ທາງ 13 ໃຕ້ ບໍລິຄໍາໄຊ – ຄໍາມ່ວນ ເລັ່ງປັບປຸງກໍ່ສ້າງໃຫ້ສໍາເລັດກ່ອນລະດູຝົນ

49

ນັບວ່າເປັນຄວາມສໍາເລັດທີ່ໜ້າຍິນດີ ສໍາລັບໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້ທີ່ຈະແລ້ວກ່ອນແຜນ ໂດຍສະເພາະໂຄງການປັບປຸງ ແລະ ສ້ອມແປງທາງ ສັນຍາທີ 3 ຊ່ວງ ແຂວງ ບໍລິຄໍາໄຊ – ຄໍາມ່ວນ ກິໂລແມັດທີ 190 ຫາ ກິໂລແມັດທີ 268 ມີຄວາມຄືບໜ້າກວ່າ 90%.

อาจเป็นรูปภาพของ 5 คน, ถนน และ ข้อความ

ທ່ານ ສຸກສາກົນ ແຫວນວົງສົດ ຫົວໜ້າໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້ ສັນຍາ 3 ແລະ 4ເຜີຍໃຫ້ຮູ້ວ່າ: ການປັບປຸງ ແລະ ສ້ອມແປງທາງ 13 ໃຕ້ ສັນຍາທີ 3 ຊ່ວງ ແຂວງ ບໍລິຄໍາໄຊ ຫາ ຄໍາມ່ວນ ກິໂລແມັດທີ 190 ຫາ ກິໂລແມັດທີ 268ຄວາມຍາວ 78 ກິໂລແມັດ ທີ່ນໍາໃຊ້ເງິນກູ້ຈາກທະນາຄານລົງທຶນໂຄງລ່າງພືື້ນຖານອາຊີ (AIIB) ແລະ ກອງທຶນ ( RF ) ຮັບເໝົາໂດຍ ບໍລິສັດ China International Water and Electric Corp ປັດຈຸບັນມີຄວາມຄືບໜ້າ 92% ຄາດວ່າຈະສໍາເລັດທັນກ່ອນລະດູຝົນ. ຂະນະທີ່ກໍານົດເວລາຂອງການປັບປຸງ ແລະ ສ້ອມແປງແມ່ນໃຫ້ສໍາເລັດໃນເດືອນກັນຍາ 2024.

ທ່ານ ຍັງໃຫ້ຮູ້ວ່າ: ໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້ ແມ່ນນໍາໃຊ້ ຮູບແບບສັນຍາແບບມອບເໝົາ, ປັບປຸງ 3 ປີ ບູລະນະຮັກສາ 7 ປີ ລວມໄລຍະສັນຍາ 10 ປີ. ໝາຍ ຄວາມວ່າ ພາຍ ຫຼັງສໍາເລັດການປັບປຸງ-ສ້ອມແປງໄລຍະ 3 ປີແລ້ວ ທາງບໍລິສັດຜູ້ຮັບເໝົາກໍຍັງຕ້ອງໄດ້ມີ ຄວາມຮັບຜິດ ຊອບໃນການເບິ່ງແຍງຮັກສາເປັນເວລາ 7 ປີຕື່ມອີກ ເຊິ່ງຕະຫຼອດໄລຍະດັ່ງກ່າວ ຫາກເກີດການເປ່ເພເສຍຫາຍກໍຍັງຢູ່ໃນຄວາມຮັບຜິດຊອບຂອງບໍລິສັດຈົນໝົດກໍານົດບູລະນະຮັກສາໄລຍະ 7 ປີຈິ່ງຖືວ່າສິ້ນສຸດ ຄວາມຮັບຜິດຊອບ.

อาจเป็นรูปภาพของ 2 คน, ถนน และ ข้อความ

ແນວໃດກໍຕາມ ເພື່ອໃຫ້ການປັບປຸງ ແລະ ສ້ອມແປງເສັ້ນທາງດັ່ງກ່າວ ສໍາເລັດໄປຕາມແຜນ ຫຼື ກ່ອນແຜນ ທາງເຈົ້າຂອງໂຄງການແມ່ນໄດ້ເນັ້ນ ແລະ ຂຸ້ນຂ້ຽວໃຫ້ມີການເລັ່ງມືຢ່າງເຕັມທີ່ ເພື່ອເຮັດແນວໃດໃຫ້ລະດູຝົນທີ່ຈະມາເຖິງນີ້ຜູ້ໃຊ້ລົດ-ໃຊ້ຖະໜົນໄດ້ຮັບຄວາມສະດວກໃນການໄປ-ມາແບບບໍ່ມີ ຄວາມຫຍຸ້ງຍາກກີດ ຂວາງ.

ທ່ານ ສຸກສາກົນ ແຫວນວົງສົດ ຍັງຝາກຮຽກຮ້ອງພໍ່ແມ່ປະຊາຊົນທີ່ຢູ່ອ້ອມຂ້າງໃຫ້ມີຄວາມເປັນເຈົ້າການນໍາກັນໃນການເບິ່ງແຍງຮັກສາ ຕະຫຼອດຮອດຜູ້ໃຊ້ລົດໃຊ້ຖະໜົນທົ່ວໄປ; ໃຫ້ເຂົ້າໃຈວ່າເສັ້ນທາງແມ່ນມີຄວາມສໍາຄັນຕໍ່ທຸກຄົນ ແລະ ທຸກຄົນຄວນມີສ່ວນຮ່ວມໃນການເບິ່ງແຍງຮັກສາ.

อาจเป็นรูปภาพของ 5 คน, ถนน และ ข้อความ

ໄລຍະບຸນປີໃຫມ່ລາວປີນີ້ ເຖິງວ່າເສັ້ນທາງຈະສະດວກສະບາຍໃນການສັນຈອນກໍຕາມ ຂໍໃຫ້ຜູ້ໃຊ້ລົດໃຊ້ຖະໜົນຈົ່ງມີສະຕິໃນການປະຕິບັດລະບຽບການສັນຈອນໃຫ້ມີຄວາມປອດໄພ ທັງນີ້ກໍເພື່ອຫຼີກລ່ຽງການເກີດອຸບັດເຫດຕາມທ້ອງຖະໜົນ.

ເສັ້ນທາງເລກທີ 13 ໃຕ້ ເປັນເສັ້ນທາງຍຸດທະສາດລະດັບຊາດ ໃນການຄົມມະນາຄົມຂົນສົ່ງ, ເປັນເສັ້ນທາງສາຍຫຼັກທີ່ເຊື່ອມຕໍ່ລະຫວ່າງນະຄອນຫຼວງ ວຽງຈັນ ກັບບັນດາແຂວງພາກກາງ ແລະ ພາກໃຕ້ຂອງລາວ ຕະຫຼອດຮອດການເຊື່ອມໂຍງບັນດາປະເທດອ້ອມຂ້າງທີ່ມີຊາຍແດນຕິດຈອດຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ຂອງລາວ.