ປີ 2023 ສະມາຊິກພັກແຂວງສະຫວັນນະເຂດ ຖືກປະຕິບັດວິໄນ 69 ທ່ານ

14

ກອງປະຊຸມສະຫຼຸບວຽກງານກວດກາທົ່ວແຂວງສະຫວັນນະເຂດ ປະຈໍາປີ 2023 ແລະວາງທິດທາງແຜນການປີ 2024  ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການປົກຄອງແຂວງ ໂດຍການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ທ່ານ ວັນໄຊ ຊົ່ງຊາຢູ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ຮອງຫົວໜ້າອົງການຕ້ານການສໍ້າລາດບັງຫຼວງຂັ້ນສູນກາງ,ທ່ານ ລໍາທອງ ຂອບສີລາວົງ ປະທານກວດກາພັກແຂວງ ປະທານອົງການກວດກາລັດແຂວງ ຫົວໜ້າອົງການຕ້ານການສໍ້າລາດບັງຫຼວງຂັ້ນແຂວງ.

ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ,  ພະແນກການອ້ອມຂ້າງແຂວງ, ພະນັກງານພາຍໃນ, ແຂກທີ່ຖືກເຊີນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.ທ່ານ ນາງ ກິ່ນນາລອນ ວົງຄໍາໂສພາ ຮອງປະທານກວດກາແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບການຕີລາຄາການເຄື່ອນໄຫວວຽກງານກວດກາປະຈໍາປີ 2023 ແລະທິດທາງແຜນການ ປິີ 2024 ວ່າ: ທົ່ວແຂວງມີສະມາຊິກພັກທັງໝົດ 33.837ຄົນ(ຍິງ 9.949 ຄົນ), ໃນນີ້ ສະມາຊິກພັກສໍາຮອງ 2.076 ຄົນ.

ໃນປີ2023 ໄດ້ປະຕິບັດວິໄນຕໍ່ສະມາຊິກພັກລວມທັງໝົດ 69 ທ່ານ(ຍິງ 12 ທ່ານ), ໃນນີ້ປະຕິບັດຂັ້ນກ່າວເຕືອນ 13 ທ່ານ, ຂັ້ນຕິຕຽນ 15 ທ່ານ, ໂຈະຮ່ວມຊີວິດພັກ 28 ທ່ານ, ລຶບຊື່ອອກຈາກພັກ 17 ທ່ານ, ປົດຕໍາແໜ່ງພາຍໃນພັກ 1 ທ່ານ. ການປະຕິບັດວິໄນຄະນະພັກ-ສະມາຊິກພັກ ແມ່ນໄດ້ຈັດຕັ້ງປະຕິບັດໂດຍອີງໃສ່ກົດລະບຽບຂອງພັກເປັນຕົ້ນຕໍໃນການຄົ້ນຄວ້າພິຈາລະນາຕົວຈິງ, ທ່ານ ນາງ ກິ່ນນາລອນ ວົງຄໍາໂສພາ ກ່າວ.

ຈາກນັ້ນ, ພາຍໃນກອງປະຊຸມກໍໄດ້ມີການລາຍງານ ພ້ອມທັງປະກອບຄໍາເຫັນໃສ່ການຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານກວດກາພັກ, ການເກັບສະຖິຕິພັກ ແລະ ແຈ້ງການຕ່າງໆຢູ່ນະຄອນໄກສອນພົມວິຫານ; ການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆກ່ຽວກັບການລັກລອບຄ້າຂາຍບໍ່ຖືກກົດໝາຍລຽບຕາມຊາຍແດນຢູ່ເມືອງເຊໂປນ; ລາຍງານການຕິດຕາມກວດກາແກ້ໄຂການຄຸ້ມຄອງ ແລະປັບປຸງໂຮງງານປຸງແຕ່່ງໄມ້ຢູ່ເມືອງທ່າປາງທອງ; ຕິດຕາມກວດກາຄົ້ນ ຄວ້າການແກ້ໄຂຄໍາຮ້ອງ-ຄໍາສະເໜີຂໍ້ຂັດແຍ່ງກ່ຽວກັບທີ່ດິນຢູ່ເມືອງໄຊບູລີ ແລະອື່ນໆ.