ແຂວງບໍ່ແກ້ວ ຈະສູ້ຊົນປູກເຂົ້າໃນເນື້ອທີ່ 21.210 ເຮັກຕາ

12

ປີນີ້ແຂວງບໍ່ແກ້ວ ໄດ້ວາງຄາດໝາຍສູ້ຊົນຜະລິດເຂົ້າເປືອກລວມໃຫ້ໄດ້ໃນເນື້ອທີ່ 21.210 ເຮັກຕາ ຄາດຄະເນຜົນຜະລິດ 77.740 ໂຕນ; ໃນນີ້ ນາປີ 13.060 ເຮັກຕາ.

ອີງຕາມແຜນພັດທະນາເສດຖະກິດ – ສັງຄົມ ປີ 2024 ຂອງແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ຄາດໝາຍສູ້ຊົນການພັດທະນາໃນຂົງເຂດເສດຖະກິດ ໂດຍສະເພາະວຽກງານກະສິກຳຂອງແຂວງບໍ່ແກ້ວ ແມ່ນສູ້ຊົນຜະລິດເຂົ້າເປືອກລວມໃຫ້ໄດ້ໃນເນື້ອທີ່ 21.210 ເຮັກຕາ ຄາດຄະເນຜົນຜະລິດ 77.740 ໂຕນ; ໃນນີ້ ເຂົ້ານາປີ ໃຫ້ໄດ້ໃນເນື້ອທີ່ 13.060 ເຮັກຕາ ຄາດຄະເນຜົນຜະລິດ 59.770 ໂຕນ ( ສະມັດຖະພາບສະເລ່ຍ 4,56 ໂຕນຕໍ່ເຮັກຕາ ), ນາແຊງໃນເນື້ອທີ່ ໃນເນື້ອທີ່ 1.600 ເຮັກຕາ ຄາດຄະເນຜົນຜະລິດ 7.310 ໂຕນ ( ສະມັດຖະພາບສະເລ່ຍ 4,50 ໂຕນຕໍ່ເຮັກຕາ ), ຜະລິດເຂົ້າໄຮ່ໝູນວຽນໃຫ້ໄດ້ໃນເນື້ອທີ່ 6.550 ເຮັກຕາ ຄາດຄະເນຜົນຜະລິດ 10.660 ໂຕນ ( ສະມັດຖະພາບສະເລ່ຍ 1,78 ໂຕນຕໍ່ເຮັກຕາ ).


ໃນນີ້, ຜະລິດເຂົ້າເພື່ອຄໍ້າປະກັນສະບຽງ 76.501 ໂຕນ, ເຂົ້າແຮໄວ້ 15.300 ໂຕນ, ໄວ້ເປັນແນວພັນ 1.239 ໂຕນ ແລະ ເປັນສິນຄ້າສົ່ງອອກ 1.107 ໂຕນ ໂດຍສຸມໃສ່ເຂດຜະລິດ 7 ທົ່ງຂອງແຂວງ.
ສຸມໃສ່ຊຸກຍູ້ສົ່ງເສີມການຜະລິດພືດສະບຽງອາຫານທີ່ມີທ່າແຮງ ເພື່ອຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດ ໃຫ້ໄດ້ທັງໝົດ 4.570 ເຮັກຕາ, ຄາດຄະເນຜົນຜະລິດ 29.620 ໂຕນ; ເອົາໃຈໃສ່ຊຸກຍູ້ການຜະລິດກະສິກໍາເປັນສິນຄ້າດ້ານການປູກຝັງໃຫ້ໄດ້ທັງໝົດ 133.160 ໂຕນ, ໃນເນື້ອທີ່ 28.600 ເຮັກຕາ.

ສູ້ຊົນສະໜອງ ຊີ້ນ, ໄຂ່ ແລະ ປາ ໃຫ້ໄດ້ 15.798 ໂຕນ, ເຮັດໃຫ້ອັດຕາການບໍລິໂພກບັນລຸໄດ້ 73 ກິໂລຕໍ່ຄົນຕໍ່ປີ, ຊຸກຍູ້ສົ່ງເສີມການລ້ຽງສັດແບບເປັນຟາມ ເຊັ່ນ: ຟາມງົວໃຫ້ໄດ້ຕື່ມ 5 ຟາມ, ຟາມຄວາຍໃຫ້ໄດ້ຕື່ມ 2 ຟາມ, ຟາມໝູໃຫ້ໄດ້ຕື່ມ 10 ຟາມ, ຟາມໄກ່ພັນຊີ້ນໃຫ້ໄດ້ 5 ຟາມ ແລະ ຟາມໄກ່ພັນໄຂ່ໃຫ້ໄດ້ 5 ຟາມ.
ສູ້ຊົນສ້າງຄອບຄົວພົ້ນທຸກໃຫ້ໄດ້ 1.500 ຄອບຄົວ, ສ້າງບ້ານພົ້ນທຸກໃຫ້ໄດ້ 10 ບ້ານ, ສ້າງຄອບຄົວພັດທະນາໃຫ້ໄດ້ 2.930 ຄອບຄົວ, ສ້າງບ້ານພັດທະນາໃຫ້ໄດ້ 24 ບ້ານ, ສ້າງເມືອງເຂັ້ມແຂງຮອບດ້ານໃຫ້ໄດ້ 2 ເມືອງ, ສ້າງບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດໃຫ້ໄດ້ 2 ຈຸດສຸມ, ຈັດສັນພູມລຳເນົາ ແລະ ອາຊີບໃຫ້ປະຊາຊົນໃຫ້ໄດ້ 4 ຈຸດສຸມ.