Monthly Archives: September, 2019

ເຮັດນໍ້າຢາໄລ່ຍຸງເອງ ສູດງ່າຍປອດໄພຫາຍກັງວົນເລື່ອງງົບ

ຫຼາຍຄົນອາດເຄີຍມີບັນຫາທີ່ວ່າ ໄຕ້ຢາກັນຍຸງກໍແລ້ວ ສີດຢາຂ້າຍຸງກໍແລ້ວ ແຕ່ຍຸງກໍຍັງມາກວນໃຈ ຍັງມາກັດເຮົາໄດ້ ແຖມຍັງແຜ່ເຊື້ອອັນເປັນອັນຕະລາຍເຮັດໃຫ້ເຮົາ, ຄອບຄົວ ສ່ຽງຕໍ່ການເປັນໄຂ້ຍຸງ, ໄຂ້ມາເລເລຍ, ໄຂ້ເລືອດອອກໄດ້. ດັ່ງນັ້ນນອກຈາກການປະຕິບັດ 5 ປໍ (ປົກ, ປິດ, ປ່ຽນ, ປ່ອຍ, ປະຕິບັດ) ເພື່ອປ້ອງກັນການເກີດ ແລະ ແຜ່ພັນຂອງຍຸງແລ້ວ ແອັດມິນນໍາເອົາ 1 ສູດກ່ຽວກັບການເຮັດນ້ຳຢາໄລ່ຍູງສູດປອດໄພ, ບໍ່ມີສານອັນຕະລາຍທໍາຮ້າຍຮ່າງກາຍເຮົາຄືຢາຂ້າຍຸງ,...

ໂລກສ່ຽງປະເຊີນໄພທໍາມະຊາດໜັກໜ່ວງ ນາໆຊາດຕ້ອງເລັ່ງແກ້ບັນຫາ

ອຸຕຸນິຍົມວິທະຍາໂລກ ເຜີຍແຜ່ບົດລາຍງານອຸນຫະພູມໂລກຮ້ອນສູງຂຶ້ນເປັນປະຫວັດສາດ ຊີ້ໃນໄລຍະ 5 ປີ ທີ່ຜ່ານມາ ມີຄ່າສະເລ່ຍ 1,1 ອົງສາ ຮຽກຮ້ອງຜູ້ນໍາທົ່ວໂລກຮ່ວມມືກັນແກ້ໄຂບັນຫາຢ່າງຈິງຈັງ. ອົງການອຸຕຸນິຍົມວິທະຍາໂລກ ໜຶ່ງໃນອົງກອນຂອງສະຫະປະຊາຊາດ ຫຼື ສປຊ ໄດ້ເຜີຍແຜ່ບົດລາຍງານທາງວິທະຍາສາດເມື່ອຕົ້ນອາທິດນີ້ ໂດຍຊີ້ໃຫ້ເຫັນບັນຫາພາວະໂລກຮ້ອນ, ລະດັບນໍ້າທະເລເພີ່ມຂຶ້ນ ແລະ ການປ່ອຍອາຍພິດເຮືອນແກ້ວເພີ່ມຂຶ້ນຢ່າງໄວວາ ນັບຕັ້ງແຕ່ປີ 2014 ເປັນຕົ້ນມາ ຈົນເຖິງປີ 2019 ໂດຍລະບຸວ່ານາໆຊາດຕ້ອງເພີ່ມຄວາມພະຍາຍາມ...

ອັດຕະປືຕ້ອງການຢ່າງໜ້ອຍ 10 ຕື້ກີບຟື້ນຟູ 5 ເມືອງຫຼັງນໍ້າຖ້ວມ

ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງອັດຕະປື ເລັ່ງເກັບກຳຜົນເສຍຫາຍທີ່ແທ້ຈິງ ເພື່ອສ້າງແຜນຟື້ນຟູແກ້ໄຂບັນຫາອັນຮີບດ່ວນຫຼັງນໍ້າບົກແຫ້ງລົງ, ຮອງເຈົ້າແຂວງຊີ້ແຈງຕ້ອງການງົບປະມານ 10 ຕື້ກີບ ເພື່ອຟື້ນຟູພື້ນທີ່ໆໄດ້ຮັບຄວາມເສຍຫາຍຈາກນໍ້າຖ້ວມ.   ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງໆອັດຕະປື ທັງເປັນປະທານ ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງ ໄດ້ໃຫ້ຮູ້ວ່າ: ໄພພິບັດນໍ້າຖ້ວມທີ່ເກີດຂຶ້ນຢູ່ ແຂວງອັດຕະປື ໄດ້ເລີ່ມແຕ່ວັນທີ 2-10 ກັນຍາ ຜ່ານມາ, ເຊິ່ງໄດ້ຮັບຜົນກະທົບຢ່າງໜັກໜ່ວງຢູ່ໃນ...

ປີ2100ລະດັບນໍ້າທະເລຈະສູງກວ່າປັດຈຸບັນ100ເທົ່າ

ມີການຄາດຄະເນວ່າ:ລະດັບນໍ້າທະເລໃນສະຕະວັດຫຼັງຈາກປີ2100ຍິ່ງຈະຮ້າຍແຮງຂຶ້ນໄປອີກໂດຍຄາດຄະເນວ່າລະດັບນໍ້າທະເລຈະສູງກວ່າປັດຈຸບັນ100ເທົ່າ. ທ່ານ ເຈນ ລູບເຊນໂຄ ອະດີດຜູ້ອໍານວຍການອົງການບໍລິຫານສະໝຸດສາດ ແລະ ບັນຍາກາດແຫ່ງຊາດອາເມຣິກາ ແລະ ປະທານຮ່ວມຄະນະກໍາມະການລະດັບສູງເພື່ອເສດຖະກິດທາງທະເລກ່າວວ່າ:ຜົນກະທົບຈາກລະດັບນໍ້າທະເລທີ່ສູງຂຶ້ນເປັນຜົນມາຈາກການທີ່ອຸນຫະພູມໂລກສູງຂຶ້ນ. ໃນກໍລະນີີທີ່ລະດັບນໍ້າທະເລສູງຂຶ້ນຫຼາຍຄື້ນພາຍຸຊັດຝັ່ງທີ່ເກີດຈາກພາຍຸໄຊໂຄລນເຊິ່ງເກີດຂຶ້ນບໍ່ເລື້ອຍໆໃນປະຫວັດສາດຢ່າງໃນໄລຍະ100ປີທີ່ຜ່ານມາຈະກາຍເປັນເຫດການທີ່ເກີດຂຶ້ນເປັນປົກກະຕິໃນປີ2100. ນອກຈາກນີ້,ຜົນການສຶກສາຄວາມເປັນກົດຂອງນໍ້າທະເລສະແດງໃຫ້ເຫັນວ່າການປ່ຽນແປງຂອງອາກາດກໍາລັງເຮັດໃຫ້ຄວາມເປັນກົດປ່ຽນໄປເຊິ່ງນັ້ນໝາຍເຖິງແລວປາກາລັງ ແລະ ຈໍານວນປາເຊິ່ງອາດຈະຫຼຸດຈໍານວນລົງຫຼາຍ.      

ເດັກນ້ອຍອິນໂດ ກວ່າ 10 ລ້ານຄົນ ສ່ຽງເປັນພະຍາດທາງເດີນຫາຍໃຈ

ຢູນິເຊັບ ຊີ້ວ່າ: ເດັກນ້ອຍອິນໂດເນເຊຍ ກວ່າ 10 ລ້ານຄົນ ສ່ຽງເປັນພະຍາດທາງເດີນຫາຍໃຈ ຈາກບັນຫາໝອກຄວັນ. ອົງການທຶນເພື່ອເດັກນ້ອຍແຫ່ງສະຫະປະຊາຊາດ ຫຼື ຢູນິເຊັບ ອອກຖະແຫຼງການ ວ່າ: ບັນຫາໝອກຄວັນຈາກການຈູດປ່າໄດ້ສ້າງມົນລະພິດທາງອາກາດ ເຮັດໃຫ້ເດັກນ້ອຍ    ອິນໂດເນເຊຍ ກວ່າ 10 ລ້ານຄົນ ສ່ຽງເປັນພະຍາດທາງເດີນຫາຍໃຈ. ບັນຫາໝອກຄວັນໄດ້ເກີດຂຶ້ນໃນຫຼາຍຂົງເຂດຂອງປະເທດໃນອາຊຽນ ສົ່ງຜົນກະທົບຕໍ່ການຈະລາຈອນທາງອາກາດ ແລະ ຜູ້ຄົນຕ້ອງຊື້ໜ້າກາກປ້ອງກັນຝຸ່ນລະອອງມາໃສ່. ນອກຈາກນີ້, ໃນບາງເຂດຕ້ອງປະກາດຢຸດການຮຽນ...

ຈີນເປີດນໍາໃຊ້ສະໜາມບິນຕ້າຊິງຢາງເປັນທາງການ

ເມື່ອບໍ່ດົນມານີ້,ທ່ານ ສີ ຈິ້ນຜິງ ປະທານປະເທດແຫ່ງສປ ຈີນປະກາດເປີດນໍາໃຊ້ສະໜາມບິນສາກົນ ຕ້າຊິງ ມູນຄ່າ63ຕື້ໂດລາຢ່າງເປັນທາງການເຊິ່ງພ້ອມໃຫ້ບໍລິການກ່ອນໜ້າຄົບຮອບ70ປີຂອງການສ້າງຕັ້ງສາທາລະນະລັດ ປະຊາຊົນຈີນໃນເດືອນ ຕຸລາທີ່ຈະເຖິງນີ້. ໂຄງການນີ້ມີມູນຄ່າ4,5ຮ້ອຍຕື້ຢວນຫຼື63ຕື້ໂດລາ ແລະ ກໍ່ສ້າງສໍາເລັດພາຍໃນໄລຍະບໍ່ເຖິງ5ປີເຊິ່ງຈະຊ່ວຍສົ່ງເສີມການຂະຫຍາຍຕົວທາງເສດຖະກິດໂດຍສະໜາມບິນແຫ່ງນີ້ຖືກຍ້ອງຍໍຊົມເຊີຍວ່າເປັນແຫຼ່ງການພັດທະນາແຫ່ງໃໝ່ທີ່ຊົງພະລັງ,ໃນພິທີເປີດທ່ານ ສີ ແລະ ການນໍາລະດັບສູງເຂົ້າຮ່ວມ. ສະໜາມບິນຮູບນົກຟີນິກທີ່ມີຕົວຫຍໍ້ ພີເຄເອັກຊ໌ຕັ້ງຢູ່ທາງທິດໃຕ້ຂອງນະຄອນຫຼວງ ປັກກິງຈະຊ່ວຍຫຼຸດຄວາມໜາແໜ້ນໃຫ້ກັບສະໜາມບິນສາກົນທີ່ມີທາງທິດຕາເວັນອອກສຽງເໜືອຂອງເມືອງຫຼວງເຊິ່ງມີຂໍ້ຈໍາກັດດ້ານຄວາມຈຸຜູ້ໂດຍສານຈົນສົ່ງຜົນໃຫ້ຖ້ຽວບິນເກີດຄວາມຫຼ້າຊ້າ. ທັງນີ້,ສະໜາມບິນແຫ່ງໃໝ່ນີ້ຖືກອອກແບບໂດຍທ່ານ ຊາຮາ ຮາດິດ ສະຖາປານິກອີຣັກໂດຍສະໜາມບິນແຫ່ງໃໝ່ນີ້ມີ4ຣັນເວ ແລະ ມີອາຄານຜູ້ໂດຍສານທີ່ໃຫຍ່ທີ່ສຸດໃນໂລກ ແລະ ຄາດຄະເນວ່າຈະສາມາດຮອງຮັບຜູ້ໂດຍສານໄດ້ຫຼາຍເຖິງ100ລ້ານຄົນຕໍ່ປີ.      

ເມືອງແຄນເບີຣາ ປະເທດອົດສະຕຣາລີ ມີມະຕິໃຫ້ກັນຊາຖືກກົດໝາຍ

ນະຄອນຫຼວງແຄນເບີຣາ ປະເທດອົດສະຕຣາລີ ກາຍເປັນເມືອງທຳອິດໃນປະເທດ ລົງມະຕິອອກກົດໝາຍຮັບຮອງ ການນຳໃຊ້ ແລະ ການປູກກັນຊາ ໃນປະລິມານໜ້ອຍ ໃຫ້ຖືກຕ້ອງຕາມກົດໝາຍ. ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງແຄນເບີຣາ ປະເທດອົດສະຕຣາລີ ເມື່ອວັນພຸດ ທີ 25 ກັນຍາ ວ່າ ສະມາຊິກສະພາເຂດນະຄອນຫຼວງປະເທດອົດສະຕຣາລີ ຫຼື ເອຊີທີ (ACT: Australian Capital Territory) ເຂດປົກຄອງຕົນເອງ ໃນລັດນິວ...

ແຮັບປີ້ ຊີ້ ອີໂວ ເປັນຮອງ ລາວໂຕໂຢຕ້າ ແຕ່ຂໍສູ້ຢ່າງດຽວນັດບານເຕະຊີງຂັນ ສຕລ ເສົານີ້

ຮອງປະທານສະໂມສອນ ອີໂວ ຢູໄນເຕັດ ນ້ອງໃໝ່ ເປບຊີ ລາວພຣີເມຍລີກ ຍອມຮັບທີມເປັນຮອງ ລາວໂຕໂຢຕ້າ ເອັຟຊີ ແຊັມລາວພຣີເມຍລີກ 2019 ໃນນັດຊີງບານເຕະຊີງຂັນ ສຕລ ຄອມມານໂດ 2019 ( Commando LFF CUP 2019 ) ໃນວັນເສົາທີ 28 ກັນຍາ...

ເສດຖະກິດຈີນ ອາດບໍ່ຂະຫຍາຍຕົວຕາມເປົ້າໝາຍ

ນັກເສດຖະສາດຈາກທະນາຄານ ເອເອັນແຊັດ ຊີ້ວ່າ: ເສດຖະກິດຈີນ ມີຄວາມສ່ຽງທີ່ຈະມີການຂະຫຍາຍຕົວຕໍ່າກວ່າເປົ້າໝາຍຂອງລັດຖະບານຕັ້ງໄວ້ ທີ່ລະດັບ 6% ໃນໄຕມາດ 3 ຂອງປີນີ້. ທ່ານ ຊິງ ຈ້າວເຜິງ ນັກເສດຖະສາດຈາກທະນາຄານ ເອເອັນແຊັດ ກ່າວວ່າ: ເສດຖະກິດຈີນ ມີຄວາມສ່ຽງທີ່ຈະຂະຫຍາຍຕົວຕໍ່າກວ່າເປົ້າໝາຍທີ່ລັດຖະບານຕັ້ງເປົ້າໄວ້ ທີ່ລະດັບ 6,1%. ທັງນີ້, ການຂະຫຍາຍຕົວຂອງເສດຖະກິດຈີນ ຈະຫຼຸດໜ້ອຍຖອຍລົງໃນໄຕມາດນີ້ເປັນຕົ້ນໄປ ໂດຍຕໍ່າກວ່າລະດັບ 6,2%...

ຄວາມບໍ່ສະຫງົບໃນ ອາເມຣິກາ ສ້າງຄວາມເສຍຫາຍແກ່ເສດຖະກິດ

ເຫດການຄວາມຮ້າຍແຮງທາງສັງຄົມ ເປັນຕົ້ນການໃຊ້ອາວຸດປືນກໍ່ເຫດໃນສັງຄົມ ອາເມຣິກາ ໄດ້ສ້າງຄວາມເສຍຫາຍທາງເສດຖະກິດ ເປັນມູນຄ່າເຖິງ 229 ຕື້ໂດລາສະຫະລັດ ໃນແຕ່ລະປີຕົວເລກດັ່ງກ່າວ ເທົ່າກັບ 1,4% ຂອງ GDP ຂອງອາເມຣິກາ. ຄວາມເສຍຫາຍເຫຼົ່ານັ້ນປະກອບມີລາຍຮັບທີ່ເສຍໄປ, ການສູນເສຍລາຍໄດ້ຂອງຜູ້ໃຊ້ແຮງງານ ຫຼື ເຈົ້າຂອງທຸລະກິດ, ຄ່າໃຊ້ຈ່າຍໃຫ້ແກ່ການເຄື່ອນໄຫວຂອງເຈົ້າໜ້າທີ່ຕໍາຫຼວດ ລວມເຖິງຄ່າໃຊ້ຈ່າຍໃຫ້ແກ່ການປິ່ນປົວດ້ານການແພດ. ບົດລາຍງານ ຊີ້ວ່າ: ລັດມີຊີຊິບປີ ແລະ ລັດອາລາບາມາ ມີຄ່າໃຊ້ຈ່າຍໃຫ້ແກ່ການແກ້ໄຂບັນດາເຫດການຮ້າຍແຮງດ້ວຍການໃຊ້ອາວຸດປືນແມ່ນຢູ່ໃນລະດັບສູງສຸດ ຫຼາຍກວ່າລັດອື່ນໆຂອງ...
- Advertisment -
Slide
Slide

Most Read

error: Content is protected !!