ເຮັດນໍ້າຢາໄລ່ຍຸງເອງ ສູດງ່າຍປອດໄພຫາຍກັງວົນເລື່ອງງົບ

232

ຫຼາຍຄົນອາດເຄີຍມີບັນຫາທີ່ວ່າ ໄຕ້ຢາກັນຍຸງກໍແລ້ວ ສີດຢາຂ້າຍຸງກໍແລ້ວ ແຕ່ຍຸງກໍຍັງມາກວນໃຈ ຍັງມາກັດເຮົາໄດ້ ແຖມຍັງແຜ່ເຊື້ອອັນເປັນອັນຕະລາຍເຮັດໃຫ້ເຮົາ, ຄອບຄົວ ສ່ຽງຕໍ່ການເປັນໄຂ້ຍຸງ, ໄຂ້ມາເລເລຍ, ໄຂ້ເລືອດອອກໄດ້.

ດັ່ງນັ້ນນອກຈາກການປະຕິບັດ 5 ປໍ (ປົກ, ປິດ, ປ່ຽນ, ປ່ອຍ, ປະຕິບັດ) ເພື່ອປ້ອງກັນການເກີດ ແລະ ແຜ່ພັນຂອງຍຸງແລ້ວ ແອັດມິນນໍາເອົາ 1 ສູດກ່ຽວກັບການເຮັດນ້ຳຢາໄລ່ຍູງສູດປອດໄພ, ບໍ່ມີສານອັນຕະລາຍທໍາຮ້າຍຮ່າງກາຍເຮົາຄືຢາຂ້າຍຸງ, ສີດຍຸງບາງຊະນິດ.
ກ່ອນອື່ນເຮົາຕ້ອງກຽມສ່ວນປະສົມ ສະບູຍີ່ຫໍ່ຫຍັງກະໄດ້+ນ້ຳສົ້ມສາຍຊູ+ນ້ຳຕານຊາຍ

*

*

ວີທີເຮັດ:ເອົາສະບູເຄິ່ງກ້ອນຕັດເປັນຕ່ອນນ້ອຍໆແລ້ວມາປະສົມກັບນ້ຳສົ້ມສາຍຊູ ແລະ ນ້ຳຕານຊາຍ ຄົນໃຫ້ເຂົ້າກັນແລ້ວຖອກໃສ່ຖ້ວຍວາງຕາມແຈເຮືອນບ່ອນທີ່ຍຸງມັກອາໄສຢູ່… ຮັບຮອງຍຸງຈະບໍ່ມາກວນໃຈອີກ ທີ່ສຳຄັນທ່ານບໍ່ຕ້ອງກັງວົນເລື່ອງຜົນຂ້າງຄຽງຂອງສານເຄມີແຖມຕົ້ນທຶນຕ່ຳທີ່ສຸດ ລອງປະຕິບັດເບິ່ງເດີ້!!!