ໂລກສ່ຽງປະເຊີນໄພທໍາມະຊາດໜັກໜ່ວງ ນາໆຊາດຕ້ອງເລັ່ງແກ້ບັນຫາ

94

ອຸຕຸນິຍົມວິທະຍາໂລກ ເຜີຍແຜ່ບົດລາຍງານອຸນຫະພູມໂລກຮ້ອນສູງຂຶ້ນເປັນປະຫວັດສາດ ຊີ້ໃນໄລຍະ 5 ປີ ທີ່ຜ່ານມາ ມີຄ່າສະເລ່ຍ 1,1 ອົງສາ ຮຽກຮ້ອງຜູ້ນໍາທົ່ວໂລກຮ່ວມມືກັນແກ້ໄຂບັນຫາຢ່າງຈິງຈັງ.

ອົງການອຸຕຸນິຍົມວິທະຍາໂລກ ໜຶ່ງໃນອົງກອນຂອງສະຫະປະຊາຊາດ ຫຼື ສປຊ ໄດ້ເຜີຍແຜ່ບົດລາຍງານທາງວິທະຍາສາດເມື່ອຕົ້ນອາທິດນີ້ ໂດຍຊີ້ໃຫ້ເຫັນບັນຫາພາວະໂລກຮ້ອນ, ລະດັບນໍ້າທະເລເພີ່ມຂຶ້ນ ແລະ ການປ່ອຍອາຍພິດເຮືອນແກ້ວເພີ່ມຂຶ້ນຢ່າງໄວວາ ນັບຕັ້ງແຕ່ປີ 2014 ເປັນຕົ້ນມາ ຈົນເຖິງປີ 2019 ໂດຍລະບຸວ່ານາໆຊາດຕ້ອງເພີ່ມຄວາມພະຍາຍາມ ຂຶ້ນເປັນ 3 ເທົ່າ ໃນການຄວບຄຸມບໍ່ໃຫ້ອຸນຫະພູມສູງເຖິງ 1,1 ອົງສາ ແລະ ເພີ່ມຄວາມພະຍາຍາມອີກ 5 ເທົ່າ ໃນການຄວບຄຸມບໍ່ໃຫ້ອຸນຫະພູມກາຍ 1,5 ອົງສາ.

ໃນບົດລາຍງານ ລະບຸວ່າ: ຄ່າສະເລ່ຍອຸນຫະພູມຂອງໂລກ ໃນໄລຍະ 5 ປີ ໂດຍເພີ່ມຂຶ້ນຫຼາຍກວ່າໃນໄລຍະກ່ອນສະໄໝອຸດສາຫະກໍາເຖິງ 1,1 ອົງສາ.

ການເຜີຍແຜ່ບົດລາຍງານດັ່ງກ່່າວ ເປັນການສົ່ງສັນຍານໄປເຖິງກອງປະຊຸມສະໄໝພິເສດ ວ່າດ້ວຍການປ່ຽນແປງອາກາດໂລກຂອງຜູ້ນໍາ ຈາກ 60 ປະເທດທົ່ວໂລກ ທີ່ນະຄອນນິວຢອກ ສະຫະລັດອາເມຣິກາ ເມື່ອບໍ່ດົນມານີ້ ເພື່ອສະແດງຈຸດຢືນໃນການແກ້ໄຂບັນຫາໂລກຮ້ອນ.

ທ່ານ ອັນໂຕນິໂອ ກູເຕເຣດ ເລຂາທິການໃຫຍ່ ສປຊ ຮຽກຮ້ອງໃຫ້ຜູ້ນໍາແຕ່ລະປະເທດ ນໍາສະເໜີແນວທາງແກ້ໄຂບັນຫາດັ່ງກ່າວ ຕະຫຼອດ 10 ປີຕໍ່ໜ້າ ຢ່າງເປັນຮູບປະທໍາ ເພື່ອປູທາງໄປສູ່ພາວະບໍ່ມີອາຍພິດເຮືອນແກ້ວ ໃນປີ 2050.