ແຮັບປີ້ ຊີ້ ອີໂວ ເປັນຮອງ ລາວໂຕໂຢຕ້າ ແຕ່ຂໍສູ້ຢ່າງດຽວນັດບານເຕະຊີງຂັນ ສຕລ ເສົານີ້

78

ຮອງປະທານສະໂມສອນ ອີໂວ ຢູໄນເຕັດ ນ້ອງໃໝ່ ເປບຊີ ລາວພຣີເມຍລີກ ຍອມຮັບທີມເປັນຮອງ ລາວໂຕໂຢຕ້າ ເອັຟຊີ ແຊັມລາວພຣີເມຍລີກ 2019 ໃນນັດຊີງບານເຕະຊີງຂັນ ສຕລ ຄອມມານໂດ 2019 ( Commando LFF CUP 2019 ) ໃນວັນເສົາທີ 28 ກັນຍາ 2019 ເວລາ 16:00 ໂມງ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ພ້ອມຊີ້ວ່າ ມາຮອດຈຸດນີ້ພວກເຮົາມີໜ້າທີ່ດຽວຄືສູ້ໃຫ້ເຖິງທີ່ສຸດ.

ທ່ານ ແຮັບປີ້ ສີສົມພອນ ກາຍເປັນຮອງປະທານສະໂມສອນ ແລະ ນັກເຕະໃນຄົນໆດຽວກັນ ຫຼັງໄດ້ລົງແຂ່ງຂັນໃນຖານະຕົວສໍາຮອງຂອງ ອີໂວ ຢູໄນເຕັດ ໃນຮອບ 4 ທີມສຸດທ້າຍ ເມື່ອວັນທີ 24 ສິງຫາ 2019 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ໃນນັດທີ່ທີມສາມາດລົ້ມ ຊ້າງນ້ອຍ ເອັຟຊີ ໄປແບບເກີນຄວາມຄາດໝາຍ  1 – 0 ທັງທີ່ເປັນຮອງທຸກຢ່າງຜ່ານເຂົ້າຮອບຊີງຊະນະເລີດພົບກັບ ລາວໂຕໂຢຕ້າ ເອັຟຊີ ທີ່ເອົາຊະນະ ປກສ ເອັຟຊີ 2 – 0 ໃນຮອບຮອງຊະນະເລີດ.

ຫຼ້າສຸດ ທ່ານ ແຮັບປີ້ ເປີດເຜີຍຕໍ່ທີມຂ່າວໜັງສືພິມ ເສດຖະກິດ – ການຄ້າ ກ່ອນການແຂ່ງຂັນ ວ່າ: ປັດຈຸບັນ ພວກເຮົາມີ ຄວາມພ້ອມປະມານ 70% ໂດຍອາທິດທີ່ຜ່ານມາ ພວກເຮົາເນັ້ນຊ້ອມເລື່ອງພາລະກໍາລັງ ແລະ ອາທິດນີ້ເນັ້ນເຕັກນິກຕ່າງໆ ໂດຍລວມເຮົາເປັນຮອງໃນເລື່ອງປະສົບການ ແລະ ນັກເຕະກໍຄົນລະໆດັບກັນ. ຢ່າງໃດກໍຕາມ, ພວກເຮົາມີໜ້າທີ່ດຽວຄືສູ້ໃຫ້ເຖິງທີ່ສຸດ ແລະ ມາຮອດນີ້ຖືວ່າມີໄຊແລ້ວ ແຕ່ຖ້າໄດ້ແຊັມອີກກໍເປັນກຳໄລຂອງພວກເຮົາ.

“ ດັ່ງທີ່ຮູ້ ນັດໃນຮອບ 4 ທີມທີ່ຂ້ອຍໄດ້ລົງຫຼິ້ນໃຫ້ກັບ ອີໂວ ເນື່ອງຈາກໃນຮອບຂາກັບຂອງ ເປບຊີ ລາວພຣີເມຍລີກ ຫຼັງມີຊື່ໃນທີມເພື່ອສໍາຮອງໄວ້ ເພາະນັກເຕະຂອງທີມໄດ້ຮັບບາດເຈັບຫຼາຍ ລວມເຖິງລາຍການບານເຕະຊີງຂັນ ສຕລ ຄອມມານໂດ ແມ່ນສາມາດໃຊ້ນັກເຕະຕ່າງປະເທດໄດ້ພຽງ 2 ຄົນລົງສະໜາມ ຈົນມາເຖິງປັດຈຸບັນທີມເຮົາຍັງມີບັນຫານັກເຕະເຈັບ ແລະ ຄວາມຟິດຂອງນັກເຕະຕົວເກັ່ງຊາວເກົາຫຼີ ທີ່ກຳລັງຟື້ນຟູກັນຢູ່. ດັ່ງນັ້ນ, ພວກເຮົາຕ້ອງເລັ່ງຟື້ນຟູຮ່າງກາຍຂອງນັກເຕະໃຫ້ພ້ອມທີ່ສຸດ ເພື່ອຈະສູ້ໃຫ້ໄດ້ຕະຫຼອດ 90 ນາທີ ” ທ່ານ ແຮັບປີ້ ກ່າວ.

ສໍາລັບຜົນງານໃນລີກ ອີໂວ ຢູໄນເຕັດ ສ້າງຜົນງານໄດ້ຕົກຕໍ່າລົງສະໜາມ 15 ນັດ  ຊະນະໄດ້ພຽງ 2, ສະເໝີ 2 ແລະ ເສຍ 11 ນັດ ມີ 8 ຄະແນນ ຢູ່ອັນດັບທ້າຍຂອງຕາຕະລາງ ກົງກັນຂ້າມກັບ ລາວໂຕໂຢຕ້າ ເອັຟຊີ ລົງສະໜາມ 15 ນັດ ຊະນະ 12, ສະເໝີ 1 ແລະ ເສຍ 2 ນັດ ມີ 37 ຄະແນນ ຄວ້າແຊັມໄປຄອງ.

ຂະນະທີ່ເສັ້ນທາງສູ່ຮອບຊີງຊະນະເລີດຂອງ ອີໂວ ຢູໄນເຕັດ ໃນລາຍການບານເຕະຊີງຂັນ ສຕລ ຄອມມານໂດ 2019 ລົງສະໜາມນັດທໍາອິດຮອບ 16 ທີມ ຊະນະ ມຊ ເອັຟຊີ 1 – 0, ຮອບ 8 ທີມສຸດທ້າຍ ຊະນະ ທຣີນີຕີ ເອັຟຊີ 8 – 2 ແລະ ຮອບ 4 ທີມ ຊະນະ ຊ້າງນ້ອຍ ເອັຟຊີ ໄປຫວຸດຫວິດ 1 – 0 ຜ່ານເຂົ້າຮອບຊີງຊະນະເລີດ, ສ່ວນ ລາວໂຕໂຢຕ້າ ເອັຟຊີ ຮອບ 16 ທີມ ຊະນະ ວຽງຈັນ ເອັຟທີ 9 – 0, ຮອບ 8 ທີມ ຊະນະ ເຄພີເອັສ 15 – 0 ແລະ ຮອບ 4 ທີມ ຊະນະ ປກສ ເອັຟຊີ 2 – 0 ຜ່ານເຂົ້າລຸ້ນແຊັມລາຍການທີ 2 ຂອງປີ 2019.

( ຄໍາສອນ; ຮູບຈາກ: AP )