ອັດຕາເງິນເຟີ້ເດືອນມິຖຸນາ ຫຼຸດລົງເລັກໜ້ອຍ

315

ອັດຕາເງິນເຟີ້ເດືອນມິຖຸນາ 2020 ຢູ່ໃນລະດັບ 5,28% ຫຼຸດລົງເລັກໜ້ອຍເມື່ອທຽບກັບອັດຕາເງິນເຟີ້ຂອງເດືອນພຶດສະພາ ເຊິ່ງຢູ່ລະດັບ 5,46%; ເນື່ອງຈາກໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເຊິ່ງເປັນໝວດຫຼັກເໜັງຕີງຊ້າລົງກວ່າເດືອນຜ່ານມາແຕ່ກໍເຫັນວ່າຍັງເປັນອັດຕາເຟີ້ທີ່ສູງຢູ່ໃນໝວດສິນຄ້າດັ່ງກ່າວ. ຂະນະທີ່ປັດໄຈ ແລະ ສາເຫດທີ່ຍັງສົ່ງຜົນໃຫ້ອັດຕາເງິນເຟີ້ເດືອນມິຖຸນາເໜັງຕີງເພີ່ມສູງຂຶ້ນ ແມ່ນມາຈາກປັດໄຈພາຍໃນ ແລະ ພາຍນອກ ໂດຍສະເພາະແມ່ນຜົນກະທົບຈາກໂຄວິດ – 19.

ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໄດ້ເປີດເຜີຍບົດລາຍງານອັດຕາເງິນເຟີ້ເດືອນມິຖຸນາ 2020 ໂດຍລະບຸວ່າ: ອັດຕາເງິນເຟີ້ປະຈໍາເດືອນມິຖຸນາ 2020 ທຽບກັບເດືອນຜ່ານມາ ເພີ່ມຂຶ້ນ 0,08%, ຖ້າທຽບໃສ່ໃນໄລຍະດຽວກັນຂອງປີຜ່ານມາ ຫຼື ທຽບປີຕໍ່ປີແມ່ນເພີ່ມຂຶ້ນ 5,28% ໂດຍມີການປ່ຽນແປງຂອງລາຄາສິນຄ້າ ແລະ ບໍລິການ ດັ່ງນີ້: ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ຫຼຸດລົງ 0,47%; ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 0,45%; ໝວດທີ່ພັກອາໄສ, ໄຟຟ້າ, ນໍ້າປະປາ ແລະ ເຊື້ອເພີງຫູງຕົ້ມ ເພີ່ມຂຶ້ນ 0,16%; ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 0,51%; ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 0,38%; ໝວດຄົມມະນາຄົມ ແລະ ການຂົນສົ່ງ ເພີ່ມຂຶ້ນ 1,31%; ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 1,20%.

ເມື່ອເວົ້າເຖິງປັດໄຈ ແລະ ສາເຫດທີ່ພາໃຫ້ອັດຕາເງິນເຟີ້ເດືອນມິຖຸນາເໜັງຕີງເພີ່ມສູງຂຶ້ນແມ່ນມາຈາກປັດໄຈພາຍໃນ ແລະ ພາຍນອກ ຄືດັ່ງນີ້: ຜົນກະທົບຂອງໂຄວິດ – 19 ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາແມ່ນຍັງເໜັງຕີງເພີ່ມຂຶ້ນ ເຊັ່ນ: ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ, ໝວດຮັກສາສຸຂະພາບ ແລະ ຢາ; ການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ຍັງຄົງເປັນບັນຫາຄົງຄ້າງ ແລະ ສິນຄ້າທີ່ຜະລິດໄດ້ເອງຍັງເພິ່ງພາການນໍາເຂົ້າວັດຖຸດິບ ເພື່ອຊຸກຍູ້ການຜະລິດເຊັ່ນ: ອຸປະກອນເຄື່ອງຈັກ, ຝຸ່ນວິທະຍາສາດ, ອາຫານສັດ, ຢາ ແລະ ວັກແຊັງປ້ອງກັນພະຍາດສັດ ລວມໄປເຖິງແນວພັນສັດ ບວກກັບຖານການຜະລິດຍັງບໍ່ເຂັ້ມແຂງ. ຄຽງຄູ່ກັນນັ້ນ, ສະພາບລາຄາສິນຄ້າສໍາຄັນໃນຕະຫຼາດໂລກເໜັງຕີງເພີ່ມຂຶ້ນ ໂດຍສະເພາະແມ່ນລາຄາຄໍາ. ສ່ວນປັດໄຈທາງກົງ ແລະ ທາງອ້ອມກໍແມ່ນເລື່ອງສະພາບອັດຕາແລກປ່ຽນທີ່ເປັນຢູ່ໃນປັດຈຸບັນ.

ເວົ້າສະເພາະ, ອັດຕາເງິນເຟີ້ພື້ນຖານ ( Core Inflation ) ແລະ ອັດຕາເງິນເຟີ້ບໍ່ເປັນພື້ນຖານ ( Non-Core Inflation ) ສະແດງອອກດັ່ງນີ້: ດັດຊະນີລາຄາການຊົມໃຊ້ພື້ນຖານເດືອນມິຖຸນາ 2020 ທຽບເດືອນຜ່ານມາເພີ່ມຂຶ້ນ 0,28% ແລະ ທຽບປີຕໍ່ປີເພີ່ມຂຶ້ນ 2,01%. ໃນນີ້, ແມ່ນໄດ້ຄິດໄລ່ຈາກ 402 ລາຍການ ກວມເອົາ 82,9% ຂອງລາຍການສິນຄ້າ ແລະ ບໍລິການທັງໝົດ ແລະ ກວມເອົານໍ້າໜັກການຊົມໃຊ້ 55,6%.
ສ່ວນດັດຊະນີລາຄາການຊົມໃຊ້ບໍ່ເປັນພື້ນຖານເດືອນມິຖຸນາ 2020 ທຽບເດືອນຜ່ານມາ ຫຼຸດລົງ -0,15% ຍ້ອນການເໜັງຕີງຂອງລາຄາປະເພດອາຫານສົດ, ຖ້າທຽບປີຕໍ່ປີແມ່ນເພີ່ມຂຶ້ນ 9,28% ຄິດໄລ່ ຈາກ 83 ລາຍການ ກວມເອົາ 17,1% ຂອງລາຍການສິນຄ້າ ແລະ ບໍລິການທັງໝົດ ແລະ ກວມເອົານໍ້າໜັກການຊົມໃຊ້ 44,4%.

ຂະນະດຽວກັນ, ອັດຕາເງິນເຟີ້ສິນຄ້າພາຍໃນ ແລະ ສິນຄ້ານໍາເຂົ້າ ເຊິ່ງດັດຊະນີລາຄາການຊົມໃຊ້ສິນຄ້າພາຍໃນທຽບໃສ່ເດືອນຜ່ານມາ ຫຼຸດລົງ 0,15% ຖ້າທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ ແມ່ນເພີ່ມຂຶ້ນ 6,35%. ຍ້ອນການເພີ່ມຂຶ້ນຂອງລາຄາປະເພດອາຫານສົດ ເຊັ່ນ: ຊີ້ນ ໂດຍສະເພາະແມ່ນຊີ້ນໝູ, ງົວ, ຄວາຍ ແລະ ລາຄາຄໍາຮູບປະພັນເຫຼົ່ານີ້ເປັນຕົ້ນ. ໃນນີ້, ແມ່ນຄິດໄລ່ຈາກ 230 ລາຍການ ກວມເອົາ 47,4% ຂອງລາຍການສິນຄ້າທັງໝົດ ແລະ ກວມເອົານໍ້າໜັກ 69,3%.

[ ຂ່າວ: ສົມສະຫວິນ ]