ຄາດ ເສດຖະກິດຈີນ ຈະເຕີບໂຕ 5,2%

40

ສຳນັກຂ່າວ ຊິນຫົວ ລາຍງານວ່າ ກອງທຶນການເງິນລະຫວ່າງປະເທດ ( IMF ) ຄາດວ່າ: ເສດຖະກິດຈີນ ຈະຂະຫຍາຍຕົວ 5,2% ໃນປີ 2023 ເພີ່ມຂຶ້ນ   0,8 % ຈາກຕົວເລກທີ່ກຳນົດໄວ້ ເມື່ອເດືອນຕຸລາປີ 2022.

อาจเป็นรูปภาพของ 2 คน, ผู้คนกำลังยืน, ผู้คนกำลังเดิน, กลางแจ้ง และ ฝูงชน

ບົດລາຍງານທ່າອ່ຽງເສດຖະກິດໂລກ ສະບັບປັບປຸງ ຫຼ້າສຸດຄາດວ່າ: ເສດຖະກິດຈີນ ຈະເຕີບໂຕ ພ້ອມດ້ວຍການກັບມາເປີດປະເທດຢ່າງເຕັມຮູບແບບໃນປີ 2023, ສ່ວນການເຕີບໂຕທາງເສດຖະກິດໂລກຈະຫຼຸດລົງ ຈາກຕົວເລກທີ່ກຳນົດໄວ້ ປະມານ 3,4% ໃນປີ 2022 ເຫຼືອ 2,9% ໃນປີ 2023 ແລະ ເພີ່ມຂຶ້ນເປັນ 3,1% ໃນປີ 2024.

อาจเป็นรูปภาพของ หนึ่งคนขึ้นไป และ ถนน

ນອກຈາກນັ້ນ, IMF ຍັງລະບຸວ່າ: ການປັບເພີ່ມອັດຕາດອກເບ້ຍຂອງທະນາຄານກາງ ເພື່ອຕໍ່ສູ້ກັບອັດຕາເງິນເຟີ້ ແລະ ຄວາມຂັດແຍ່ງ ລະຫວ່າງ ຣັດເຊຍ – ອູແກຣນ ຍັງຄົງສົ່ງຜົນກະທົບຕໍ່ກິດຈະກຳທາງເສດຖະກິດ.