ສ້າງຄົນຮຸ່ນໃໝ່ໃຫ້ກາຍເປັນມືອາຊີບດ້ານອະສັງຫາ

178

ບໍລິສັດ ຈະເລີນນະຄອນ ພັດທະນາອະສັງຫາ ຈໍາກັດ ໄດ້ຈັດງານສໍາມະນາພາຍໃຕ້ຫົວຂໍ້ “ ເຕັກນິກການຊື້ – ຂາຍອະສັງຫາ ເພື່ອເປັນການແບ່ງປັນ ຄວາມຮູ້, ປະສົບການດ້ານທຸລະກິດອະສັງຫາໃນລາວ ເພື່ອໃຫ້ຜູ້ປະກອບການທົ່ວໄປ, ນັກຮຽນ – ນັກສຶກສາທີ່ສົນໃຈເຮັດທຸລະກິດດ້ານນີ້ ຫຼື ຜູ້ທີ່ຕ້ອງການເປັນນາຍໜ້າຊື້ – ຂາຍອະສັງຫາ ໂດຍສະເພາະແມ່ນປະເພດດິນປຸກສ້າງ, ບ້ານຈັດສັນ, ເຮືອນໃຫ້ເຊົ່າ, ຄອນໂດ ແລະ ອື່ນໆ ຫວັງເປັນຈຸດລິເລີ່ມກະຕຸ້ນໃຫ້ຄົນຮຸ່ນໃໝ່ທີ່ມັກໃນດ້ານນີ້, ມີທັກສະໃນການເປັນນາຍໜ້າຊື້ – ຂາຍແບບມືອາຊີບ.

ທ່ານ ທັດສະນະຈອນ ບຸນທັນ ຜູ້ອໍານວຍການໃຫຍ່ ບໍລິສັດ ຈະເລີນນະຄອນ ພັດທະນາອະສັງຫາ ຈໍາກັດ ກ່າວວ່າ: ການຈັດງານສໍາມະນາຄັ້ງນີ້ເປັນເທື່ອທໍາອິດ ພາຍຫຼັງທີ່ປະກາດຜ່ານທາງສື່ອອນລາຍ ເພື່ອຊອກຫາຄົນທີ່ສົນໃຈເຮັດທຸລະກິດດ້ານນີ້ ໂດຍສະເພາະແມ່ນການເປັນນາຍໜ້າຊື້ – ຂາຍອະສັງຫາໃຫ້ເຂົ້າມາຮ່ວມງານ. ທັງເປັນເວທີແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ກ່ຽວກັບເຕັກນິກ, ວິທີການ, ກົນລະຍຸດ ແລະ ການຕະຫຼາດທີ່ກ່ຽວຂ້ອງ.

ສໍາລັບເນື້ອໃນການສໍາມະນາແບ່ງອອກເປັນ 4 ຫົວຂໍ້ໃຫຍ່ ຄື: 1). ການແນະນຳໃຫ້ຄວາມຮູ້ກ່ຽວກັບທຸລະກິດອະສັງຫາ; 2). ໂອກາດຂອງທຸລະກິດອະສັງຫາໃນລາວ; 3). ເຄັດລັບ ແລະ ວິທີການເປັນນາຍໜ້າຊື້ – ຂາຍ; 4). ວິທີເອົາຕົວລອດໃນຍຸກໃໝ່ ( New Normal ).

ສໍາມະນາກອນທ່ານໜຶ່ງໃຫ້ສໍາພາດວ່າ: ເຫດຜົນທີ່ເຂົ້າມາຮ່ວມໃນງານສໍາມະນາ ເນື່ອງຈາກເປັນງານບໍ່ມີຄ່າໃຊ້ຈ່າຍ, ທັງເປັນງານທີ່ເນັ້ນແລກປ່ຽນ ຄວາມຮູ້ກ່ຽວກັບອະສັງຫາທົ່ວໄປ ທີ່ຈະສາມາດສ້າງລາຍຮັບໃນເວລາວ່າງ ຫຼື ອາດຈະຖືເປັນອາຊີບເສີມກໍໄດ້ ເພາະການເປັນນາຍໜ້າຊື້ – ຂາຍ ທຸກຄົນສາມາດເຮັດໄດ້, ຂໍແຕ່ມີ ຄວາມມັກໃນການຂາຍກໍສາມາດເຮັດເປັນທຸລະກິດໄດ້.

ງານດັ່ງກ່າວຈັດຂຶ້ນໃນວັນເສົາທີ 1 ສິງຫາ 2020 ຜ່ານມາ, ທີ່ບໍລິສັດຈະເລີນນະຄອນ ພັດທະນາອະສັງຫາ ຈໍາກັດ, ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງເປັນການບັນຍາຍຂອງ ທ່ານ ທັດສະນະຈອນ ບຸນທັນ ຜູ້ອໍານວຍການໃຫຍ່ບໍລິສັດ, ທ່ານ ນາງ ບົວພັນ ມິດດາວົງ ອໍານວຍການ ບໍລິສັດ ມິດດາວົງ ອະສັງຫາ ແລະ ການລົງທຶນ, ທ່ານ ຈະເລີນໄຊ ຣັດຕະນາວີ ທີ່ປຶກສາຝ່າຍການຕະຫຼາດ ບໍລິສັດ ຈະເລີນນະຄອນ ພັດທະນາອະສັງຫາ ຈໍາກັດ ພ້ອມດ້ວຍວິທະຍາກອນ 20 ກວ່າຄົນເຂົ້າຮ່ວມ.