຼາດຂຶ້ນມາດ້ວຍຂໍ້ມູນເຫຼົ່ານີ້.

4 ນຳໃຊ້ເຄື່ອງມືຕ່າງໆໃຫ້ໄດ້: ໃນຍຸກການຕະຫຼາດທີ່ມີການປ່ຽນແປງຢ່າງວ່ອງໄວນີ້ ການເຮັດການຕະຫຼາດໂດຍວິທີເກົ່າໆແບບໃຊ້ຕົນເອງ ການວາງແຜນຜ່ານເຈ້ຍໂດຍບໍ່ໄດ້ມີເຄື່ອງມືຕ່າງໆຊ່ວຍໃນການເຮັດວຽກນັ້ນຈະເຮັດໃຫ້ທ່ານເສຍປຽບ ເພາະໃນປັດຈຸບັນມີເຄື່ອງມືທາງອອນລາຍຫຼາຍທີ່ຈະເຮັດໃຫ້ທ່ານສາມາດເຮັດວຽກໄດ້ມີປະສິດທິພາບຂຶ້ນ ບໍ່ວ່າຈະເປັນເຄື່ອງມືທາງການຕະຫຼາດໃນການຫາຂໍ້ມູນຕ່າງໆ, ເຄື່ອງມືໃນການຕິດຕໍ່ກຸ່ມເປົ້າໝາຍ, ເຄື່ອງມືໃນການດູແລລູກຄ້າຈົນເຖິງເຄື່ອງມືວັດຜົນຕ່າງໆ ນັກການຕະຫຼາດທີ່ດີຄວນໃຊ້ເຄື່ອງມືເຫຼົ່ານີ້ໃຫ້ໄດ້ຢ່າງດີ ລວມທັງເລີ່ມພັດທະນາທັກສະໃນການທີ່ຈະເຮັດວຽກກັບຫຸ່ນຍົນ AI ແລະ Automation ໃຫ້ມີປະສິດທິພາບວ່າຈະດຶງສັກກະຍະພາບຂອງມະນຸດ ແລະ ຫຸ່ນຍົນອອກມາເຮັດວຽກຮ່ວມກັນຈຶ່ງໃຫ້ໄດ້ຜົນທີ່ດີທີ່ສຸດ.

[ ທີ່ມາ: marketingoops.com ]