ເສດຖະກິດຈີນ ອາດບໍ່ຂະຫຍາຍຕົວຕາມເປົ້າໝາຍ

139

ນັກເສດຖະສາດຈາກທະນາຄານ ເອເອັນແຊັດ ຊີ້ວ່າ: ເສດຖະກິດຈີນ ມີຄວາມສ່ຽງທີ່ຈະມີການຂະຫຍາຍຕົວຕໍ່າກວ່າເປົ້າໝາຍຂອງລັດຖະບານຕັ້ງໄວ້ ທີ່ລະດັບ 6% ໃນໄຕມາດ 3 ຂອງປີນີ້.

ທ່ານ ຊິງ ຈ້າວເຜິງ ນັກເສດຖະສາດຈາກທະນາຄານ ເອເອັນແຊັດ ກ່າວວ່າ: ເສດຖະກິດຈີນ ມີຄວາມສ່ຽງທີ່ຈະຂະຫຍາຍຕົວຕໍ່າກວ່າເປົ້າໝາຍທີ່ລັດຖະບານຕັ້ງເປົ້າໄວ້ ທີ່ລະດັບ 6,1%. ທັງນີ້, ການຂະຫຍາຍຕົວຂອງເສດຖະກິດຈີນ ຈະຫຼຸດໜ້ອຍຖອຍລົງໃນໄຕມາດນີ້ເປັນຕົ້ນໄປ ໂດຍຕໍ່າກວ່າລະດັບ 6,2% ໃນໄຕມາດ 2 ເຊິ່ງເປັນລະດັບຕໍ່າທີ່ສຸດໃນຮອບເກືອບ 30  ປີ.

ກ່ອນໜ້ານີ້, ລັດຖະບານຈີນ ຕັ້ງເປົ້າການຂະຫຍາຍຕົວທາງເສດຖະກິດ ທີ່ລະດັບ 6 – 6,5% ສໍາລັບປີນີ້ ໂດຍຫວັງວ່ານະໂຍບາຍຊຸກຍູ້ເສດຖະກິດຂອງລັດຖະບານ ຈະຊ່ວຍຟື້ນຄືນເສດຖະກິດໄດ້.

ແມ່ນແຕ່ ທ່ານ ຫຼີ ເຄີສຽງ ນາຍົກລັດຖະມົນຕີຂອງຈີນ ຍັງຍອມຮັບວ່າເປັນເລື່ອງຍາກຫຼາຍທີ່ຈະຮັກສາອັດຕາການຂະຫຍາຍຕົວຂອງ ຈີດີພີ ໄວ້ທີ່ 6% ຫຼື ຫຼາຍກວ່ານີ້ ເນື່ອງຈາກປັດໄຈສ່ຽງຈາກພາຍນອກປະເທດມີຫຼາຍດ້ານ ແລະ ມີຄວາມສັບຊ້ອນ. ນາຍົກຈີນກ່າວຕື່ມວ່າ: ຈີນ ເຊິ່ງມີຂະໜາດເສດຖະກິດໃຫຍ່ເປັນອັນດັບ 2 ຂອງໂລກ ກໍາລັງຖືກກົດດັນຈາກພາວະຂາລົງທາງເສດຖະກິດ ເນື່ອງຈາກການຂະຫຍາຍຕົວຂອງເສດຖະກິດໂລກຊ້າລົງ ຄຽງຄູ່ກັບການແຜ່ອິດທິພົນຂອງລັດທິສະກັດກັ້ນການຄ້າ.

ສໍານັກງານສະຖິຕິແຫ່ງຊາດຈີນ ລາຍງານຕົວເລກທາງເສດຖະກິດຂອງປະເທດ ປະຈໍາໄຕມາດ 2 ຂອງປີນີ້ ວ່າຂະຫຍາຍຕົວ 6,2% ຕໍ່າທີ່ສຸດ ນັບຕັ້ງແຕ່ເດືອນມີນາ 1992 ແລະ ຫຼຸດລົງຈາກໄຕມາດ 1 ເຊິ່ງມີອັດຕາການຂະຫຍາຍຕົວ ຢູ່ທີ່ 6,4% ແຕ່ລັດຖະບານຈີນ ເຫັນວ່າຍັງຢູ່ໃນລະດັບເປົ້າໝາຍທີ່ກໍານົດໄວ້ຄືລະຫວ່າງ 6% – 6,5% ຕະຫຼອດປີນີ້, ຂະນະທີ່ອັດຕາການຂະຫຍາຍຕົວຂອງເສດຖະກິດໃນໄລຍະຕົ້ນປີນີ້ຢູ່ທີ່ 6,3% ເມື່ອປຽບທຽບກັບຕະຫຼອດປີກ່ອນ ເຊິ່ງຢູ່ທີ່ 6,5%.