ອັດຕະປືຕ້ອງການຢ່າງໜ້ອຍ 10 ຕື້ກີບຟື້ນຟູ 5 ເມືອງຫຼັງນໍ້າຖ້ວມ

174

ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງອັດຕະປື ເລັ່ງເກັບກຳຜົນເສຍຫາຍທີ່ແທ້ຈິງ ເພື່ອສ້າງແຜນຟື້ນຟູແກ້ໄຂບັນຫາອັນຮີບດ່ວນຫຼັງນໍ້າບົກແຫ້ງລົງ, ຮອງເຈົ້າແຂວງຊີ້ແຈງຕ້ອງການງົບປະມານ 10 ຕື້ກີບ ເພື່ອຟື້ນຟູພື້ນທີ່ໆໄດ້ຮັບຄວາມເສຍຫາຍຈາກນໍ້າຖ້ວມ.

ในภาพอาจจะมี ท้องฟ้า, บ้าน, ต้นไม้, สถานที่กลางแจ้ง, น้ำ และธรรมชาติ

 

ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງໆອັດຕະປື ທັງເປັນປະທານ ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງ ໄດ້ໃຫ້ຮູ້ວ່າ: ໄພພິບັດນໍ້າຖ້ວມທີ່ເກີດຂຶ້ນຢູ່ ແຂວງອັດຕະປື ໄດ້ເລີ່ມແຕ່ວັນທີ 2-10 ກັນຍາ ຜ່ານມາ, ເຊິ່ງໄດ້ຮັບຜົນກະທົບຢ່າງໜັກໜ່ວງຢູ່ໃນ 5 ຕົວເມືອງຄື: ເມືອງສະໜາມໄຊ, ເມືອງພູວົງ, ເມືອງສາມັກຄີໄຊ, ເມືອງຊານໄຊ ແລະ ເມືອງໄຊເສດຖາ, ໃນນັ້ນມີ 86 ບ້ານທີ່ໄດ້ຮັບຜົນກະທົບ, ມີ 15.000 ກວ່າຄອບຄົວ, ລວມຈໍານວນປະຊາກອນ 52.000 ກວ່າຄົນ ໄດ້ຮັບຜົນກະທົບ ແລະ ເສຍຊີວິດອີກ 4 ຄົນ.

 

ในภาพอาจจะมี 1 คน, กำลังนั่ง และสถานที่ในร่ม

 

ສຳລັບ ແຜນການຟື້ນຟູຫຼັງຈາກນີ້, ທາງແຂວງຕ້ອງການຮີບດ່ວນແມ່ນເຂົ້າສານຈຳນວນຫຼາຍ. ນອກນີ້, ຍັງຕ້ອງການເຄື່ອງຄົວເຮືອນ, ບ່ອນນອນ ເຊິ່ງຄາດວ່າແຂວງມີຄວາມຕ້ອງການງົບປະມານທີ່ຈຳເປັນປະມານ 10 ຕື້ກວ່າກີບ ເພື່ອເລັ່ງຟື້ນຟູປັບປຸງພື້ນຖານໂຄງລ່າງ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ.

 

ในภาพอาจจะมี บ้าน, ท้องฟ้า และสถานที่กลางแจ้ง

ສ່ວນທິດທາງແກ້ໄຂບັນຫາຕ່າງໆໃນໄລຍະຮີບດ່ວນນີ້ ແມ່ນໄດ້ເນັ້ນໃສ່ການເກັບກຳຂໍ້ມູນຄືນໃໝ່ ໃຫ້ເປັນອັນລະອຽດຄັກແນ່ກ່ຽວກັບຜົນເສຍຫາຍທີ່ແທ້ຈິງ ເພື່ອສ້າງແຜນເປັນໂຄງການຟື້ນຟູທີ່ຊັດເຈນ.ພ້ອມດຽວກັນນັ້ນ ຈະສຸມໃສ່ສ້ອມແປງເສັ້ນທາງຄົມມະນາຄົມ ໃຫ້ໄດ້ໄປມາຫາສູ່ກັນໄດ້, ສະໜອງແນວພັນພືດຕ່າງໆ, ປັບປຸງຊົນລະປະທານ ເພື່ອສະໜອງນໍ້າໃຫ້ປະຊາຊົນເພາະປູກໃນລະດູແລ້ງທີ່ຈະມາເຖິງ.

 

ในภาพอาจจะมี ต้นไม้, ท้องฟ้า, พื้นหญ้า, ต้นพืช, เมฆ, ภูเขา, สถานที่กลางแจ้ง และธรรมชาติ

 

 

ຂໍ້ມູນ: ໜັງສືພິມວຽງຈັນທາຍ