ຣັດເຊຍ ກຽມແຈກຢາຍວັກແຊັງຕ້ານໂຄວິດ – 19 ໃຫ້ແພດ ແລະ ຄູ

76

ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານ ມີຄາອິລ ມູຣັຊໂກ ລັດຖະມົນຕີກະຊວງສາທາລະນະສຸກຣັດເຊຍ ເປີດເຜີຍວ່າ: ສະຖາບັນກາມາເລຢາ ເຊິ່ງເປັນສະຖາບັນວິໄຈຂອງລັດຖະບານຣັດເຊຍ ໄດ້ສຳເລັດການທົດລອງດ້ານຄລີນິກ ສຳລັບວັກແຊັງຕ້ານໂຄວິດ – 19 ແລະ ກຳລັງຢູ່ໃນຂັ້ນຕອນການຮ່າງເອກະສານເພື່ອຂຶ້ນທະບຽນ ພ້ອມລະບຸວ່າບຸກຄະລາກອນທາງການແພດ ແລະ ຄູອາຈານ ຈະໄດ້ຮັບວັກແຊັງດັ່ງກ່າວນີ້ເປັນກຸ່ມທຳອິດ ກ່ອນຈະຂະຫຍາຍສູ່ກຸ່ມຄົນອື່ນໆໃນເດືອນຕຸລາຈະເຖິງນີ້ ແລະ ຈະແຈກຢາຍຢ່າງກວ້າງຂວາງ.

ລາຍງານລະບຸວ່າ: ວັກແຊັງຕ້ານໂຄວິດ – 19 ຊະນິດນີ້ ຫຼື ສູດນີ້ຈະຖືກຮັບຮອງທາງກົດໝາຍຂອງຣັດເຊຍໃນເດືອນສິງຫານີ້, ຫຼັງຈາກນັ້ນຈະແຈກຢາຍໃຫ້ບຸກຄະລາກອນທາງການແພດ ແລະ ຄູ – ອາຈານ.

ຂໍ້ມູນຈາກອົງການອະນາໄມໂລກ ໃຫ້ຮູ້ວ່າ: ປັດຈຸບັນທົ່ວໂລກກຳລັງເລັ່ງພັດທະນາວັກແຊັງ ປະມານ 100 ຊະນິດ ຫຼື ສູດ ເພື່ອນຳມາຢັບຢັ້ງການແຜ່ລະບາດຂອງພະຍາດໂຄວິດ – 19 ມາຮອດປັດຈຸບັນ ວັກແຊັງຢ່າງໜ້ອຍ 4 ສູດ ກຳລັງຢູ່ໃນຂັ້ນຕອນການທົດລອງກັບມະນຸດຂັ້ນສຸດທ້າຍ, ໃນນັ້ນ 3 ສູດຖືກພັດທະນາໃນ ສປ ຈີນ ແລະ ອີກ 1 ສູດໃນຢູ່ອັງກິດ.